ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ລາຍລະອຽດງານຖະແຫລງຂ່າວ Let’s Talk iPhone (ເປີດໂຕ iPhone 4S)

ລາຍງານພິເສດ

ຫລາຍຄົນອາດຈະພາດການຕິດຕາມງານ Let’s Talk iPhone, ບາງຄົນອາດຈະເນັດບໍ່ແຮງພໍທີ່ຈະດາວໂຫລດມາເບິງຍ້ອນຫຍັງ, ສະນັ້ນ ທາງເວັບເລີຍມາສະລຸບລາຍລະອຽດຂອງງານດັ່ງກ່າວໃຫ້ທ່ານຜູ້ອ່ານໄດ້ອ່ານເຖິງເນຶ້ອໃນສຳຄັນ ລວມໄປເຖິງການເປີດໂຕຜະລິຕະພັນໃຫມ່ຂອງ Apple.

ເລີ່ມຕົນຂອງານ Let’s Talk iPhone ກໍ່ມີ Tim Cook CEO ຄົນໃຫມ່ຂອງ Apple ຂຶ້ນມາເປີດງານ ແລ້ວກໍ່ກ່າວເນຶ້ອໃນຕ່າງໆ.

ຕໍ່ຈາກນັ້ນກໍ່ສືບເນື່ອງກ່າວໄປເຖິງການເປີດຮ້ານ Apple Store ໃຫມ່ສອງແຫ່ງ ໃນ ຊ່ຽງໄຮ້ ແລະ ຮອງກົງ. ເຊິ່ງສຳລັບ Apple Store ໃນຊຽງໄຮ້ ຈະເປັນຮ້ານທີ່ໃຫຍ່ທີ່ສຸດໃນເອເຊຍ ແລະ ມີລູກຄ້າເຂົ້າຢ້ຽມຊົມ ແລະ ເພຶ່ອຊື້ສິຄ້າຂອງ Apple 100,000ກວ່າຄົນ ວັນຢຸດສຸດສັບປະດາ ດຽວທີ່ເປີດຮ້ານຢ່າງເປັນທາງການ.

ໃນສ່ວນຂອງຮອງກົງ,​ Apple ກໍ່ໄດ້ເປີດຮ້ານ Apple Store ເປັນຮ້ານທຳອິດ ແລະ ປະຈຸບັນ Apple ມີຮ້ານຄ້າຂອງໂຕເອງທັງຫມົດ 357 ຮ້ານ ລວມທັງຫມົດ 11ປະເທດ.

ຕໍ່ມາກໍ່ເລີ່ມເຂົ້າໄປເລື່ອງສິນຄ້າຂອງ Apple ໂດຍເລີ່ມຈາກການຄົມຄູ່ຕໍ່ສູ້ຈາກການໂຊສະຖະທິຕິຂອງ Mac OS X Lion, ເຊິ່ງ Tim Cook ບອກວ່າ Mac OS X Lion ມີຍອດດາວໂຫລດຫລາຍກວ່າ 6ລ້ານດາວໂຫລດ ແລ້ວ, ເຊິ່ງຫລາຍກວ່າ Snow Leopard ເຖິງ 80%.

ນອນນັ້ນກໍ່ໄດ້ກ່າວລວມໄປເຖິງຄວາມມັກ ແລະ ພູມໃຈຂອງຜູ້ໃຊ້ Macbook Air ແລະ ຕອນນີ້ Macbook Pro ແລະ iMac ກາຍເປັນ Notebook ແລະ Desktop ທີ່ຂາຍດີທີ່ສຸດເປັນອັນດັບຫນຶ່ງໃນອາເມລິກາ.

ນອກນັ້ນປະຈຸບັນມີຜູ້ໃຊ້ Mac ທົ່ວໂລກລວມແລ້ວເກືອບ 60ລ້ານຜູ້ໃຊ້ ແລະ ມີການສ່ວນແບ່ງຕະຫລາດຜູ້ໃຊ້ໃນອາເມລິກາເພີ່ມຂຶ້ນມາເປັນ 23% ຂອງຕະຫລາດ PC.

ຕໍ່ມາກໍ່ປ່ຽນມາກ່າວເລື່ອງຂອງເຄືອງຫລີ້ນເພງ iPod, ເຊິ່ງຕອນນີ້ Apple ຂາຍ iPod ໄດ້ທັງຫມົດ 300ລ້ານເຄຶ່ອງແລ້ວ ຕັ້ງແຕ່ປີ 2002 ແລະ ກິນສ່ວນແບ່ງຕະຫລາດເຄຶ່ອງຫລິ້ນເພງໃນປະຈຸບັນໄປຫລາຍເຖິງ 78%.

