ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Facebook ປ່ອຍແອັບຯ Facebook For iPad ຢ່າງເປັນທາງການແລ້ວ

iOS Apps, ຂ່າວໄອທີ

ຖ້າກັນມາດົນຫລາຍສົມຄວນ ຕັ້ງແຕ່ iPad ລຸ້ນທຳອິດອອກມາ, ຕໍ່ເນື່ອງຈົນມາຮອດ iPad 2 ຫລາຍຄົນກໍ່ຍັງຫວັງວ່າຈະມີແອັບຯ Facebook ທີ່ອອກມາສຳລັບ iPad ໂດຍສະເພາະ, ແຕ່ກໍ່ຍັງບໍ່ມີຮ່ອງຮອຍຫຍັງ, ເຖິງວ່າຈະມີຂ່າວລືອອກມາຕ່າງໆນາໆ. ຈົນມາຮອດປະຈຸບັນ Facebook ກໍ່ໄດ້ຕັດສິນໃຈປ່ອຍ Facebook For iPad ອອກມາໃຫ້ຜູ້ໃຊ້ iPad ທີ່ໃຊ້ແອັບແບບຂະຫຍາຍມາດົນ ໄດ້ສຳພັດກັບ UI ທີ່ອອກແບບມາສຳລັບ iPad ໂດຍສະເພາະແລ້ວ.

ເຊິງໃນ Facebook For iPad ກໍ່ບໍ່ມີຄວາມສາມາດຕ່າງຫຍັງຈາກ Facebook For iPhone ຫລາຍ. ເຊິ່ງ Facebook For iPad ຈະສາມາດໃຊ້ງານ App ແລະ ເກມ ໃນ Facebook ໄດ້, ຮອງຮັບການເຊັກອິນຕ່າງໆ, ສາມາດເບິງຮູບໄດ້ຫມູ່ເພື່ອນໄດ້ແບບເຕັມທີ່ ຫລື ເຕັມຫນ້າຈໍ. ເຊິ່ງຫລັກໆໃນ Facebook ທີ່ອອກມາສຳລັບ iPad ກໍ່ຈະເນັ້ນເລື່ອງ UI ແລະ ຂະຫນາດຫນ້າຈໍທີ່ໃຫຍ່ຂຶ້ນ ໂດຍບໍ່ຕ້ອງຂະຫຍາຍ.

ສຳລັບນັກພັດທະນາມືທີ່ສາມ ທີ່ພັດທະນາແອັບ Facebook ໃນ iPad ອາດຈະຂັວນຫາຍໄປຫລາຍສົມຄວນ, ແລະ ອາດຈະໄດ້ເຮັດວຽກບ້ານເພຶ່ອອອກມາແຂ່ງກັບ Facebook For iPad ທີ່ທາງ Facebook ເຮັດອອກມາ, ແຕ່ສຳລັບທ່ານຜູ້ໃຊ້, ກໍ່ມີແຕ່ຫາກຢາກໃຊ້ງານກໍ່ສາມາດເຂົ້າໄປດາວໂຫລດໄດ້ແລ້ວຫລ້າໆ ທີ່ AppStore.

http://itunes.apple.com/us/app/facebook/id284882215?mt=8 

 

ລອງອ່ານກ່ຽວກັບ  Skype ສຳລັບ iOS ອັບເດດເປັນ 3.0 ຮອງຮັບ Video call

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.