ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ເລີ່ມຂາຍ iPhone 4S ລຸ້ນປົດລັອກ ໃນອາເມລິກາແລ້ວ, ເລີ່ມຕົ້ນທີ່ $649

ຂ່າວດ່ວນ, ຂ່າວໄອທີ, ໂທລະສັບ

ຖ້າກັນມາດົນຫລາຍເຫລຶອເກີນ(ເຖິງຈະບໍ່ດົນກໍ່ຄືດົນ) ສຳລັບ iPhone 4S ລຸ້ນປົດລັອກ. ເຊິ່ງຫລັງຈາກເປີດໂຕກໍ່ໄດ້ມີວາງຂາຍໃນບາງປະເທດໄປແລ້ວ. ຫລັງຈາກວັນທີ 11 ພະຈິກ Apple ໄດ້ເລີ່ມຂາຍ iPhone 4S ໃນປະເທດຕ່າງໆເພີ່ມຂຶ້ນມາ, ເຊິ່ງສ່ວນໃຫຍ່ກໍ່ເປັນລຸ້ນປົດລັອກທັງຫມົດ. ໃນຂະນະດຽວກັນນີ້ທາງ Apple ກໍ່ໄດ້ເລີ່ມຂາຍ iPhone 4S ລຸ້ນປົດລັອກຢ່າງເປັນທາງການແລ້ວ ໃນອາເມລິກາ. ເຊິ່ງລາຄາທັງສີຂາວແລະດຳແມ່ນເລີ່ມຕົ້ນຢູ່ທີ່ $649 ສຳລັບ 16GB, $749 ສຳລັບລຸ້ນ 32GB ແລະ $849 ສຳລັບລຸ້ນ 64GB.

ຢ່າງໃດກໍ່ຕາມ, iPhone 4S ລຸ້ນປົດລັອກຈະຍັງຮອງຮັບພຽງແຕ່ GSM ຢ່າງດຽວເທົ່ານັ້ນ. 

ທີ່ມາ – Apple

ລອງອ່ານກ່ຽວກັບ  Apple ປະກາດເປີດໂຕ iBooks 2, iTunes U ແລະ iBooks Author ສຳລັບຕະຫລາດການສຶກສາ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.