ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Samsung ເປີດໃຫ້ດາວໂຫລດ ChatON Messaging ຢ່າງເປັນທາງການແລ້ວ.

Android Apps, ຂ່າວໄອທີ

ຫລ້າສຸດ Samsung ຫັນມາເປີດບໍລິການສົ່ງຂໍ້ຄວາມຊື່ວ່າ ChatON ໃຫ້ກັບຜູ້ໃຊ້ທຸກແພັດຟອມ ໃຫ້ສາມາດຕິດຕໍ່ກັນໄດ້ສະດວກ.​ ເຊິ່ງໃນໂຕ ChatON ກໍ່ບໍ່ແຕກຕ່າງຈາກບໍລິການຂໍ້ຄວາມໂຕອື່ນຫລາຍ, ເພາະ ChatON ກໍ່ຕ້ອງການໃຊ້ເບີໂທລະສັບ ໃນການສະຫມັກ User name. ແຕ່ທີ່ແປກ ແລະ ຫນ້າສົນໃຈກໍ່ຄື, ໃນໂຕແອັບຯ ChatON ຈະສາມາດຖ່າຍຮູບ, ແກ້ໄຂ, ປັບແຕ່ງໄດ້ໃນໂຕ ເຊິ່ງຜູ້ໃຊ້ຈະສາມາດໃຊ້ລູກຫລິ້ນ ຫນ້າຮັກໆ ເຂົ້າໄປໃນຮູບໄດ້. ພ້ອມນັ້ນ ຍັງສາມາດສົ່ງຂໍ້ຄວາມສົນທະນາແບບກຸ່ມໄດ້ອີກດ້ວຍ.

ປະຈຸບັນ ChatON ອອກມາໃຫ້ຜູ້ໃຊ້ Android ແລະ Bada ແລ້ວ, ແລະ ທາງ Samsung ກໍ່ຍັງຈະອອກເວີຊັ່ນສຳລັບ iOS ແລະ BlackBerry ອີກດ້ວຍ. ສຳລັບຜູ້ໃຊ້ Android ຫລື Bada ຕອນນີ້ ກໍ່ສາມາດເຂົ້າໄປດາວໂຫລດໄດ້ແລ້ວ.

ດາວໂຫລດ ສຳລັບ Android

ລອງອ່ານກ່ຽວກັບ  MWC 2012: Samsung ເປີດໂຕແທັບເລັດ Galaxy Note 10.1

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply to ອ໊ອດ ອ໊ອດ Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.