ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ເຜີຍຮູບລຸດ Motorola Xoom 2 ແທັບເລັດລຸ້ນນ້ອງຂອງ Motorola Xoom

ຂ່າວໄອທີ, ແທັບເລັດ

ລາຍງານຂ່າວຫລ້າສຸດ, ມີຮູບລຸດອອກມາ ທີ່ເຊຶ່ອວ່າເປັນ Motorola Xoom 2 ຫລື Motorola Xoom ລຸ້ນຕໍ່ໄປ. ຕາມລາຍງານຍັງບອກວ່າ Motorola ແທັບເລັດລຸ້ນທີ່ລຸດອອກມານີ້ໃຊ້ງານ Android Honeycomb 3.2, ທີ່ມີຫນ້າຈໍເປັນ HD ISP ຂະຫນາດ 8.2ນິ້ວ, ທີ່ມີຄວາມຫນາ 9ມມ ແລະ ຫນັກ 0.4ກຼາມ ເທົ່ານັ້ນ. ນອກນັ້ນແລ້ວ ຈະມາກັບ CPU Dual Core 1.2GHz, Ram 1GB ແລະ ຈະສາມາດບັນທຶກວິທີໂອລະອຽດເຖິງລະດັບ Full HD 1080p ກັນເລີຍ.

ຈາກທີ່ສັງເກດໃນຮູບແລ້ວ, ຮູບຊົງຈະມີລັກສະນະຄ້າຍໆກັບ Acer Iconia A100 ລຸ້ນ 8ນິ້ວ ແລະໃນ Xoom ລູ້ນນີ້ຍັງຍ້າຍຕຳແຫນ່ງຂອງກ້ອງມາເປັນລວງຕັ້ງ, ເຊິ່ງນັ້ນຫມາຍຄວາມວ່າແທັບເລັດຂອງ Android ຈະມີລວງຕັ້ງເປັນມາດຕະຖານ, ເຊິ່ງຕ່າງຈາກທີ່ມີມາ ໂດຍມີກ້ອງໃນລວງນອນນັ້ນເອງ. ແນວໃດກໍ່ດີ, ກໍ່ຕ້ອງຕິດຕາມກັນຕໍ່ໄປວ່າ ມັນຈະອອກມາແທ້ບໍ່, ແລ້ວຈະເປັນມື້ໃດ, ເຊິ່ງບໍ່ແນ່ ມັນອາດຈະມາກັບ Android Ice cream Sandwich ກໍ່ເປັນໄດ້.

ທີ່ມາ: Engadget 


ລອງອ່ານກ່ຽວກັບ  LG ເປີດໂຕ Optimus Black ພ້ອມຟີເຈຼີ່ WiFi Direct [CES 2011]

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.