ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Samsung ເປີດໂຕ Galaxy Tab 7.0 Plus ມາກັບ CPU Dual Core 1.2GHz

ຂ່າວໄອທີ, ແທັບເລັດ

ຫລັງຈາກ Samsung ໄດ້ເປີດໂຕແທັບເລັດ Galaxy Tab 7.7 ຂະຫນາດ 7.7ນິ້ວ ທີ່ປະເທດເຢຍລະມັນໄປບໍ່ດົນມານີ້ (ແລະກໍ່ຖືກ Apple ສັ່ງແບນໄປແລ້ວໃນເຢຍລະມັນ). ແຕ່ຫລ້າສຸດ ທາງ Samsung ກໍ່ໄດ້ເປີດໂຕແທັບເລັດຫນ້າຂະຫນາດ 7ນິ້ວຄວາມລະອຽດ 1024 x 600 ພິກເຊັວ ທີ່ມີຊື່ລຸ້ນວ່າ Galaxy Tab 7.0 Plus ເຊິ່ງຈະມາກັບ CPU Dual Core 1.2GHz ພ້ອມ Ram ອີກ 1GB ທີ່ໃຊ້ລະບົບປະຕິບັດການ Android 3.2 Honeycomb.

ນອກນັ້ນແລ້ວ Galaxy Tab 7.0 Plus ຍັງຈະມີກ້ອງສອງໂຕຫນ້າ-ຫລັງ ໂດຍກ້ອງຫນ້າຈະມີຄວາມລະອຽດ 2ລ້ານພິກເຊວ ແລະ ກ້ອງຫລັງ ຈະມີຄວາມລະອຽດ 3ລ້ານພິກເຊວ, ໂດຍຈະຮອງຮັບການຖ່າຍວິດີໂອແບບ HD 720p ອີກດ້ວຍ. ການເຊື່ອມຕໍ່ໄຮ້ສາຍຈະຮອງຮັບລະບົບ quad-band GSM/GPRS/EDGE, 3G 21Mbps HSPA, ລະບົບ GPS, ຮອງຮັບ WIFI b/g/n ແລະ Bluetooth 3.0 ອີກດ້ວຍ.

ຢ່າງໃດກໍ່ຕາມ ທາງ Samsung ຍັງບໍ່ໄດ້ປະກາດລາຄາ ຂອງ Galaxy Tab 7.0 Plus ອອກມາເທຶ່ອ, ພຽງແຕ່ບອກວ່າຈະມີສອງສີໃຫ້ເລືອກຄື ສີຂາວ ແລະ ສີປອນມືດ ພ້ອມກັບ ສອງຂະຫນາດຄວາມຈຳຄື 16GB ແລະ 32GB. ແລ້ວຈະເລີ່ມຂາຍໃນທ້າຍເດືອນຕຸລານີ້ ທີ່ປະເທດອິນໂດເນເຊຍ ແລະ ອອສເຕຼຍ ແລ້ວຫລັງຈາກນັ້ນ ກໍ່ຈະທະຍອຍຂາຍໃນປະເທດຕ່າງໆຕໍ່ໄປ. ແລະ ຫາກມີການລາຍງານເລື່ອງລາຄາ ແລະ ຂໍ້ມູນອື່ນເພີ່ມເຕີມ ທາງເວັບຈະນຳມາອັບເດດໃຫ້ຮັບຮູ້ກັນທັນທີ. ແຕ່ທີ່ສຳຄັນ Galaxy Tab 7.0 Plus ຫນ້າສົນໃຈບໍ່ຫນ້ອຍ.

ທີ່ມາ – Engadget

ລອງອ່ານກ່ຽວກັບ  HP ບອກ “ເຮົາບໍ່ໄດ້ຊື້ Palm ເພາະຢາກເຮັດສະມາດໂຟນ”

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.