ເມຶ່ອເວົ້າເຖິງເລື່ອງ iTunes ແລ້ວ ກໍ່ຫນີບໍ່ພົ້ນທີ່ຈະບໍ່ເວົ້າເຖິງ iTunes ເຊິ່ງ Tim Cook ບອກວ່າ ຕອນນີ້ iTunes ເປັນຮ້ານຄ້າເພງອອນໄລນ໌ອັນດັບຫນຶ່ງຂອງໂລກໄປແລ້ວ ແລະມີຍອດດາວໂຫລດທັງຫມົດ 16ພັນລ້ານກວ່າຄັ້ງ.

ຕໍ່ມາກໍ່ເປັນເລື່ອງຂອງ iPhone 4 ເຊິ່ງປະຈຸບັນ iPhone 4 ມີຍອດຂາຍເກີນເຄິ່ງຫນຶ່ງຂອງ iPhone ທຸກລຸ້ນລວມກັນ ແລະ ກາຍເປັນສະມາດໂຟນອັນດັບຫນຶ່ງຂອງໂລກ, ພ້ອມກັນນັ້ນ iPhone ຍັງມີສ່ວນແບ່ງຕະຫລາດໂທລະສັບມືຖືທົ່ວໂລກເຖິງ 5%, ເຊິ່ງ 5% ນີ້ບໍ່ແມ່ນຫນ້ອຍໆເດີ່ພີ່ນ້ອງ ຫາກທຽບກັບໂທລະສັບລຸ້ນອື່ນໆທົ່ວໂລກ.

ເລື່ອງຕໍ່ມາກໍ່ເປັນເລື່ອງຂອງ iPad, ເຊິ່ງປະຈຸບັນ iPad ກິນສ່ວນແບ່ງຕະຫລາດແທັບເລັດໄປແລ້ວທັງຫມົດ 74% ໃນຂະນະດຽວກັນ ປະຈຸບັນ Apple ຂາຍ iOS Device ໄດ້ທັງຫມົດ 250ລ້ານເຄື່ອງແລ້ວ!

ຫລັງຈາກນີ້, ກໍ່ເປັນທີຂອງ Scott ຂຶ້ນມາກ່າວກ່ຽວກັບ iOS, ໂດຍ Scott ໄດ້ກ່າວວ່າ iOS ເປັນລະບົບປະຕິບັດການໂທລະສັບມືຖື ແລະ ອຸປະກອນພົກພາອັນດັບຫນຶ່ງຂອງໂລກ, ໂດຍມີສ່ວນແບ່ງຕະຫລາດເຖິງ 43% ໂດຍມີ Android 33% ແລະ RIM 17%

ໃນສ່ວນຂອງ App Store ກໍ່ກາຍເປັນຮ້ານຂາຍ Apps ອັນດັບຫນຶ່ງຂອງໂລກໄປແລ້ວ, ພ້ອມປະຈຸບັນມີຍອດດາວໂຫລດ App ໄປແລ້ວທັງຫມົດຫລາຍກວ່າ 18ພັນລ້ານ App ແລະ ປະຈຸບັນມີຍອດເພີ່ມຂຶ້ນຫລາຍກວ່າ 1ພັນລ້ານດາວໂຫລດ ຕໍ່ເດືອນ.

ໃນສ່ວນຂອງນັກພັດທະນາ App ໃນ AppStore ຮອດປະຈຸບັນນີ້ ທາງ Apple ໄດ້ຈ່າຍເງິນໃຫ້ກັບນັກພັດທະນາໄປແລ້ວເຖິງ $3,000,000,000

ຕໍ່ມາ Scott ກໍ່ໄດ້ກ່າວເປີດໂຕ App ແລະ ບໍລິການໃຫມ່, ເຊິ່ງບໍລິການນີ້ ບ້ານເຮົາອາດຈະບໍ່ໄດ້ໃຊ້, ເຊິ່ງມັນຄື Card. Card ເປັນ App ທີຈະໃຫ້ທ່ານສາມາດສ້າງບັດເຊີນ, ບັດອວຍພອນ ຕ່າງໆໃນ iPhone ຫລື iPod touch ແລ້ວສັ່ງການຈັດສົ່ງໄດ້ທັນທີ, ໂດຍຫລັງຈາກນັ້ນ Apple ຈະເປັນຄົນຈັດພິມ ແລະ ສົ່ງໃຫ້ທ່ານ ແລ້ວຈະມີການແຈ້ງເຕືອນຂຶ້ນມາ ໃນ iPhone ຫລື iPod touch ເມຶ່ອບັດເຊີນ ຫລື ບັດອວຍພອນດັ່ງກ່າວ ເຖິງທີ່ຫມາຍແລ້ວ, ບໍລິການນີ້ຈະເກັບຄ່າບໍລິການທີ່ $2.99 ຕໍ່ບັດເທົ່ານັ້ນ, ເຊິ່ງຈະມາພ້ອມກັບ iOS 5.

