ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຈັດລຳດັບເສດຖີອາເມລິກາ, ພ້ອມ Mark Zuckerberg ລວຍກວ່າຜູ້ກໍຕັ້ງ Google

ຂ່າວໄອທີ

ລາຍງານຂ່າວຫລ້າສຸດ, ທາງ Forbes Magazine ໄດ້ຈັດອັນດັບມະຫາເສດຖີອາເມລິກາ, ແລະ ແນ່ນອນໃນນັ້ນກໍ່ມີ IT-er ຢູ່ຈຳນວນບໍ່ຫນ້ອຍ, ແຕ່ທີ່ເປັນປະເດັນຂຶ້ນມາກໍ່ຄື: ຕອນນີ້ Mark Zuckerberg ຜູ້ກໍ່ຕັ້ງ Facebook ມີສັບສິນທັງຫມົດ 17.5ພັນລ້ານຫລຽນ ເຊິ່ງຫລາຍແຊງຫນ້າ ສອງຜູ້ກໍ່ຕັ້ງ Google ທີ່ທັ້ງ Sergey Brin ແລະ Larry Page ມີສັບສິນຄົນລະ 16.7ພັນລ້ານຫລຽນ, ເຊິ່ງກໍ່ເຮັດໃຫ້ Mark Zuckerberg ຂຶ້ນມາເປັນອັນດັບ 14 ແລະ ມີ Sergey Brin ແລະ Larry Page ເປັນອັນດັບ 15. ໂດຍອັນດັບຫນຶ່ງກໍ່ຍັງຄົງເປັນ Bill Gates ທີ່ຕອນນີ້ມີສັບສິນທັງຫມົດ 59ພັນລ້ານຫລຽນ. ນອກນັ້ນຄົນອື່ນໆໃນວົງການໄອທີ ກໍ່ຍັງຕິດອັນດັບຕົ້ນໆໄປຫລາຍຄົນ, ແຕ່ Steve Jobs ຕອນນີ້ຕິດອັນດັບທີ່ 39 ໂດຍມີສັບສິນທັງຫມົດ 7ພັນລ້ານຫລຽນ (ເຖິງແອັບເປິ້ນສິລວຍອັນດັບສອງ ແຕ່ Steve Jobs ກໍ່ບໍ່ໄດ້ເປັນຫນຶ່ງໃນສິບຂອງມະຫາເສດຖີ). ສຳລັບລຳດັບລາຍຊື່ມະຫາເສດຖີ ທີ່ກ່ຽວຂ້ອງກັບວົງການ IT ກໍ່ມີດັ່ງລຸ່ມນີ້:

ອັນດັບ 1. Bill Gates ຜູ້ກໍ່ຕັ້ງ Microsoft ມີສັບສິນ $59ພັນລ້ານ.

ອັນດັບ 3. Larry Ellison ຈາກ Oracle ມີສັບສິນ $33ພັນລ້ານ.

ອັນດັບ 13. Jeff Bezos ເຈົ້າຂອງ Amazon.com ມີສັບສິນ $19.1ພັນລ້ານ.

ອັນດັບ 14. Mark Zuckerberg ຜູ້ກໍ່ຕັ້ງ Facebook ມີສັບສິນ $17.5ພັນລ້ານ.

ອັນດັບ 15. Sergey Brin ຜູ້ຮ່ວມກໍ່ຕັ້ງ Google ມີສັບສິນ $16.7ພັນລ້ານ.

ອັນດັບ 15. Larry Page ຜູ້ຮ່ວມກໍ່ຕັ້ງ Google ມີສັບສິນ $16.7ພັນລ້ານ.

ອັນດັບ 18. Michael Dell ຜູ້ກໍ່ຕັ້ງບໍລິສັດ Dell ມີສັບສິນ $15ພັນລ້ານ.

ອັນດັບ 19. Steve Ballmer CEO Microsoft ມີສັບສິນ $13.9ພັນລ້ານ.

ອັນດັບ 39. Steve Jobs ອະອີດ CEO ແລະ ຜູ້ກໍ່ຕັ້ງ Apple ແລະ Pixar ມີສັບສິນ $7ພັນລ້ານ.

ອັນດັບ 86. Gordon Moore ຈາກ Intel ມີສັບສິນ $3.7ພັນລ້ານ.

ອັນດັບ 91. Dustin Moskovitz ຜູ້ຮ່ວມກໍ່ຕັ້ງ Facebook ມີສັບສິນ $3.5ພັນລ້ານ.

ສ່ວນສຳລັບຄົນອື່ນໆ ຫລື ເສດຖີນອກວົງການໄອທີ ສາມາດເຂົ້າໄປເບິງສະບັບເຕັມໄດ້ທີ່ນີ້ http://www.forbes.com/forbes-400/list/

ທີ່ມາ – Forbes

ລອງອ່ານກ່ຽວກັບ  Amazon ກຳລັງຈະເປິດຮ້ານຄ້າຂາຍ App ຂອງ Android

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.