ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຕິດຕັ້ງພາສາລາວໃຫ້ໂທລະສັບ ແລະ ແທັບເລັດ Galaxy ງ່າຍໆບໍ່ຕ້ອງ Root

Android Apps, How To...

ຂ່າວດີ ແລະ ຂ່າວໃຫຍ່ສຳຫລັບທ່ານຜູ້ອ່ານ ແລະ ຜູ້ໃຊ້ສະມາດໂຟນ ຫລື ແທັບເລັດຕະກຸນ Galaxy ຈາກ Samsung, ເພາະປະຈຸບັນ ທາງ SOULIYO Lab ໄດ້ສຳເລັດການຕິດຕັ້ງ ແລະ ເຮັດໃຫ້ອຸປະກອນ Galaxy Series ໃຫ້ສາມາດອ່ານພາສາລາວໄດ້ງ່າຍໆ ໂດຍຜູ້ໃຊ້ບໍ່ຈຳເປັນຕ້ອງ Root ຫລື ໄປຕັ້ງຄ່າໃດໆກ່ອນການຕິດຕັ້ງ. ຂໍພຽງແຕ່ທ່ານໃຊ້ໂທລະສັບມືຖື ຫລື ສະມາດໂຟນ Android ທີ່ມີຊື່ນຳຫນ້າດ້ວຍ Galaxy ເຊັ່ນ, Galaxy Ace, Galaxy Cooper, Galaxy S(ທຸກລຸ້ນ), Galaxy tab 7, Galaxy S II, ແລະ ລຸ້ນອື່ນໆ ທີ່ເປັນ Galaxy Series.

ຂັ້ນຕອນການຕິດຕັ້ງກໍ່ງ່າຍໆ, ພຽງແຕ່ທ່ານເປີດໂທລະສັບຂຶ້ນມາ ແລ້ວເຂົ້າໄປທີ່ Android Marker ແລ້ວຄົ້ນຫາຄຳວ່າ: Laodroid ຫລື Galaxy LaoDroid ຫລື Souliyo ຫລ້າໆກໍ່ໄດ້, ຫລັງຈາກນັ້ນກໍ່ໃຫ້ເລືອກໄປທີ່ App ທີ່ຊື່ວ່າ Galaxy LaoDroid ຫລັງຈາກນັ້ນກໍ່ໃຫ້ເລີ່ມການດາວໂຫລດ ແລະ ຕິດຕັ້ງລົງໄປໃນອຸປະກອນ Galaxy ຂອງທ່ານໃຫ້ຮຽບຮ້ອຍ.

ເມຶ່ອທ່ານເຮັດການດາວໂຫລດ ແລະ ຕິດຕັ້ງສຳເລັດແລ້ວ, ໃຫ້ທ່ານເຂົ້າໄປທີ່ເມນູ Settings ໃນໂທລະສັບ ຫລື ແທັບເລັດຂອງທ່ານ, ຫລັງຈາກນັ້ນກໍ່ເຂົ້າໄປທີ່ Display (ບາງລຸ້ນອາດຈະເປັນ Sound And Display), ເມຶ່ອເຂົ້າມາແລ້ວ ໃຫ້ເລືອກຫາຄຳວ່າ Font Style ແລ້ວກໍ່ກົດເຂົ້າໄປທີ່ Font Style ແລະ ເມຶ່ອກົດເຂົ້າໄປແລ້ວ ກໍ່ຈະມີລາຍຊື່ຟ່ອນຕ່າງໆໃຫ້ເລືອກ(ຫາກເຄີຍຕິດຕັ້ງຟ່ອນອື່ນມາກ່ອນ), ໃຫ້ທ່ານເລືອກໄປທີ່ຟ່ອນ ທີ່ຊື່ວ່າ LaoDroid ແລ້ວກໍ່ກົດ Yes ເພຶ່ອຍືນຍັນການເລືອກໃຊ້ຟ່ອນ.

