ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ປ່ອຍ iOS 5 ອອກມາໃຫ້ຜູ້ໃຊ້ ອັບເດດຢ່າງເປັນທາງການແລ້ວ

ຂ່າວດ່ວນ

ຖ້າກັນມາດົນຫລາຍ ສຳລັບ iOS 5, ເຊິ່ງໃນທີ່ສຸດກໍ່ອອກມາສູ່ສາຍຕາຜູ້ໃຊ້ທົ່ວໄປຢ່າງເປັນທາງການແລ້ວ. ໂດຍການອັບເດດກໍ່ພຽງແຕ່ຕໍ່ເຂົ້າກັບ iTunes ແລ້ວກໍ່ເຮັດການກວດກາການອັບເດດ, ພຽງເທົ່ານີ້ ກໍ່ຈະມີການແຈ້ງເຕືອນຂຶ້ນມາ ໃຫ້ດາວໂຫລດ iOS 5 ສຳລັບອຸປະກອນ iPhone, iPad, ແລະ iPod touch ຂອງທ່ານທັນທີ. ແຕ່ກ່ອນທີ່ຈະອັບເດດ ແນະນຳໃຫ້ເຮັດການ ສຳຮອງຂໍ້ມູນໄວ້ກ່ອນຈະເປັນການດີ, ແລ້ວຫລັງຈາກນີ້ ທ່ານກໍ່ຈະເປັນອິດສະຫລະຈາກ iTunes ເພາະ ທ່ານຈະສາມາດອັບເດດແບບ OTA ໄດ້ໂດຍບໍ່ຕ້ອງຫງໍ້ iTunes ອີກຕໍ່ໄປ, ພ້ອມຂໍຖິ້ມທ້າຍວ່າ ຢ່າລືມໃຊ້ບໍລິການ iCloud ທີ່ Apple ນຳມາໃຫ້ໃຊ້ຫລ້າໆ ແດ່ເດີ່. ລາຍລະອຽດຂອງ iOS 5 ສາມາດເຂົ້າເບິງໄດ້ທີ່ນີ້

 

ອັບເດດ: ຕ້ອງເປັນ iTunes 10.5 ຂຶ້ນໄປເທົ່ານັ້ນ ຈຶ່ງຈະສາມາດອັບເດດໄດ້.

ທີ່ມາ – Apple

ລອງອ່ານກ່ຽວກັບ  Rovio ເພີ່ມ Summer Pignic ເຂົ້າໄປໃນ Angry Birds Seasons

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.