ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google+ ສຳລັບ iOS ອັບເດດແລ້ວ ຮອງຮັບ Hangout ຜ່ານ iDevices ແລ້ວ

iOS Apps, ຂ່າວໄອທີ, ແທັບເລັດ, ໂທລະສັບ

ຫລັງຈາກອັບເດດ Google+ ແອັບຯ ສຳລັບ Android ໄປແລ້ວ ຕໍ່ມາກໍ່ເປັນທີຂອງ iOS, ເຊິ່ງຫລ້າສຸດກໍ່ອອກມາໃຫ້ອັບເດດກັນແລ້ວ ໂດຍຄວາມສາມາດທີ່ຜູ້ໃຊ້ iOS ຄອງຖ້າ ຫລື  Hangout ກໍ່ຮອງຮັບເຂົ້າໄປເປັນທີ່ຮຽບຮ້ອຍແລ້ວ. ນັ້ນຫມາຍຄວາມວ່າ, ຜູ້ໃຊ້ທັ້ງ iOS ແລະ Android ລວມໄປເຖິງຜູ້ໃຊ້ເທິງເວັບ ສາມາດເຮັດ Video call ຫາກັນແບບເປັນຫມູ່ຄະນະໄດ້ແລ້ວ, ເຊິ່ງເຕະ FaceTime ຫລື Skype ຕົກກະປ໋ອງໄປເລີຍກໍ່ວ່າໄດ້. ນອກຈາກການຮອງຮັບ Hangout ເທິງ iOS ແລ້ວ, ກໍ່ຍັງມີຟີເຈີຕ່າງໆ ທີ່ໄດ້ອັບເດດໄປໃນ Google+ ສຳລັບ Android ເຊິ່ງກໍ່ໄດ້ແກ່ Messenger, ການແກ້ໄຂຮູບໂປຼໄຟລ໌, ຮອງຮັບການສົ່ງຮູບໃນ Messenger ແລະ ອື່ນໆ ສາມາດເຂົ້າໄປເບິງລາຍລະອຽດໄດ້ທີ່ນີ້.

ທີ່ມາ – Redmonpie

ລອງອ່ານກ່ຽວກັບ  Borders ໃຈປ້ຳໃຫ້ດາວນໂຫລດຟຼີອີບຸ໊ກ!

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.