ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ເປີດໂຕແລ້ວ iPhone 4S ມືຖືສະມາດໂຟນ ລຸຸ້ນຫລ້າສຸດຂອງ Apple

ຂ່າວໄອທີ, ໂທລະສັບ

ຫລັງຈາກທີ່ຕົກເປັນຂ່າວລືກັນມາຫລາຍຕໍ່ຫລາຍເທຶ່ອ, ບໍ່ວ່າຈະເປັນ iPhone 5 ຫລື iPhone 4S ເຊິ່ງຫລ້າສຸດ ກໍ່ອອກມາສູ່ສາຍຕາຊາວໂລກແລ້ວ, ເຊິ່ງ Apple ເອີ້ນວ່າ iPhone 4S.

ສຳລັບ iPhone 4S ນີ້ຈະຍັງໃຊ້ຮູບຮ່າງຫນ້າຕາເກົ່າ, ເຊິ່ງຄົງຄອນເຊັບ ການອັບເກລດ iPhone 3G ເປັນ iPhone 3GS ແຕ່ສິ່ງທີ່ເພີ່ມເຂົ້າມາໃຫມ່ ແລະ ຫນ້າສົນໃຈຄືແມ່ນຮາດແວທາງໃນຂອງມັນຕາງຫາກ, ເພາະ iPhone 4S ຈະໃຊ້ CPU ເປັນ Dual Core A5 ໂຕດຽວກັບທີ່ມີຢູ່ໃນ iPad 2, ພ້ອມນັ້ນ Apple ຍັງເກິນໄວ້ວ່າໄວກວ່າ iPhone 4 ເຖິງສອງເທົ່າ.

ມີການເພີ່ມຄວາມລະອຽດກ້ອງເປັນ 8ລ້ານພິກເຊວ ໂດຍໃຊ້ຊິບ CMOS ເຊິ່ງຮອງຮັບການຖ່າຍວິດີໂອແບບ Full HD 1080p, ແລະໄດ້ເພີ່ມ Lens ເຂົ້າໄປຈາກແຕ່ກ່ອນ 4ໂຕ ເປັນ 5ໂຕ ພ້ອມມີຮູຮັບແສງ ຫລື Aperture F2.4  ອີກດ້ວຍ, ໂດຍໃນ Apple ບອກວ່າກ້ອງ iPhone 4S ຖ່າຍຮູບໄດ້ໄວກວ່າກ້ອງໂທລະສັບລຸ້ນອື່ນໆອີກດ້ວຍ,​ ລາຍລະອຽດ.

ໃນ iPhone 4S ຍັງຈະມາກັບຄວາມສາມາດໃຫມ່ ຊື່ວ່າ Siri, ເຊິ່ງ Siri ເປັນຄວາມສາມາດທີ່ຈະສາມາດເຮັດຕາມຄຳສັ່ງຂອງຜູ້ໃຊ້ໄດ້ ເຊິ່ງຈະສະຫລາດກວ່າລະບົບ Voice Recognized ໂຕອື່ນໆ, ເຊິ່ງ Siri ຈະສາມາດເຮັດໄດ້ຕັ້ງແຕ່ການຕອບຄຳຖາມຂອງເຮົາ,​ ອ່ານຂໍ້ຄວາມ, ເຮັດຕາມຄຳສັ່ງໂດຍການຟັງຄຳສັ່ງຂອງຜູ້ໃຊ້ ແລະ ຍັງມີຄວາມສາມາດອື່ນໆອີກທີ່ Siri ເຮັດໄດ້, ລາຍລະອຽດ.


