ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Microsoft ນຳສະເຫນີ Windows 8, ພ້ອມປ່ອຍໃຫ້ນັກພັດທະນາ ດາວໂຫລດແລ້ວ

ຂ່າວດ່ວນ, ຂ່າວໄອທີ

ລາຍງານຫລ້າສຸດ ໃນກາງຄືນທີ່ຜ່ານມາຕາມເວລາປະເທດລາວ, ທາງ Microsoft ໄດ້ຈັດງານ Build Keynote ເພຶ່ອນຳສະເຫນີ ແລະ ສາທິດການໃຊ້ການງານ Windows 8 ເພຶ່ອດຶງກະແສຜູ້ໃຊ້ Windows ໃຫ້ຍັງຄົງຢູ່ກັບ​ Microsoft ຄືເກົ່າ, ເພາະຊ່ວງຫລັງນີ້ Mac OS X ຈະເລີ່ມກິນສ່ວນແບ່ງໄປເທຶ່ອລະຫນ້ອຍ, ແລະ ນອກນັ້ນ ໃນ Windows 8 ນີ້ຍັງຈະເປັນລະບົບປະການວິນໂດ່ວທີ່ເຫມາະສົມກັບ ແທັບເລັດທີ່ສຸດ ແລະ ຈະອອກມາຕໍ່ກອນກັບ iPad ແລະ Android ຫລັງຈາກທີ່ປ່ອຍໃຫ້ສອງລະບົບປະຕິບັດການນີ້ ເຂົ້າມາຍາດຕະຫລາດຜູ້ໃຊ້ໄປກ່ອນເປັນເວລາດົນພໍສົມຄວນ.

ເຊິ່ງໃນງານກໍ່ມີການນຳສະເຫນີ ແລະ ສາທິດຄວາມສາມາດຕ່າງໆຫລາກຫລາຍ ລາຍການ ຂອງ Windows 8 ແລະ ກໍ່ສະຫລຸບຈຸດສຳຄັນໆ ມາໃຫ້ົໄດ້ດັ່ງລຸ່ມນີ້:

ໃຊ້ Metro UI ເປັນ User interface:

ໃນ Winows 8 ຈະມີການປ່ຽນຮູບຮ່າງຫນ້າຕາໄປຫລາຍພໍສົມຄວນ, ເຊິ່ງຈະໃຊ້ Metro UI ເປັນ interface, ເຊິ່ງ Metro UI ເປັນລະບົບຈັດການ​ User interface ທີ່ຮູ້ກັນດີໃນເລື່ອງຄວາມລຽບງ່າຍ,​ ສະບາຍຕາ ແລະ ໃຊ້ງ່າຍ ທີ່ພັດທະນາໂດຍ Microsoft ທີ່ໃຊ້ ແລະ ເຫັນໃນ Windows Phone 7 ແລະ Xbox 360 ແລະ Windows Live. ໃນ Metro UI ຈະສາມາດເຮັດວຽກໄດ້ດີ ເປັນມິດກັບຜູ້ໃຊ້ຫລາຍຂຶ້ນ ທີ່ສຳຄັນກັບການໃຊ້ງານໃນລະບົບສຳພັດ ຫລື ແທັບເລັດ. ແຕ່ແນວໃດກໍ່ຕາມ Metro UI ຍັງສາມາດເຮັດວຽກໄດ້ດີໃນການໃຊ້ງານຜ່ານ Keyboard ແລະ Mouse ອີກນຳດ້ວຍ. ນອກນັ້ນແລ້ວສຳຫລັບຜູ້ໃຊ້ທີ່ບໍ່ສະດວກ ຫລື ບໍ່ຄຸ້ນເຄີຍກັບ Metro UI ກໍ່ສາມາດປ່ຽນກັບໄປໃຊ້ງານ Windows 7 UI ໄດ້ງ່າຍໆ ແບບຄິກດຽວເທົ່ານັ້ນ.

App ແລະ ລະບົບການ Sync ກັບບໍລິການ Cloud:

