ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Samsung ຈັບມືກັບ Google ເປີດໂຕ Galaxy Nexus ແລະ Android 4.0

ຂ່າວໄອທີ, ໂທລະສັບ

ຫລ້າສຸດທາງ Samsung ໄດ້ຈັບມືກັບ Google ເພຶ່ອເປີດໂຕໂທລະສັບມືຖືຕະກຸນ Nexus ລຸ້ນໃຫມ່ ພ້ອມກັບ Android 4.0. ເຊິ່ງໂທລະສັບມືຖື ຕະກຸນ Nexus ລຸ້ນໃຫມ່ນີ້ ມີຊື່ວ່າ Galaxy Nexus, ເຊິ່ງເປັນໂທລະສັບລຸ້ນທຳອິດ ແລະ ເປັນຕົ້ນແບບຂອງການພັດທະນາລະບົບປະຕິບັດການ Android 4.0 ຫລື Ice-cream Sandwich.

ໂດຍ Galaxy Nexus ຈະມາກັບ ຫນ່ວຍປະມວນຜົນຄວາມໄວ 1.2 GHz ທີ່ມີສອງແກນສະຫມອງ; ມີຫນ້າຈໍ Super AMOLED ທີ່ໃຫຍ່ເຖິງ 4.65ນິ້ວ, ເປັນຈໍ HD 1280×720; ມີກ້ອງຫລັງ 5MP ຮອງຮັບການຖ່າຍວິດີໂອໄດ້ລະອຽດເຖິງ 1080p ແລະ ກ້ອງຫນ້າ 1.3MP ສຳລັບເຮັດ Video Call; ມີ Ram 1GB ພ້ອມກັບຫນ່ວຍຄວາມຈຳສອງຂະຫນາດ ຄື 16GB ແລະ 32GB;

ນອກນັ້ນແລ້ວ ໃນການລະບົບການເຊື່ອມຕໍ່ຕ່າງໆຂອງ Galaxy Nexus ຍັງມີການອັບເກດຂຶ້ນມາໃຊ້ເທັກໂນໂລຢີໃຫມ່ໆ ເຊັ່ນ: ໃຊ້ Bluetooth 3.0; ຮອງຮັບການເຊື່ອມຕໍ່ Wifi b/g/n; ຮອງຮັບເທັກໂນໂລຢີ NFC (Near field  Communication); ແລະ ຍັງຮອງຮັບເຄຶອຂ່າຍ 4G ທີ່ໄວສູງກວ່າ 100Mbps ອີກດ້ວຍ (ຂຶ້ນກັບຜູ້ໃຫ້ບໍລິການ).

ໃນສ່ວນຂອງລະບົບປະຕິບັດການ Android 4.0 ຫລື Ice-cream Sandwich ແມ່ນໄດ້ປ່ຽນຮູບລັກ Android ໄປຫລາຍສົມຄວນ, ໂດຍສະເພາະໃນເລື່ອງປຸ່ມກົດ. ເຊິ່ງໃນ Android 4.0 ຈະບໍ່ມີປຸ່ມກົດອີກຕໍ່ໄປ, ແຕ່ຈະປ່ຽນໄປເປັນມີປຸ່ມກົດເຂົ້າໃນ UI ແທນ. ນອກນັ້ນແລ້ວ ກໍ່ຕາມທີ່ Google ໄດ້ບອກໄປໃນຕອນເປີດໂຕ Honeycomb, ເຊິ່ງ Android 4.0 ຈະເປັນການປະສົມປະສານກັນລະຫວ່າງ Android 3.0 ແລະ Android 2.3 ເຊິ່ງເຮັດໃຫ້ສາມາດໃຊ້ງານໄດ້ທັງແທັບເລັດ ແລະ ໂທລະສັບມືຖື. ຄວາມສາມາດໃຫມ່ໆທີ່ຫນ້າສົນໃຈ ກໍ່ມີຫລາຍຢ່າງເຊັ່ນ:

– Wi-Fi Direct ຈະເປັນເທັກໂນໂລຢີ ທີ່ເຮັດໃຫ້ຜູ້ໃຊ້ Android ສາມາດຖ່າຍໂອນໄຟລ໌ ຜ່ານ Wifi ໂດຍຄວາມໄວຂຶ້ນຕາມມາດຕະຖານຂອງ Wifi ແຕ່ລະລຸ້ນ, ໄດ້ ໂດຍຕໍ່ໄປ Android ທຸກລຸ້ນທີ່ເປັນ 4.0 ຈະສາມາດໃຊ້ງານ Wi-Fi Direct ໄດ້ເລີຍທັນທີ.

– Face Unlock ຈະເປັນລະບົບຈືຈຳໃບຫນ້າຂອງຜູ້ໃຊ້, ໂດຍຜູ້ໃຊ້ສາມາດໃຊ້ໃບຫນ້າຂອງຕົນເອງ ເຂົ້າໃນການລັອກໂທລະສັບ ຫລື ແທັບເລັດຂອງຕົນເອງໄດ້, ແລ້ວກໍ່ໃຊ້ໃບຫນ້າຂອງໂຕເອງເພຶ່ອປົດລັອກ ເມຶອຢາກໃຊ້ງານ. ເຊິ່ງຄວາມສາມາດແບບນີ້ ເຮົາອາດຈະເຫັນໃນບັນດາ App ຕ່າງໆມາກ່ອນແລ້ວ. ແຕ່ ໃນ Android 4.0 ທາງ Google ຫັນມາຈັບໄອເດຍນີ້ຍັດລົງໄປໃສ່ ເພຶ່ອຕອບສະຫນອງຄວາມຕ້ອງການຂອງຜູ້ໃຊ້.

ນອກຈາກສອງຢ່າງທີ່ເວົ້າມາແລ້ວ ກໍ່ຍັງມີອີກຫລາຍຢ່າງ ທີ່ມີໃນ Android ເວີຊັ່ນອື່ນໆທີ່ໄດ້ຖືກພັດທະນາ ແລະ ປັບປຸງໃຫມ່ ໃຫ້ເປັນຕາໃຊ້ ແລະ ໃຊ້ງານງ່າຍຫລາຍຂຶ້ນ. ໂດຍລາຍລະອຽດສາມາດເຂົ້າໄປເບິງໄດ້ທີ່ http://developer.android.com/sdk/android-4.0-highlights.html

ຢ່າງໃດກໍ່ຕາມ Android 4.0 SDK ຕອນນີ້ອອກມາໃຫ້ນັກພັດທະນາດາວໂຫລດໄປເພຶ່ອສ້າງ ແລະ ທົດລອງ App ໃນ Android 4.0 ແລ້ວ. ແຕ່ສຳລັບທີ່ຈະອອກອັບເກດໃນໂທລະສັບລຸ້ນອືນໆນັ້ນ ຕ້ອງຖ້າຟັງກັນໄປກ່ອນ ວ່າລຸ້ນໃດຈະສາມາດອັບເກດເປັນ Android 4.0 ໄດ້ແດ່. ແຕ່ທີ່ແນ່ໆ Galaxy S II ອາດຈະໄດ້ອັບໃນອີກບໍ່ດົນ ຫລັງຈາກທີ່ Galaxy Nexus ເລີ່ມວາງຂາຍ ໃນເດືອນພະຈິກນີ້.

ລອງອ່ານກ່ຽວກັບ  Motorola Xoom ໄດ້ອັບເດດເປັນ Android 4.0 ICS ຢ່າງເປັນທາງການແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.