ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Angry Birds Seasons: ອອກເວີຊັ່ນເທດສະການ ວັນ Halloween ແລ້ວ

Android Apps, iOS Apps, ຂ່າວດ່ວນ

ວັນ Halloween ໃກ້ເຂົ້າມາແລ້ວ, ທາງຜູ້ພັດທະນາເກມຍອດຮິດ Angry Birds ກໍ່ບໍ່ປ່ອຍເວລາຜ່ານໄປ, ໂດຍໄດ້ອອກອັບເດດ Angry Birds Seasons ເຂົ້າສູ່ວັນ Halloween ໂດຍໃສ່ຊື່ຕອນນີ້ວ່າ Ham’o’ween. ໃນ Angry Birds Seasons ວັນ Halloween ນີ້ ຈະມີທັງຫມົດ 30 ດ່ານໃຫ້ຫລິ້ນ. ເຊິ່ງຕອນນີ້ໃນ Angry Birds Seasons ກໍ່ມີດ່ານໃຫ້ຫລິ້ນເຖິງ 205 ດ່ານ, ຈາກ Season ທີ່ຜ່ານໆມາ.

ສຳລັບ Angry Birds Seasons ຕອນວັນ Halloween ນີ້ໄດ້ປ່ອຍໃຫ້ອັບເດດ ຫລື ດາວໂຫລດກັນແລ້ວ. ໂດຍແຈກຟຼີ ສຳລັບ Android, ສ່ວນ iOS ນັ້ນສາມາອັບເດດໄດ້ຟຼີ ແຕ່ຫາກຍັງບໍ່ມີກໍ່ຕ້ອງໄດ້ຊື້ ດ້ວຍເງິນຈຳນວນ $0.99.

ດາວໂຫລດ – Android: https://market.android.com/details?id=com.rovio.angrybirdsseasons 

ດາວໂຫລດ – iOS: http://itunes.apple.com/us/app/angry-birds-seasons/id398157641?mt=8 

ລອງອ່ານກ່ຽວກັບ  Android Market ເວີຊັ່ນໃຫມ່ ເລີ່ມປ່ອຍໃຫ້ຜູ້ໃຊ້ບາງສ່ວນ ອັບເດດແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.