ຕໍ່ມາກໍ່້ເປັນການກ່າວກ່ຽວກັບ iCloud, iOS 5 ຕ່າງໆ, ເຊິ່ງກ່ອນນີ້ກໍ່ໄດ້ມີລາຍງານໄປແລ້ວ. ແຕ່ສິ່ງທີ່ມາໃຫມ່ກໍ່ຄື Find My iPhone ຈະຮອງຮັບການຕິດຕາມເຄື່ອງ Mac ໄດ້. ນອກນັ້ນກໍ່ຈະມີບໍລິການໃຫມ່ຄື Find My Friend. ໂດຍ Find My Friends ຈະເປັນ App ແລະ ບໍລິການໃຫມ່ ທີ່ຈະໃຫ້ທ່ານສາມາດຕິດຕາມ ຫລື ຕາມຫາຫມູ່, ຄົນໃນຄອບຄົວ ຫລື ຄົນອື່ນໆ ທີ່ເປີດໃຫ້ທ່ານເຂົ້າເຖິງການຕິດຕາມທີ່ຢູ່ຂອງເຂົາເຈົ້າ. ນອກນັ້ນພໍ່ແມ່ນຜູ້ປົກຄອງ ຍັງສາມາດຕັ້ງຄ່າບໍ່ໃຫ້ບຸດຫລານຂອງຕົນເອງປິດ Find My Friends ໄດ້ອີກດ້ວຍ.

ລອງອ່ານກ່ຽວກັບ  ຜູ້ຊື້ iPhone 4 ສ່ວນໃຫຍ່ເເມ່ນອັບເກດໄອໂຟນ

ເຂົ້າເລື່ອງຂອງ iPod ຕໍ່ກັນເລີຍ, ໃນງານ Let’s Talk iPhone, Phil ກໍ່ໄດ້ຂຶ້ນມາກ່າວເປີດໂຕ iPod Nano ທີ່ໃຫມ່ແຕ່ຫນ້າ UI, ເຊິ່ງໃນ iPod Nano ລຸ້ນຫລ້າສຸດຈະປ່ຽນ UI ຈາກທີ່ມີ 4 icon ມາເປັນ 1 icon ໃຫຍ່ຕໍ່ຫນຶ່ງຫນ້າ, ພ້ອມກັບລຸດລາຄາລົງມາເປັນ $129 ສຳລັບ 8GB ແລະ $149 ສຳລັບ 16GB. ແລະໃນສ່ວນຂອງ iPod Shuffle ກໍ່ຍັງຫນ້າຕາເກົ່າ ພ້ອມລາຄາເກົ່າ. ນອກນັ້ນໃນສ່ວນຂອງ iPod Touch ກໍ່ໄດ້ມີການເພີ່ມລຸ້ນສີຂາວເຂົ້າມາ, ທຸກຢ່າງຄືເກົາ ແລະ ມີລາຄາເລີ່ມຕົ້ນທີ່ $199 ສຳລັບ 8GB, $299 ສຳລັບ 16GB ແລະ $399 ສຳລັບ 32GB ແລະ ຈະເລີ່ມຂາຍໃນວັນທີ່ 12ຕຸລານີ້ ພ້ອມກັບມື້ທີ່ເລີ່ມປ່ອຍໃຫ້ອັບເດດ iOS 5.

ຕໍ່ມາກໍ່ເປັນເວລາຂອງການເປີດໂຕ iPhone ລຸ້ນຫລ້າສຸດຂອງ Apple ໂດຍ iPhone ລຸ້ນນີ້ມີຊື່ວ່າ iPhone 4S ແລະບໍ່ມີ iPhone 5 ແຕ່ຢ່າງໃດ, ໃນງານນີ້. ໂດຍໃນ iPhone 4S ຈະບໍ່ມີການປ່ຽນແປງຫນ້າຕາແຕ່ຢ່າງໃດ, ສິ່ງທີ່ເປັນແປກໄປກໍ່ຈະເປັນທີ່ຂອບຂອງໂຕເຄື່ອງ ເຊິງອອກແບບເພຶ່ອແກ້ໄຂປັນຫາສັນຍານຂາດ ທີ່ເກີດກັບ iPhone 4, ແລະ ເນັ້ນການອັບເກຼດສະເປັກຂອງຮາດແວພາຍໃນ.

