ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Samsung ເປີດໂຕ Galaxy Tab ຫນ້າຈໍ 7.7ນິ້ວ, CPU 1.4GHz ມາພ້ອມ Android 3.2

ຂ່າວໄອທີ, ແທັບເລັດ

ນອກຈາກ Galaxy Note ແລ້ວ,​ ໃນງານ IFA ທາງ Samsung ກໍ່ຍັງໄດ້ເປີດໂຕແທັບເລັດໃຫມ່ໃນຕະກຸນ Galaxy Tab, ເຊິ່ງມາງານນີ້ ທາງ Samsung ໄດ້ເປີດໂຕ Galaxy Tab 7.7 ທີ່ມີຫນ້າຈໍຂະຫນາດ 7.7ນິ້ວ ເປັນຈໍ Super AMOLED Plus ຄວາມລະອຽດ 1280×800ພິກເຊວ ເຊິງເປັນຈໍແບບດຽວກັບທີ່ໃຊ້ໃນ Galaxy S II. ນອກນັ້ນແລ້ວ Galaxy Tab 7.7 ຍັງມີ CPU ເປັນ Samsung-crafted dual-core 1.4GHz (ແຮງໄປໃສອີກ), ມາກັບກ້ອງຫລັງ 3ລ້ານພິກເຊວ, ກ້ອງຫລັງ 2ລ້ານພິກເຊວ, ມີຄວາມຈຳໃນໂຕໃຫ້ເລືອກສອງຂະຫນາດຄື 16GB ແລະ 32GB, ເຊິງຈະມາກັບ Android 3.2 ພ້ອມ TouchWiz UX interface, ແລະຮອງຮັບການເຊື່ອມຕໍ່ເຄຶ່ອຂ່າຍ HSPA+.

ເບິງແລ້ວສັງເກດໄດ້ວ່າ Samsung ພະຍາຍາມອັດຊ່ອງໂວ່ຂອງຂະຫນາດແທັບເລັດທຸກປະເພດ, ເພາະກ່ອນຫນ້ານີ້ກໍ່ອອກລຸ້ນ 10ນິ້ວ, 8ນິ້ວ ອອກມາແລ້ວ, ແຕ່ຢ່າງໃດກໍ່ຕາມ ຜູ້ຂຽນກໍ່ເຫັນວ່າແທັບເລັດຂອງ Samsung ລຸ້ນນີ້ ຫນ້າຈະໄດ້ຮັບການຕອບຮັບທີ່ດີ, ເນື່ອງຈາກດ້ວຍຂະຫນາດທີ່ພໍດີກະທັດຫັດ ເຫມາະສັບກັບພົກພາ. ແຕ່ຢ່າງໃດກໍ່ຕາມ, ລາຄາ ແລະ ກຳນົດການວາງຈຳຫນ່າຍ ທາງ Samsung ຍັງບໍ່ທັນໄດ້ປະກາດອອກມາແຕ່ຢ່າງໃດ. ແຕ່ຄາດວ່າຫນ້າຈະເປັນຕົ້ນປີ ຫລື ບໍ່ກໍ່ ບໍ່ກາຍກາງປີຫນ້າແນ່ນອນ.

ທີ່ມາ – Phandroid

ລອງອ່ານກ່ຽວກັບ  [Google I/O] Google ເປີດບໍລິການ Google Music beta ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.