ທາງດ້ານປະສິດທິພາບຂອງລະບົບເຄຶອຂ່າຍໃນ iPhone 4S ກໍ່ຍັງມີການປັບປຸງຫລາຍຢ່າງເຊັ່ນ: ຮອງຮັບການໃຊ້ງານເທິງລະບົບ GSM ແລະ CDMA ໃນລຸ້ນດຽວ ເຊິ່ງຜູ້ໃຊ້ສາມາດນຳໄປໃຊ້ໄດ້ກັບລະບົບ CDMA ຫລື GSM ໄດ້ທົ່ວໂລກ(ຕ້ອງເປັນເຄື່ອງ Unlocked).  ຮອງຮັບ HSDPA 14.4 Mbps. ມີ Bluetooth ເປັນ 4.0 ແລະ ຮອງຮັບ WIFI 802.11b/g/n ເຊິ່ງ 802.11 n ຈະຮອງຮັບກັບຄວາມທີ່ 2.4GHz ເທົ່ານັ້ນ. ນອກນັ້ນແລ້ວທາງການການຮັບສັນຍານ Apple ຍັງບອກວ່າ iPhone 4S ໃຊ້ເສົາສັນຍານສອງໂຕໃນການສັບປ່ຽນກັນຮັບ ແລະ ສົ່ງຂໍ້ມູນການເຊື່ອມຕໍ່.

ໃນສ່ວນຂອງການໃຊ້ iPhone 4S ຈະສາມາດລົມສາຍໄດ້ຕໍ່ເນື່ອງເທິງເຄຶອຂ່າຍ 3G ໄດ້ 8ຊົ່ວໂມງ, ຫລິ້ນອິນເຕີເນັດຜ່ານເຄຶ່ອຂ່າຍ 3G ໄດ້ 6ຊົ່ວໂມງ ແລະ ຜ່ານ WIFI ໄດ້ເຖິງ 9ຊົ່ວໂມງ, ແລະ ຍັງສາມາດຫລິ້ນວິດີໂອຕໍ່ເນື່ອງໄດ້ຍາມເຖິງ 10ຊົ່ວໂມງ, ຫາກຟັງເພງກໍ່ຈະຟັງໄດ້ເຖິງ 40ຊົ່ວໂມງ ແບບຕໍ່ເນື່ອງ, ເຊິ່ງຫາກປ່ອຍໄວ້ຫລ້າໆ ກໍ່ຈະສາມາດຢູ່ໄດ້ດົນເຖິງ 200ຊົ່ວໂມງກັນເລີຍ.

ສຳລັບ iPhone 4S ນີ້ຈະເລີ່ມວາງຂາຍທີ່ອາເມລິກາ ໃນວັນທີ 14ຕຸລາ ນີ້ ເຊິ່ງຈະມາກັບ iOS 5 ແລະ ສາມຂະຫນາດຄວາມຈຳຄື 16GB, 32GB ແລະ 64GB ສຳລັບລາຄານັ້ນມີພຽງແຕ່ເຄື່ອງທີ່ຊື້ແບບຕິດສັນຍາກັບຜູ້ໃຫ້ບໍລິການໃນລາຄາ $199 ສຳລັບ 16GB, $299 ສຳລັບ 32GB, ແລະ $399 ສຳລັບ 64GB. ສ່ວນລຸ້ນປົດລັອກຍັງບໍ່ມີການປະກາດອອກມາແຕ່ຢ່າງໃດ.

ລາຍລະອຽດ: http://www.apple.com/iphone/ 

ສະຫລຸບແລ້ວ iPhone 4S ຈະເປັນການປ່ຽນແປງໃນສ່ວນຂອງຮາດແວພາຍໃນ ໃຫມ່ຫມົດ, ຍົກເວັ້ນຫນ້າຈໍ ແລະ ໂຕເຄື່ອງ ຍົງຄວາມຮູບຊົງ ແລະ ຄວາມລະອຽດຂອງຫນ້າຈໍຊຳເກົ່າໄວ້. ຫາກໃຜກຳລັງຕັດສິນໃຈທີ່ຈະຊື້ iPhone 4 ຕອນນີ້ ກໍ່ອາດຈະເລືອກ iPhone 4S ໄວ້ພິຈາລະນາ ກໍ່ບໍ່ເສຍຫາຍຫຍັງ, ແຕ່ຫາກຕ້ອງການລາຄາທີ່ຖືກລົງກໍ່ເລືອກ iPhone 4 ກໍ່ໄດ້.

ລອງອ່ານກ່ຽວກັບ  Samsung Galaxy Player ປ່ອຍໃຫ້ຈອງຜ່ານ Amazon ອັງກິດແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.