ໃນ iPhone 4S ຈະໃຊ້ CPU ເປັນ Dual Core A5 ເຊິ່ງເປັນໂຕດຽວທີ່ໃຊ້ກັບ iPad 2, ເຊິ່ງຈະເຮັດໃຫ້ການໃຊ້ງານໄວຂຶ້ນກວ່າ iPhone 4 ເຖິງສອງເທຶ່ອ, ພ້ອມກັບການປະມວນຜົນການສະແດງຜົນໄດ້ໄວກວ່າເຖິງ 7ເທົ່າກັນເລີຍ.

ໃນສ່ວນຂອງອາຍຸການໃຊ້ງານຂອງແບັດເຕີລີ, ກໍ່ເພີ່ມຂຶ້ນມາເລັກຫນ້ອຍ ໂດຍຈະສາມາດລົມສາຍຕໍ່ເນື່ອງໃນເຄຶອຂ່າຍ 3G ໄດ້ດົນເພີ່ມຂຶ້ນ 1ຊົ່ວໂມງຈາກເດີມ, ໂດຍຈະສາມາດລົມໄດ້ 8ຊົ່ວໂມງ.

ໃນສ່ວນຂອງການເຊື່ອມຕໍ່, ໃນ iPhone 4 ຈະໃຊ້ເສົາສັນຍານສອງໂຕ ທີ່ສາມາດສັບປ່ຽນໄປມາໃນການຮັບສົ່ງຂໍ້ມູນໄດ້ເປັນຢ່າງດີ, ເຮັດໃຫ້ຄຸນນະພາບຂອງການໂທດີຂຶ້ນ. ພ້ອມນັ້ນຍັງຮອງຮັບເຄຶ່ອຄ່າຍໄດ້ສອງແບບຄື CDMA ແລະ GSM ໃນເຄື່ອງດຽວອີກດ້ວຍ, ຢ່າງໃດກໍ່ຕາມ iPhone 4S ຈະຮອງຮັບ HSDPA ຄວາມໄວສູງສຸດທີ່ 14.4Mbps ເຊິ່ງຈາກເດີມຮອງຮັບຄວາມໄວສູງສຸດທີ່ 7.2Mbps.

ເລື່ອງຂອງກ້ອງ ກໍ່ໄດ້ມີການອັບເກຼດຂຶ້ນມາເປັນ 8ລ້ານພິກເຊວ, ໂດຍໃຊ້ CMOS ເປັນຊິບພາຍໃນ, ມາກັບເລັນ 5ໂຕ, ມີ​ Aperture ຫລື ຮູຮັບແສງເປີດໄດ້ສູງເຖິງ 2.4 ເຊິ່ງຈະເຮັດໃຫ້ສາມາດຮັບແສງໄດ້ຫລາຍຂຶ້ນ, ເຮັດໃຫ້ຮູບມີສີທີ່ງາມຂຶ້ນ, ແຖມກ້ອງ iPhone 4S ຈະສາມາດໄດ້ໄວຂຶ້ນອີກດ້ວຍ.

ໃນກ້ອງ 8ລ້ານພິກເຊວ ຈະຮອງຮັບການບັນຖຶກວິດີໂອຄວາມລະອຽດສູງ ລະດັບ Full HD 1080p, ພ້ອມລະບົບທີ່ຈະຊ່ວຍລຸດຜ່ານການສັ່ນໄຫວໃນຂະນະທີ່ຖ່າຍວິດີໂອຢູ່, ເຊິ່ງຈະເຮັດໃຫ້ວິດີໂອທີ່ຖ່າຍອອກມາລ່ຽນໄຫລດີ.

ນອກນັ້ນ ສິ່ງສຸດທ້າຍຂອງງານກໍ່ຄື Siri. Siri ຈະເປັນລະບົບຈື່ຈຳສຽງ, ໂຕ້ຕອບ, ແລະຮັບຄຳສັ່ງານຜ່ານສຽງຂອງຜູ້ໃຊ້, ເຊິ່ງມັນກໍບໍ່ຕ່າງຈາກລະບົບ Voice Recognized ໂຕອື່ນໆປານໃດ, ນອກຈາກວ່າ ໃນ Siri ຈະໃຫ້ທ່ານໃຊ້ສຽງຂອງທ່ານເປັນການເຝິກ iPhone ຂອງທ່ານໃຫ້ຈື່ສຽງ ແລະ ສຳນຽງພາສາຂອງທ່ານໄດ້. ໃນ Siri ຈະສາມາດຕອບຄຳຖາມ ເລື່ອງສະພາບອາການ ແລະອື່ນໆໄດ້, ພ້ອມດ້ວຍກັບການເຮັດຕາມຄຳສັ່ງຈາກສຽງຂອງຜູ້ໃຊ້ເອງ. ລາຍລະອຽດ ສາມາດເບິງໄດ້ທີ່ວິດີໂອທ້າຍຂ່າວ.

 ທີ່ມາ – Apple Streaming.


Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.