ໃນການໃຊ້ງານ App ຫລື ໂປຼແກຼມໃນ Windows 8 ຜູ້ໃຊ້ຈະບໍ່ມີ tool bar ໃຫ້ເຫັນອີກຕໍ່ໄປ ຫລື ເວົ້າງ່າຍໆກໍ່ຄື Full Screen Mode, ແຕ່ຜູ້ໃຊ້ສາມາດແບ່ງສ່ວນຫນ້າຈໍ ໃຫ້ສະແດງຜົນ App ໂຕອື່ນໄປນຳກັນໄດ້. ນອກນັ້ນແລ້ວ Microsoft ຍັງເນັ້ນເລື່ອງບໍລິການຂອງຕົນເອງ ເປັນຕົ້ນແມ່ນບໍລິການ Cloud Computing ເຊິ່ງໃນ Windows 8 ຈະອະນຸຍາດໃຫ້ຜູ້ໃຊ້ສາມາດ Sync ຂໍ້ມູນຕ່າງໆເຊັ່ນ: ໄຟລ໌ເອກະສານ, ຮູບ, ເພງ ແລະ ອື່ນໆ ແບບຂ້າມອຸປະກອນ ຫລື Sync ກັບອຸປະກອນອື່ນໄດ້ອີກດ້ວຍ. ນອກຈາກນີ້ທາງ Microsoft ຍັງມີບໍລິການ Windows App Store ສຳຫລັບຜູ້ໃຊ້ Windows 8 ໃຫ້ສາມາດເລືອກຊື້ ຫລື ດາວໂຫລດ App, ໂປຼແກຼມທີ່ຕົນເອງຕ້ອງການໄດ້ອີກດ້ວຍ​ (ເຊິ່ງລັກສະນະການບໍລິການນີ້ ແມ່ນຄ້າຍຄືກັບ Mac AppStore ແລະ Ubuntu Software  Center).

ປັບປຸງປະສິດທິພາບໃຫ້ດີຂຶ້ນ, ພ້ອມສະຫນັບສະຫນຸນ ARM/x86:

ນອກຈາກເລື່ອງ UI ແລະ ການໃຊ້ງານແລ້ວ, ລະບົບການຈັດການພື້ນຖານ ແລະ ປະສິທິພາບກໍ່ຍັງມີການປັບປຸງຂຶ້ນມາເຊັ່ນກັນ, ເຊິ່ງໃນ Windows 8 ນີ້ ແນ່ນອນໄວກວ່າ Windows 7, ເຊິ່ງໄດ້ມີການສົມທຽບດັ່ງນີ້: Windows 7 preview Release ໃຊ້ Ram ປະມານ 540MB ໃນທັງຫມົດ 34 Processes, Windows 7 SP 1 ໃຊ້ Ram ປະມານ 404MB ກັບ 32 processes ແລະ ໃນ Windows 8 ລຸ້ນທີ່ນຳມາທົດສອບນີ້ ແມ່ນ 281MB ກັບ 29 Processes. ເຊິ່ງສັງເກດໄດ້ວ່າ Windows 8 ນັ້ນຈະປະຢັດຊັບພະຍາດກອນເຄືອງ ແລະ ຈະເປັນຕົ້ນເຫດທີ່ເຮັດໃຫ້ Windows 8 ນັ້ນໄວກວ່າ Windows 7 ແລະ ມີປະສິທິພາບສຸງກວ່າ. ນອກນັ້ນແລ້ວ Windows 8 ຍັງຈະສະຫນັບສະຫນຸນຮາດແວຢ່າງ ARM ແລະ x86 (ທັງ 32bit ແລະ 64bit) ອີກດ້ວຍ ແຖມຍັງຖືກອອກແບບມາໃຫ້ສາມາດໃຊ້ງານກັບຫນ້າຈໍສຳພັດຂະຫນ້າ 7ນິ້ວ ຈົນໄປເຖິງ 27ນິ້ວ ກັບຈໍທົ່ວໄປອີກດ້ວຍ. ແນວໃດກໍ່ດີ ກ່ອນຫນ້ານີ້ທາງທີມງານພັດທະນາ Windows 8 ກໍ່ໄດ້ມາສະແດງການ ບູດເຄື່ອງທີໃຊ້ເວລາອັນສັ້ນ.

ຢ່າງໃດກໍ່ຕາມ, ກຳນົດວັນເປີດໂຕຢ່າງເປັນທາງການ ຫລື ປ່ອຍລຸ້ນທົດສອບສຳລັບຜູ້ໃຊ້ທົ່ວໄປຍັງບໍ່ທັນແຈ້ງອອກມາ, ແຕ່ປະຈຸບັນ Microsoft ກໍ່ໄດ້ປ່ອຍ Windows 8 ລຸ້ນ Preview ອອກມາໃຫ້ກັບນັກພັດທະນາແລ້ວ, ເຊິ່ງໃຜສົນໃຈທົດລອງໃຊ້ງານ ກໍ່ສາມາດເຂົ້າໄປດາວໂຫລດໄດ້ ຈາກລິ້ງທາງລຸ່ມນີ້.

ລອງອ່ານກ່ຽວກັບ  Microsoft ອາດຈະເຜີຍໂສມຫນ້າ Windows 8 ສຳລັບແທັບເລັດໄວໆນີ້

Download Windows 8 Developer Preview (64-bit) with Developer Tools 
Download Windows 8 Developer Preview (64-bit) without the developer tools 
Download Windows 8 Developer Preview (32-bit)

ທີ່ມາ – Redmondpie


Souliyo

Co-Founder and CTO of BIZGITAL and LOCA

Comments
  1. I already had downloaded it and installed, but it have a problem about installing program.
    when i installing anti virus when i restart my pc.the window will show “your pc has a problem”.then window let`s me to restore my pc.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.