ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google+ ໃນ Android ອັບເດດແລ້ວ ຮອງຮັບ Hangout ພ້ອມເປີດໃຫ້ຜູ້ໃຊ້ທົ່ວໄປໃຊ້ງານ

Android Apps, ຂ່າວໄອທີ

ລາຍງານຂ່າວຫລ້າສຸດ Google ໄດ້ອັບເດດບໍລິການ Google+ ໂດຍເພີ່ມຄວາມສາມາດໃຫມ່ໆເຂົ້າມາ, ເຊິ່ງທີ່ສຳຄັນ ປະຈຸບັນຜູ້ໃຊ້ທົ່ວໄປສາມາດສະຫມັກໃຊ້ງານໄດ້ໂດຍບໍ່ຕ້ອງມີ Invite ກ່ອນກໍ່ໄດ້. ຄວາມສາມາດຫລັກໆທີ່ເພີ່ມເຂົ້າມາໃນ Google+ ປະຈຸບັນກໍ່ມີດັ່ງລຸ່ມນີ້:

ຮອງຮັບການ Hangout ຜ່ານສະມາດໂຟນ Android:

ໃນ Google+ App ທີ່ໃນສ່ວນຂອງ Android ປະຈຸບັນໄດ້ຮັບການອັບເດດແລ້ວ, ເຊິງຜູ້ໃຊ້ ຫລື ສະມາດໂຟນ Android 2.3 ທີ່ມີກ້ອງຫນ້າ ຈະສາມາດໃຊ້ງານ Hangout ຫລື Video Call ແບບກຸ່ມໄດ້ທັນທີ, ເຊິ່ງເວີຊັ່ນສຳລັບ iOS ທາງ Google ບອກວ່າຈະມາດໄວໆນີ້.

ຮອງຮັບການສົນທະນາ ລະຫວ່າງ Google+ ແລະ SMS:

ປະຈຸບັນຜູ້ໃຊ້ໃນອາເມລິກາ ແລະ ອິນເດຍ ສາມາດໃຊ້ງານ Google+ ຜ່ານ​ SMS ໄດ້, ຜູ້ໃຊ້ສາມາດສົນທະນາ ແລະ ຮັບຂໍ້ຄວາມການແຈ້ງເຕືອນ ຫລື ຈາກບົດສົນທະນາຜ່ານ SMS ໄດ້. ເຊິ່ງປະເທດອື່ນໆກໍ່ຈະຮອງຮັບໃນອານາຄົດ. ນອກນັ້ນແລ້ວ, Google+ ຍັງເພີ່ມຄວາມສາມາດ Mention ເຂົ້າໄປ, ເຊິ່ງກໍ່ຄື ເຮົາສາມາດເພີ່ມຊື່ຜູ້ທີ່ເຮົາກ່າວເຖິງເຂົ້າໄປໃນ ໂພສ ຫລື ຄວາມເຫັນໄດ້ ໂດຍການໃສ່ +[ຕາມດ້ວຍຊື່ຄົນທີ່ຕ້ອງການກ່າວເຖິງ] ພ້ອມດຽວກັນນັ້ນກໍ່ຍັງສາມາດກົດ +1 ໃນຄວາມເຫັນໄດ້ນຳອີກດ້ວຍບໍ່ວ່າຈະເປັນເທິງ App ຫລື ເທິງຫນ້າເວັບກໍ່ຕາມ, ແຕ່ຍັງບໍ່ຮອງຮັບໃນ iOS App.

ຮອງຮັບການປ່ຽນແປງຮູບ Profile ຜ່ານ App, ເລືອກການແຈ້ງເຕືອນ ແລະ ສາມາດຍ້າຍ App ໄປຍັງ SD card ໄດ້ແລ້ວ:

ໃນ Google+ ເວີຊັ່ນໃຫມ່ນີ້, ຜູ້ໃຊ້ຈະສາມາດປ່ຽນແປງຮູບໂປຼໄຟລ໌ ໄດ້ ເຊິ່ງສາມາດເລືອກຮູບຈາກໂທລະສັບ ຫລື ຈະຖ່າຍໃຫມ່ກໍ່ໄດ້, ພ້ອມດຽວກັນນັ້ນກໍ່ຍັງມີຕົວເລືອກໃນການຈັດການລະບົບແຈ້ງເຕືອນ ໂດຍມີໃຫ້ເລືອກຫລາຍຮູບແບບ ສາມາດຕັ້ງຄ່າໄດ້ຕາມຕ້ອງການ ແລະ ຍັງຮອງຮັບການຍ້າຍ App ໄປເກັບໃນ SD Card ອີກດ້ວຍ.

Huddle ປ່ຽນຊື່ເປັນ Messenger

ຄວາມສາມາດຫນຶ່ງທີ່ເປັນລະບົບຂໍ້ຄວາມຂອງ Google+ ກໍ່ຄື Huddle ເຊິ່ງຫລາຍຄົນອາດຈະບໍ່ຄຸ້ນຫູ ຈົນໃນທີ່ສຸດ Google ກໍ່ປ່ຽນຄວາມສາມາດນີ້ມາເປັນ Messenger ແທນ, ເພຶ່ອຕໍ່ກອນກັບ Facebook Messenger. ແລະໃນ Messenger ຂອງ Google+ ນີ້ກໍ່ຈະຍັງສາມາດສົ່ງຮູບ ແບບທີ່ສາມາດເລືອກຈາກຄັງຮູບ ຫລື ຖ່າຍໃຫມ່ກໍ່ໄດ້ ພ້ອມກັບຮອງຮັບການສົນທະນາແບບເປັນກຸ່ມອີກດ້ວຍ.

ຢ່າງໃດກໍ່ຕາມ ເຖິງ Google ຈະປ່ອຍໃຫ້ຜູ້ໃຊ້ທົ່ວໄປສາມາດສະຫມັກ ແລະ ໃຊ້ງານ Google+ ໄດ້ແລ້ວ, ແຕ່ Google+ ກໍ່ຍັງຢູ່ໃນສະຖານະ beta ຢູ່ ແລະກໍ່ມີຟີເຈີຫລາຍເຖິງ 107ກວ່າລາຍການແລ້ວ, ເຊິ່ງຫາກໃຜທີ່ໃຊ້ Android ຫລື ສົນໃຈຢາກທົດລອງໃຊ້ງານ Google+ ກໍ່ສາມາດໄປສະຫມັກໄດ້ເລີ່ຍທີ່ https://plus.google.com

ທີ່ມາ – Google Mobile Blog

ລອງອ່ານກ່ຽວກັບ  Facebook ປັບປຸງລະບົບຄວາມເປັນສ່ວນໂຕ ເພຶ່ອຕໍ່ກອນກັບ Google +

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.