ພຽງເທົ່ານີ້ໂທລະສັບ ຫລື ແທັບເລັດ Galaxy Series ຂອງທ່ານກໍ່ຈະສາມາດອ່ານພາສາລາວໄດ້ແລ້ວ ພ້ອມທັງສາມາດຕິດຕາມຂ່າວສານຈາກເວັບ SOULIYO.COM ໄດ້ຜ່ານ App ທີ່ຊື່ Pulse ໄດ້ອີກດ້ວຍ (ລາຍລະອຽດຄິກທີ່ນີ້). ຫາກໃຊ້ແລ້ວໄດ້ຜົນດີ ຫລື ບໍ່ດີປະການໃດກໍ່ໄປຂຽນ Review ລົງ Market ໃຫ້ແດ່ເດີ່ ເພຶ່ອຄົນຕໍ່ໄປຈະໄດ້ມາເຫັນຄວາມເຫັນ ແລະ ຈະໄດ້ດາວໂຫລດໄປລອງໃຊ້ຕາມໆກັນ.

ຫມາຍເຫດ: ສຳລັບ App ຫລື ຟ່ອນພາສາລາວໂຕນີ້ (ລວມເຖິງ Defadroid, Laodroid Froyo, Phetsarath Droid ແລະ ຟ້ອນອື່ນໆທີ່ນຳຂຶ້ນ Android market ດ້ວຍ Souliyo.com)ແມ່ນຟຼີ ແລະ ບໍ່ມີການສະແຫວງຫາຜົນກຳໄລ, ຖ້າຫາກທ່ານຜູ້ອ່ານທ່ານໃດພົບເຫັນ ຮ້ານຄ້າ ຫລື ຮ້ານຂາຍອຸປະກອນໂທລະສັບຕ່າງໆ ນຳໄປໃຊ້ໃນເຊີງທຸລະກິດ ຫລື ທ່ານຕ້ອງຈ່າຍເງິນເພື່ອທີ່ຈະລົງຟ່ອນນີ້, ກະລຸນາແຈ້ງທາງເວັບໃຫ້ຮັບຮູ້ດ້ວຍ. ແຕ່ເຊຶ່ອວ່າ ຫລາຍໆທ່ານສາມາດເຮັດໄດ້ດ້ວຍຕົນເອງ. ມີປັນຫາຫຍັງສະແດງຄວາມເຫັນທາງດ້ານລຸ່ມນີ້ໄດ້ເລີຍ. ຫາກເຮັດສຳເລັດແລ້ວ ກໍ່ຢ່າລືມກົດ Like ຫລື ນຳໄປໂພສໃນ Facebook ຂອງທ່ານ ເພຶ່ອໃຫ້ຫມູ່ ຫລື ຄົນອື່ນໆສາມາດເຂົ້າເຖິງບົດຄວາມນີ້.

ສຳລັບວິທີການຕິດຕັ້ງແປ້ນພິມພາສາລາວ ເຂົ້າໄປທີ່ http://www.souliyo.com/how-to-install-laokeyboard-for-android

ດາວໂຫລດ: http://market.android.com/details?id=com.monotype.android.font.laodroid

Android 2.2 ທີ່ມີປັນຫາໂຕຫນັງສື່ຫ່າງບາງລຸ້ນນັ້ນ ສາມາດລອງດາວໂຫລດໂຕນິແທນເບິງເດີ່ 

https://market.android.com/details?id=com.monotype.android.font.laodroid22

ຕົວຢ່າງ: 

ລອງອ່ານກ່ຽວກັບ  Motorola Flipout ແອນດລອຍດ໌​ໂຟນ ​ດີ​ໄຊນ໌​ສຸດເກ໋

Souliyo

Co-Founder and CTO of BIZGITAL and LOCA

Comments
    1. ໝາຍເຖິງຕອນເຂົ້າເນັດແມ່ນບໍ່ ທົດລອງໃຊ້ opera ລອງເບີ່ງ ອາດຊ່ວຍໄດ້

      1. ຂອບໃຈເດີທີ່ແນະນຳ ແຕ່ວ່າລອງແລ້ວບໍ່ໄດ້ຜົນ ໂຕຫນັງສືມັນເຫັນບາງໂຕ ແຕ່ບາງໂຕເປັນວ່າງ ແຕ່ຫນ້າແປກໃຈຢູູ່ທີ່ສາມາດອ່ານເວັບທ່ານສຸລິໂຍໄດ້ ສະບາຍແຕ່ເວັບອື່ນບໍ່ໄດ້ ໃຜຮູ້ຂໍຄວາມກະລຸນາບອກຂ້່າພະເຈົ້າແດ່ ຫລືວ່າຕ້ອງroot ເຄື່ອງ

