ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ລາຍງານຄວາມເຄື່ອນໄຫວ ຂອງ iPhone 4S ວ່າມີຫຍັງຫນ້າສົນໃຈ

ຂ່າວໄອທີ, ໂທລະສັບ

ຫລັງຈາກໄດ້ເປີດໂຕ ແລະ ວາງຂາຍໄປເປັນທີ່ຮຽບຮ້ອຍແລ້ວ ສຳລັບ iPhone 4S ໂທລະສັບມືຖືລຸ້ນຫລ້າສຸດຂອງ Apple. ແຕ່ຫລາຍຄົນກໍ່ອາດຈະຢາກຮູ້ຄວາມເຄື່ອນໄຫວຕ່າງໆ ຂອງການຂາຍ iPhone 4S ວ່າຂາຍດີຫລື ບໍ່ ຫລື ໄດ້ຮັບການຕອບຮັບທີ່ດີບໍ່; ເຊິ່ງກໍ່ມີລາຍງານອອກມາຈາກ Apple ໃນວັນທີ 17 ທີ່ຜ່ານມາວ່າ: iPhone 4S ມີຍອດຂາຍຫລາຍກວ່າ 4ລ້ານເຄື່ອງແລ້ວ ຫລັງຈາກທີ່ວາງຂາຍໄດ້ພຽງ 3ມື້ ເທົ່ານັ້ນ (ວາງຂາຍວັນທີ 14ຕຸລາ). ເຊິ່ງຫາກຄິດໄລ່ຍອດຂາຍຕໍ່ນາທີ ກໍ່ຈະເທົ່າກັບວ່າ Apple ຂາຍ iPhone 4S ໄດ້ ນາທີລະ ເກົ້າຮ້ອຍກວ່າເຄື່ອງກັນເລີຍ, ເຊິ່ງເປັນສະຖິຕິໃຫມ່ຂອງໂລກເລີຍກໍ່ວ່າໄດ້. ນອກນັ້ນແລ້ວ ທາງ Apple ຍັງໄດ້ມີລາຍງານອອກມາອີກວ່າ ຫລັງຈາກທີ່ເປີດ iOS 5 ໃຫ້ອັບເດດໄປ ພາຍໃນ 5ມື້ ກໍ່ມີຍອດຜູ້ໃຊ້ທີ່ໄດ້ອັບເກດ ຫລື ໃຊ້ງານ iOS 5 ສູງເຖິງ 25ລ້ານຜູ້ໃຊ້ທົ່ວໂລກ, ພ້ອມກັບມີຜູ້ໃຊ້ຈຳນວນ 20ລ້ານຜູ້ໃຊ້ ທີ່ສະຫມັກໃຊ້ງານບໍລິການ iCloud ອີກດ້ວຍ.

ນອກຈາກ iPhone 4S ຈະຂາຍດີ ນາທີລະ ເກົ້າຮ້ອຍກວ່າເຄື່ອງກໍ່ຕາມ, ຫລ້າສຸດ ກໍ່ຍັງມີການວິເຄາະ ຕົ້ນທຶນຂອງ iPhone 4S ຈາກ iSuppli ອອກມາ. ໂດຍຄຳນວນຈາກວັດສະຖຸຂອງ iPhone 4S ທັງຫມົດແລ້ວລວມມູນຄ່າຕົ້ນທຶນການຜະລິດ iPhone 4S ລຸ້ນ 16GB ຕໍ່ເຄື່ອງຢູ່ທີ່ $196 ເທົ່ານັ້ນ ເຊິ່ງລຸ້ນ 32GB ແລະ 64GB ກໍ່ຈະແພງຂຶ້ນມາຫນ້ອຍຫນຶ່ງ; ໃນການປະມວນມູນຄ່າຕົ້ນທຶນຂອງ iPhone 4S ປະກອບມີຄ່າສິ້ນສ່ວນ ຫລື ອົງປະກອບຂອງ iPhone ທັງຫມົດ ມີມູນຄ່າພຽງ $188 ແລະອີກ $8 ສຳລັບຂັ້ນຕອນການຜະລິດ. ສິ່ງທີ່ຫນ້າສົນໃຈຄືສິ້ນສ່ວນທີ່ແພງທີ່ສຸດ ໃນ iPhone 4S ຈະເປັນ NAND Flash Memory ເຊິ່ງລຸ້ນ 16GB ຈະມີມູນຄ່າ $19.20; $38.40  ສຳລັບລຸ້ນ 32GB ແລະ $76.80  ສຳລັບລຸ້ນ 64GB.

ນອກນັ້ນແລ້ວ ທາງ iSuppli ຍັງບອກອີກວ່າ NAND Flash Memory ທີ່ມີຢູ່ໃນ iPhone 4S ບໍ່ໄດ້ຜະລິດໂດຍ Samsung, ຕາມທີ່ມີໃນ iPhone 4, ແຕ່ NAND Flash Memory ໃນ iPhone 4S ແມ່ນຜະລິດໂດຍບໍລິສັດຜະລິດຊິບຄວາມຈຳທີ່ໃຫຍ່ອັນດັບສອງຂອງໂລກ ຊື່ Hynix ໃນປະເທດເກົາຫລີໃຕ້.

ຢ່າງໃດກໍ່ຕາມ, ເມຶ່ອເຫັນຕົ້ນທຶນ iPhone 4S ຕຳແບບນີ້ ກໍ່ຢ່າຟ້າວໄປດ່າ ຫລື ບອກວ່າ Apple ເອົາປຽບ ຫລື ຫນ້າເລືອດ, ເພາະກ່ອນຈະມາເປັນໂທລະສັບເຄື່ອງຫນຶ່ງມັນຕ້ອງຜ່ານການອອກແບບ ແລະ ທົດລອງຫລາຍຂັ້ນຕອນ, ພ້ອມດ້ວຍການຈ່າຍຄ່າສິດທິບັດບາງໂຕທີ່ບໍ່ໄດ້ເປັນຂອງ iPhone ຫລື iOS 5 ນອກນັ້ນກໍ່ຍັງມີພະນັກງານຈຳນວນຫລາຍຫມື່ນຄົນທີ່ມີສ່ວນໃນການຜະລິດ ຫລື ສ້າງມັນອອກມາ.

ທີ່ມາ – Apple ແລະ Tuaw

ລອງອ່ານກ່ຽວກັບ  ເຜີຍ iPhone4 ມີ​ແລມ​ມາ​ໃຫ້ 512MB ຫລາຍກວ່າ iPad ແລะ3GS

Souliyo

Co-Founder and CTO of BIZGITAL and LOCA

Comments
    1. ຕ້ອງເບິງ Baseband ຫລື Firmware version ຂອງ iPhone ເຈົ້າ, ຫາກເປັນເວີຊັ່ນລຸ່ມນີ້ສາມາດເຮັດໄດ້ດ້ວຍການ Jailbreak ແລະ ເພີ່ມ Source ນີເຂົ້າໄປ http://repo666.ultrasn0w.com

      01.59.00
      04.26.08
      05.11.07
      05.13.01
      05.12.01
      06.15.00

Leave a Reply to Souliyo Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.