ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Samsung ເປີດໂຕ Galaxy Note ສະມາດໂຟນ/ແທັບເລັດ ຂະຫນາດ 5.3ນິ້ວ

ຂ່າວໄອທີ, ໂທລະສັບ

ຫລ້າສຸດໃນງານ IFA ທາງ Samsung ໄດ້ເປີດໂຕຜະລິດຕະພັນຂອງຕົນເອງຫລາຍໂຕ, ເຊິ່ງໃນນັ້ນກໍ່ໄດ້ແກ່ Galaxy Note ເຊິ່ງເປັນສະມາດໂຟນ ທີ່ມີຂະຫນາດຫນ້າຈໍ 5.3ນິ້ວ ທີ່ໃຊ້ຈໍ Super AMOLED ຄວາມລະອຽດ 1280×800ພິກເຊວ, ໃຊ້ CPU ເປັນ Samsung-crafted dual-core 1.4GHz (ແຮງໄປໃສ), ພ້ອມນັ້ນຍັງມີກ້ອງຫລັງ 8ລ້ານພິກເຊວ ກ້ອງຫລັງ 2ລ້ານພິກເຊວ, ຈະມາກັບລະບົບປະຕິບັດການ Android 2.3 Gingerbread ພ້ອມ TouchWiz interface. ນອກນັ້ນແລ້ວ ໃນ Galaxy Note ຍັງຈະມີ Stylus ຕິດມານຳໃຫ້ອີກດ້ວຍ, ສ່ວນການເຊື່ອມຕໍ່ເນັດເວີກແມ່ນຈະຮອງຮັບ HSPA+

ສຳລັບລາຍລະອຽດນອກຈາກນີ້ຍັງບໍ່ມີຫຍັງອອກມາຫລາຍ, ລວມເຖິງລາຄາ ແລະ ກຳນົດວາງຂາຍ ທາງ Samsung ເອງກໍ່ຍັງບໍ່ໄດ້ປະກາດອອກມາຢ່າງເປັນທາງການເທຶ່ອ, ແຕ່ຜູ້ຂຽນໄດ້ແຕ່ຫວັງວ່າ ມັນຈະບໍ່ແປັກ ຄືກັບ Dell Streak 5 ຈາກ Dell ທີ່ອອກມາກ່ອນຫນ້ານີ້, ແຕ່ຢ່າງໃດກໍ່ຕາມ, Galaxy Note ຈະມີຄວາມຫນາພຽງແຕ່ 9.65mm ເທົ່ານັ້ນ, ແລະເທົ່າທີ່ເບິງແລ້ວ Galaxy Note ກໍ່ຖືວ່າຫນ້າສົນໃຈ, ແລະອາດຈະເຫມາະສົມກັບຄົນທີ່ຕ້ອງການສະມາດໂຟນທີ່ມີຫນ້າຈໍໃຫຍ່ ແຕ່ບໍ່ຕ້ອງການໃຊ້ແທັບເລັດ.

ວ່າແຕ່ເບິງໄປເບິງມາ ມັນກໍ່ຄືກັບ iPhone ທີ່ຄົນໃນເນັດເຮັດຮູບຕົວຢ່າງອອກມາເນາະ

ທີ່ມາ – Phandroid

ລອງອ່ານກ່ຽວກັບ  ຍອດດາວນ໌ໂຫລດ Internet Explorer 9 beta ທະລຸ2ລ້ານ ໃນສອງມື້

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ข้อยหากะชื้ galaxy nexas มาใหม่ๆ มาดๆ แต่บ่สามาดอ่านพาสาลาวได้ตั้ง คีบอดได้แล้ว เขียนได้ แต่บ่สามาดเบ่ีงเหันโตหนังสื พอมีวีทีแนะนำแด่บ่ กุ้มใจแฮงๆ

    1. ທ່ານຕ້ອງ root ກ່ອນ ຫລັງຈາກນັ້ນກໍ່ເອົາຟ້ອນພາສາລາວຍັດລົງໄປ. ຂໍເຊີນເຂົ້າຮ່ວມກຸ່ມຂອງຄົນລາວໃຊ້ Android ທີ່ Facebook ເລີຍ ​https://www.facebook.com/groups/258550370827006/

  2. ສຸດຍອດເລີຍ ລຸ້ນນີ້,​ ຕອນນີ້ ຄວາມຢາກໄດ້ໂຕຊ່ຳຟ້າ!!!!!!!!!!!

Leave a Reply to Thep Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.