  1. S4 ອ່ານພາສາລາວໄດ້ ຢູ່ແລ້ວ ບໍ່ຕ້ອງເຮັດຫຍັງກະສາມາດອ່ານໄດ້ ຂ້າພະເຈົ້າໃຊ້ຢູ່

  2. ໃຊ້ S4 ທີ່ຊື່ມາແຕ່ ສ. ເກົາຫຼີ ຢູ່ ລອງຕິດຕັ້ງ ຟ້ອນພາສາລາວແລ້ວ, ແຕ່ກໍ່ບໍ່ສຳເລັດ ຄິດວ່າລະບົບບໍ່ສະໜັບສະໜູນ. ເຖິງແມ່ນວ່າຈະຕິດຕັ້ງທຸກໆ ຟ້ອນພາສາລາວ.

    ຫຼັງຈາກກົດເລືອກ Laodroid, Phetsarath……ລະບົບແມ່ນສະແດງ

    This font is not supported. Contact the font provider. Uninstall this font?

    ຸຖ້າກົດ OK ລະບົບກໍ່ຈະ Uninstall ຟ້ອນພາສາລາວ ອອກຈາກເຄື່ອງ.

  3. ລາວຟອນທີ່ທ່ານໃສ່ນັ້ນ ມັນບໍ່ໄດ້ ຂອງຂ້າພະເຈົ້າຕອນມາທຳອິດ ກໍ່ເປັນຄືກັນ ມີແຕ່ຕ້ອງອັບເດດລະບົບປະມານ ສາມຮ້ອຍກວ່າເມັກ ແລ້ວມັນຈະໄດ້ເອງ ລອງໃຫມ່

  4. ສະບາຍດີ ທຸກທ່ານ , ໃຜກະໄດ້ ຊ່ວຍແນະນຳ ຮ້ານ ໃຫ້ແດ່ ຂ້າພະເຈົ້າ ຢາກ root ເຄື່ອງ samsung galaxy tab 3.10 android 4.2.2 ເພື່ອ add ຟອນລາວເຂົ້າ (ເຄື່ອງຊື້ມາແຕ່ໄທ)

  5. can you tell me why my sumsung s4 can’t install lao font …i just DL and INSTAL it but some message showing up ” this fonts is not supported .contact the font provider .Uninstall this font ? can you explaine to me how to fix it …kop jai lai lai

  6. I use Galaxy note 8, I follow your instruction but still not work, some alphabets disappear. How to deal with this? Thanks so much for advice.

  7. samsung galaxy S 3 android 4.3 ເປັນຫຍັງຈິ່ງບໍ່ສາມາດໃຊ້ພາສາລາວໄດ້ ໃຜຮູ້ວິທີບອກແດ່

    samsung galaxy S 3 ໃຜມີ file fimrwre android 4.1.2 ທີ່ມີພາສາໄທ(ເມນູພາສາໄທ) ຂໍແດ່ ຈະບໍ່ລືມພະຄຸນ

  8. ໂທລະສັບຂ້ອຍແມ່ນ samsung galexy s3 ຜ່ານມາຂ້ອຍໃຊ້ພາສາລາວໄດ້ ແຕ່ດຽວນິຂ້ອຍອັບເດດ ແອນດອຍຂື້ນເປັນ 4.3 ມາປະຈຸບັນມັນໃໍຊ້ບໍ່ໄດ້ເລີຍ ມັນບອກວ່າ ຟ້ອນ ບໍ່ເຂົ້າກັບອຸປະກອນ ມັນບອກໃຫ້ເຮົາຖອນຟ້ອນທຸກຄັ້ງເມື່ອເຮົາເລືອກເອົາຟ້ອນລາວ ທ່ານ ສຸລິໂຍ ມີວິທີແກ້ໄຂບໍ່ ຂໍຂອບໃຈ

    1. ມັນບໍ່ຮອງຮັບເວີຊັ່ນໃຫມ່ໆແລ້ວ. ມີພຽງຖ້າ Android 4.4 ທິ່ມາກັບພາສາລາວເລີຍບາດດຽວ.

