ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Skype For Android 2.5 ມາແລ້ວ,​ ເພີ່ມການຮອງຮັບ Video Calling ອີກ 14ລຸ້ນ

Android Apps, ຂ່າວໄອທີ

ກ່ອນຫນ້ານີ້ທາງ Skype ໄດ້ອັບເດດແອັບຯ Skype For Android ເປັນ 2.1 ແລະກໍ່ໄດ້ເພີ່ມການຮອງຮັບ Video Calling ອີກ 17ລຸ້ນ. ແຕ່ຫລ້າສຸດ Skype ໄດ້ອັບເດດ Skype For Android ເປັນເວີຊັ່ນ 2.5 ແລ້ວ, ເຊິ່ງໃນເວີຊັ່ນນີ້ກໍ່ໄດ້ມີການປັບປຸງປະສິດທິພາບ ແລະ ປ່ຽນແປງການເຮັດວຽກເລັກຫນ້ອຍ, ເຊິ່ງໄດ້ແກ່ການຮອງຮັບການເຮັດ Video Calling ທັ້ງແນວຕັ້ງ ແລະ ແນວນອນ; ປັບປຸງການໃຊ້ງານຮ່ວມກັບຫູຟັງ Bluetooth, ຈະມີການແຝງໂຄສະນາເຂົ້າໄປໃນຜູ້ໃຊ້ຟຼີ ແລະຈະບໍ່ມີການ Restart ເອງຫລັງຈາກທີ່ Sign Out ໄປແລ້ວ. ນອນນັ້ນກໍ່ຍັງມີການເພີ່ມການຮອງຮັບ Video Calling ເຂົ້າໄປອີກ 14ລຸ້ນ ເຊິ່ງລວມກັນແລ້ວກໍ່ເປັນທັງຫມົດ 31ລຸ້ນ ມີລາຍຊື່ທັງຫມົດລຸ່ມນີ້.

17ລຸ້ນ ທີ່ຖືກຮອງຮັບກ່ອນຫນ້ານີ້໊:

  • Samsung Nexus S
  • Samsung Galaxy S 4G
  • Samsung Galaxy S
  • Samsung Galaxy S Fascinate
  • Samsung Droid Charge
  • Samsung Galaxy S II
  • Samsung Galaxy Tab 7 WIFI
  • Samsung Galaxy Tab 7 Verizon
  • Samsung Galaxy Tab 7 Sprint
  • Samsung Galaxy Tab 7 Plus
  • HTC Desire
  • HTC Desire S
  • HTC Incredible S
  • HTC Desire HD
  • HTC EVO 4G
  • HTC EVO 3D
  • HTC Sensation 4G
  • HTC Thunderbolt
  • HTC Flyer
  • Sony Ericsson Xperia neo
  • Sony Ericsson Xperia pro
  • Sony Ericsson Xperia PLAY (ທົ່ວໂລກ)
  • Sony Ericsson Xperia PLAY (ຈີນ)
  • Sony Ericsson Xperia ray
  • Sony Ericsson Xperia mini pro
  • LG Revolution

14ລຸ້ນ ທີ່ຖືກເພີ່ມການຮອງຮັບເຂົ້າມາໃຫມ່ໃນເວີຊັ່ນ 2.5:

  • Samsung Galaxy Tab 10.1 (T-Mobile)
  • HTC SHOOTER (KDDI)
  • Sony Ericsson Xperia Live with Walkman
  • Sony Ericsson Xperia neo V
  • Acer Iconia Tablet (A500)
  • LG Optimus Black ລວງນອນຢ່າງດຽວ
  • LG Optimus 3D ລວງນອນຢ່າງດຽວ
  • LG Optimus 2x ລວງນອນຢ່າງດຽວ
  • Motorola Photon
  • Motorola Droid3 ລວງນອນຢ່າງດຽວ
  • Motorola Bionic ລວງນອນຢ່າງດຽວ
  • Motorola Xoom
  • Motorola Atrix

ຢ່າງໃດກໍ່ຕາມ, ຫລັງຈາກທີ່ໄດ້ທົດລອງກັບ Galaxy S Captivate ທີ່ບໍ່ມີກ້ອງຫນ້າ ແລະ  Dell Streak 7 ທີ່ຍັງບໍ່ມີລາຍຊື່ການຮອງຮັບຢ່າງເປັນທາງການໃນ Skype For Android 2.5 ກໍ່ພົບວ່າສາມາດເຮັດໄດ້ ແຕ່ຈະເປັນການໃຊ້ກ້ອງດ້ານຫລັງເທົ່ານັ້ນ, ເຊິ່ງສາມາດເຂົ້າໄປຕັ້ງຄ່າ ແລ້ວເລືອກເປີດໃຊ້ Video Calling ກໍ່ຈະສາມາດເຮັດໄດ້ແລ້ວ. ຜູ້ໃຊ້ທ່ານໃດທີ່ໃຊ້ງານຢູ່ ກໍ່ສາມາດອັບເດດ ແລ້ວລອງເປີດໃຊ້ Video Calling ເບິງ ເຖິງວ່າເຄື່ອງຂອງທ່ານຈະບໍ່ມີໃນລາຍຊື່ກໍ່ຕາມ ເຊິ່ງອາດຈະໂຊກດີສາມາດເຮັດ Video Calling ຜ່ານກ້ອງຫນ້າໄດ້ ຫລື ບໍ່ຫາກໂຊກຮ້າຍ ກໍ່ອາດຈະຈະໃຊ້ໄດ້ກັບກ້ອງຫລັງເທົ່ານັ້ນ(ແຕ່ກໍ່ດີທີ່ຍັງໃຊ້ໄດ້).

ລອງອ່ານກ່ຽວກັບ  ເຕືອນ!!! ພົບ "ຊ່ອງ​ໂຫວ່" ໃນ Windows 7

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.