ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Lenovo ເປີດໂຕແທັບເລັດລາຄາປະຢັດ ຂະຫນາດ 7ນິ້ວ ຊື່ລຸ້ນ IdeaPad A1

ຂ່າວໄອທີ, ແທັບເລັດ

ຫລ້າສຸດໃນງານ IFA ທາງ Lenovo ກໍ່ໄດ້ເປີດໂຕແທັບເລັດຂອງທາງບໍລິສັດ, ເຊິ່ງເປັນແທັບເລັດຂະຫນາດຫນ້າຈໍ 7ນິ້ວທີ່ມີຄວາມລະອຽດຂອງຈໍ 1,024 x 600ພິກເຊວ, ມີຊື່ລຸ້ນວ່າ  IdeaPad A1. ເຊິ່ງ  IdeaPad A1 ຈະມີລາຄາພຽງແຕ່ $199 ເທົ່ານັ້ນ ສຳລັບລຸ້ນ 8GB. ຢ່າງໃດກໍ່ດີ  IdeaPad A1 ຈະບໍ່ໄດ້ມາກັບ Android Honeycomb ຫລື ລະບົບປະຕິບັດການ Android ສຳລັບແທັບເລັດແຕ່ຢ່າງໃດ, ແຕ່ຈະມາກັບ Android 2.3 Gingerbread ພ້ອມກັບ CPU ເປັນ single-core Cortex A8, ແລະ ກ້ອງສອງໂຕ ຫນ້າ-ຫລັງ.

ນອກນັ້ນແລ້ວ IdeaPad A1  ຍັງຈະມີລຸ້ນ 16GB ແລະ 32GB ເພີ່ມຂຶ້ນມາອີກດ້ວຍ, ເຊິ່ງມີລາຄາ $249 ສຳລັບ 16GB ແລະ $299 ສຳລັບລຸ້ນ 32GB. ໃນສ່ວນຂອງລຸ້ນ 8GB ຈະບໍ່ໄດ້ຖືກວາງຂາຍໃນອາເມລິກາ, ແຕ່ຈະວາງຂາຍໃນປະເທດຕ່າງໆແທນ. ສຳລັບສະເປັກ ແລະ ລາຍລະຽດເພີ່ມເຕີມກຽວກັບວັນວາງຂາຍ ຍັງບໍ່ທັນມີກຳນົດອອກມາ, ແຕ່ຫາກອອກມາມື້ໃດ, ທາງເວັບກໍ່ຈະຮີບນຳມາບອກກ່າວໃຫ້ຮັບຮູ້ກັນທັນທີ.

ທີ່ມາ – Engadget ແລະ Phandroid 

ລອງອ່ານກ່ຽວກັບ  ເຜີຍ iPhone 4G ໃຊ້​ຊິບ A4 ຂອງ iPad

Souliyo

Co-Founder and CTO of BIZGITAL and LOCA

Comments
    1. ໂທໄດ້ ແຕ່ຕ້ອງຜ່ານບໍລິການ VoIP ແລະ ກໍ່ການເຊື່ອມຕໍ່ອິນເຕີເນັດ

  1. ຄັກດີ ຂ້ອຍໄດ້ໃຊ້ແລ້ວ ສຸດຍອດສຳລັບຄົນທີ່ມີງົບປະມານໜ້ອຍ

Leave a Reply to Thep Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.