  9. ສະບາຍດີທຸກໆທ່ານ ຂ ພຈ ໃຊ້Galaxy note 10.1 ໄດ້ຕິດຕ້ັງ ແລະສາມາດອ່ານໄດ້ ແຕ່ບໍສາມາດອາ່ນພາສາລາວໄດ້ຢູ່ໃນເວບໄຊໄດ້ Email ແລະເວລາຂຽນພາສາລາວແມນ່ຕ້ອງໄດ້ພິມສະຫຼະກ່ອນພະຍັນຊະນະ ໃຜມີວິທີແກ້ໄຂກະລຸນາບອກແດ່ຂອບໃຈ

  10. ໂທລະສັບຂ້າພະເຈົ້າລຸ້ນ Galaxy S4 zoom OS android 4.2.2 update ເວີຊັນລ່າສຸດແລ້ວ ແຕ່ເວລາໂຫຼດ lao font ມາແລ້ວ ເມື່ອເຂົ້າຕັ້ງຄ່າ ແລ້ວ ມັນຈະບອກວ່າ ໃຊ້ບໍ່ໄດ້ ໃຫ້ເຮົາລົບຖິ້ມ ດັ່ງນັ້ນຈິ່ງຢາດໃຫ້ admin ຊ່ວຍຫາວິທີແກ້ໄຂໃຫ້ແດ່

  11. ປະຈຸບັນນີ້ແອບດັ່ງກ່າວບໍ່ສາມາດຕັ້ງຄ່າໃນ Samsung Galaxy S3 ແລ້ວ
    ມັນຟ້ອງຂຶ້ນມາວ່າ ລະບົບບໍ່ຮັບຮອແອບນີ້ ທ່ານຕ້ອງການລືບຫຼື່ບໍ່?
    ອັງດຣອຍເວີເຊິນຂອງ ເອສ3 ແມ່ນ 4.3 ເດີເຈົ້າ

  12. ເຄີຍເຮັດໄດ້ແລ້ວພາສາລາວ ຢູ່ໆກ່ຫາຍ ມາຕັ້ງຄືນແບບເກົ່າ ແອນດຣອຍບອກວ່າ this font not supported ຫມາຍຄວາມວ່າຈັງໃດນໍ  ມີວິທີແກ້ໄຂຈັງໃດ ບັນດາທ່ານນອາຈານຊ້ວຍແດ່ເດີ. 
     ມີຂອງໃຜເປັນແບບນີ້ບໍ ງົງເລີຍ

  13. ຫາທ່ານຊ່ວຍແດ່ໂທລະສັບຂ້ອຍລຸ່ມ SAMSUNG S4 ໃຊ້ Font lao ມັນແຕກ ແລະ ຕິດຕັ້ງ Laodriod ແລ້ວ ແຕ່ ເວລາໄປ ເລືອກ Laodriod ແລ້ວມັນບອກວ່າ This font is not Available ແລ້ວມັນກໍ່ບໍ່ໄດ້

  14. ຂໍຖາມແດ່ Samsung Galaxy S3 ອ່ານ ແລະ ພິມພາສາລາວບໍ່ໄດ້ ລອງເຮັດວິທີຕ່າງໆທີ່ອ້າຍສຸລິໂຍແນະນຳແລ້ວໄດ້ Download Soft Key Borad ມາໃສ່ແລ້ວ,ເວລາ ເຂົ້າໄປ font style ກົດເລືອກ (DefaDorid, Laodroid…) ມີຂໍ້ຄວາມບອກວ່າ “Font not supported. This font is not supported. Contact the font provider ແລ້ວກໍ່ຖາມ Uninstall this font ?

    1. ເຈົ້າໃຊ້ລະບົບປະຕິບັດການເວີຊັ່ນຫຍັງ? ເພາະແອັບຯໂຕນີ້ແມ່ນສຳລັບ Android ລຸ້ນເກົ່າໆ ແລະ ຕອນນີ້ກໍ່ໄດ້ຢຸດພັດທະນາແລ້ວ ເນື່ອງຈາກລຸ້ນໃຫມ່ໆທີ່ນຳໃຊ້ລະບົບປະຕິບັດການໃຫມ່ໆແມ່ນມີພາສາລາວ ແລະ keyboard ລາວມານຳເລີຍ.

  15. ຂໍຖາມແນ່ samsung ace3 V4.2.2 ຄືລົງພາສາລາວບໍ່ໃດ້ ມີວິທີແກ້ໄຂບໍ່

  16. ຂໍຖາມແນ່ ຖ້າເຮົາ root ແລ້ວ ພໍຊິມີຟາຍ ຟອນທີ່ຈະເອົາໄປໃສ່ບໍ່

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.