ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Steve Jobs ຜູ້ຮ່ວມກໍ່ຕັ້ງບໍລິສັດ Apple ເສຍຊີວິດລົງແລ້ວ ດ້ວຍໄວ 56ປີ

ຂ່າວດ່ວນ, ຂ່າວໄອທີ

ລາຍງານຂ່າວຫລ້າສຸດບອກວ່າ, Steve Jobs (ສະຕິບ ຈ໊ອບສ) ຜູ້ຮ່ວມກໍ່ຕັ້ງ ແລະ ອະດີດ CEO ຂອງບໍລິສັດ Apple ໄດ້ເສຍຊີວິດລົງແລ້ວ, ລວມອາຍຸໄດ້ 56ປີ, ເຊິ່ງສາເຫດກໍ່ມາຈາກພະຍາດຂອງຜູ້ກ່ຽວເອງ ໃນວັນທີ 5ຕຸລາ ຕາມເວລາທ້ອງຖິ່ນ ແລະກໍ່ເປັນຂ່າວທີ່ຫນ້າເສົ້າໃຈຫລາຍສຳລັບສາວົກ. ຢ່າງໃດກໍ່ຕາມ Apple.com ກໍ່ໄດ້ປ່ຽນເປັນຫນ້າຫລັກຂອງເວັບເປັນຮູບ Steve Jobs ເພຶ່ອເປັນການລຳລຶກເຖິງຄຸນງາມຄວາມດີ ແລະ ສິ່ງທີ່ Steve Jobs ໄດ້ເຮັດໄວ້. ນອກນັ້ນ ທາງ Apple ຍັງເປີດໂອກາດໃຫ້ບູກຄົນທົ່ວໄປສາມາດສົ່ງອີເມວເພຶ່ອແປ່ງປັນຄວາມຄິດ ຫລື ຄວາມຊົງຈຳເພຶ່ອລຳລຶກເຖິງ Steve jobs ໄດ້ອີກດ້ວຍ ທີ່  [email protected]

ຢ່າງໃດກໍ່ຕາມ, Steve Jobs ນັ້ນຫາກໍ່ລົງຈາກຕຳແຫນ່ງ CEO ໄດ້ບໍ່ດົນ, ເຊິ່ງຕາມຂ່າວທີ່ບອກວ່າ ອາການຂອງ Steve Jobs ຊຸດຫນັກລົງ ກໍ່ເປັນຄວາມຈິງ, ກໍ່ຫນ້າເຊົ້າໃຈອີກຢ່າງຫນຶງຄື Apple ຫາກໍ່ປະກາດເປີດໂຕ iPhone 4S ໄປມື້ວານນີ້ເອງ.

Steve Jobs ຈະຢູ່ໃນຄວາມຊົງຈຳຕະຫລອດໄປ.

ທີ່ມາ – Apple 

ລອງອ່ານກ່ຽວກັບ  RIM ໂຕ້ ຈອບສ໌ ແລະ ບອກ BlackBerry ບໍ່ຕ້ອງໃສ່ຊອງ ກໍໂທໄດ້ດີ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.