ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Yahoo ປ່ອຍແອັບຯ Flickr For Android ໃຫ້ກັບຜູ້ໃຊ້ງານ Flickr ແລ້ວ

Android Apps, ຂ່າວໄອທີ

ຖ້າກັນມາດົນແສນດົນສຳລັບ Flickr For Android ສະບັບສົມບູນ ແລະ ຢ່າງເປັນທາງການຢາກ Yahoo ຫລັງຈາກກ່ອນຫນ້ານີ້ ຜູ້ໃຊ້ Android ຕ້ອງໄດ້ໃຊ້ Flickr ຈາກນັກພັດທະນາລາຍອື່ນໄປການແກ້ໄຂໄປກ່ອນ. ແຕ່ຫລ້າສຸດກໍ່ສິ້ນສຸດການຖ້າແລ້ວ, ເພາະ Yahoo ອອກມາປ່ອຍແອັບຯ Flickr ສຳລັບ Android 1.0 ໃຫ້ກັບຜູ້ໃຊ້ໄດ້ໄປສຳພັດກັນແລ້ວ.

ໃນ Flickr ສຳລັບ Android ເວີຊັນທຳອິດນີ້ກໍ່ມີຫລາຍຄວາມສາມາດທີ່ຫນ້າສົນໃຈ ແລະ ເປັນຕາໃຊ້,​ ສ່ວນໂຕຜູ້ຂຽນແລ້ວ ມັກຄວາມສາມາດທີ່ເຮົາສາມາດໃສ່ Filter ເຂົ້າໄປໃນຮູບທີ່ຈະອັບໂຫລດຂຶ້ນໄປ Flickr ໄດ້, ນອກນັ້ນຍັງສາມາດເລືອກຮູບໄດ້ຈາກການຖ່າຍໃຫມ່ ຫລື ຈະເປັນຈາກອັລບັ້ມຮູບທີ່ມີຢູ່ກໍ່ໄດ້ ແຖມຍັງແຊໄປຍັງ Facebook, Twitter ແລະ Social network ອື່ນໄດ້ອີກດ້ວຍ.

ທີ່ມັກທີ່ສຸດຄືລະບົບ Slide Show ຂອງ Flickr ລ່ຽນໄຫລ ແລະ ໃຊ້ງານງ່າຍພຽງແທັບໄປທີ່ປຸ່ມ Play ກໍ່ຈະເປັນ Slide Show ໃຫ້ທັນທີ ແລະ ເຮົາຍັງສາມາດເລືອນໄປຫນ້າ ຫລື ກັບຫລັງດ້ວຍໂຕເຮົາເອງໄດ້ອີກດ້ວຍ. ເທົ່ານັ້ນຍັງບໍ່ຫມົດ ເຮົາຍັງສາມາດເລືອນຈາກຮູບຫນຶ່ງໄປຍັງຮູບຫນຶ່ງໄດ້ ດ້ວຍການສະໄລນ໌ນິ້ວມືໄປຊ້າຍ ຫລື ຂວາ ເພຶ່ອເລື່ອນເບິງຮູບ ຕໍ່ໄປ ຫລື ຮູບກ່ອນຫນ້າ ແລະ ແທັບໄປທີ່ຮູບ ເພຶ່ອເບິງແບບເຕັມຈໍ ຫລື ເຂົ້າໄປຍັງໂຫມດ Slide Show ໄດ້ອີກດ້ວຍ.

ສ່ວນໂຕຜູ້ຂຽນຖືວ່າປະທັບໃຈໃນ Flickr For Android ຫລາຍ, ແລະ ສຳລັບນັກຖ່າຍຮູບ ຫລື ຄົນໃຊ້ງານ Flickr ຢູ່ກໍ່ອາດຈະຄິດຄືກັບຂ້າພະເຈົ້າ, ແຕ່ແນວໃດກໍ່ດີ ດາວໂຫລດໄປລອງໃຊ້ກັນດີກວ່າໂດຍສາມາດເຂົ້າໄປດາວໂຫລດໄດ້ຈາກ Android Mark ໃນໂທລະສັບຂອງທ່ານ ຫລື ຈະເປັນລິ້ງທາງດ້ານລຸ່ມກໍ່ໄດ້.

ດາວໂຫລດ: https://market.android.com/details?id=com.yahoo.mobile.client.android.flickr

ລອງອ່ານກ່ຽວກັບ  Android ສະຫລອງຄົບຮອບ 10ພັນລ້ານ ດາວໂຫລດ, ພ້ອມຫລຸດລາຄາແອັບຯ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.