ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຕິດຕັ້ງພາສາລາວໃຫ້ໂທລະສັບ ແລະ ແທັບເລັດ Galaxy ງ່າຍໆບໍ່ຕ້ອງ Root

Android Apps, How To...

ຂ່າວດີ ແລະ ຂ່າວໃຫຍ່ສຳຫລັບທ່ານຜູ້ອ່ານ ແລະ ຜູ້ໃຊ້ສະມາດໂຟນ ຫລື ແທັບເລັດຕະກຸນ Galaxy ຈາກ Samsung, ເພາະປະຈຸບັນ ທາງ SOULIYO Lab ໄດ້ສຳເລັດການຕິດຕັ້ງ ແລະ ເຮັດໃຫ້ອຸປະກອນ Galaxy Series ໃຫ້ສາມາດອ່ານພາສາລາວໄດ້ງ່າຍໆ ໂດຍຜູ້ໃຊ້ບໍ່ຈຳເປັນຕ້ອງ Root ຫລື ໄປຕັ້ງຄ່າໃດໆກ່ອນການຕິດຕັ້ງ. ຂໍພຽງແຕ່ທ່ານໃຊ້ໂທລະສັບມືຖື ຫລື ສະມາດໂຟນ Android ທີ່ມີຊື່ນຳຫນ້າດ້ວຍ Galaxy ເຊັ່ນ, Galaxy Ace, Galaxy Cooper, Galaxy S(ທຸກລຸ້ນ), Galaxy tab 7, Galaxy S II, ແລະ ລຸ້ນອື່ນໆ ທີ່ເປັນ Galaxy Series.

ຂັ້ນຕອນການຕິດຕັ້ງກໍ່ງ່າຍໆ, ພຽງແຕ່ທ່ານເປີດໂທລະສັບຂຶ້ນມາ ແລ້ວເຂົ້າໄປທີ່ Android Marker ແລ້ວຄົ້ນຫາຄຳວ່າ: Laodroid ຫລື Galaxy LaoDroid ຫລື Souliyo ຫລ້າໆກໍ່ໄດ້, ຫລັງຈາກນັ້ນກໍ່ໃຫ້ເລືອກໄປທີ່ App ທີ່ຊື່ວ່າ Galaxy LaoDroid ຫລັງຈາກນັ້ນກໍ່ໃຫ້ເລີ່ມການດາວໂຫລດ ແລະ ຕິດຕັ້ງລົງໄປໃນອຸປະກອນ Galaxy ຂອງທ່ານໃຫ້ຮຽບຮ້ອຍ.

ເມຶ່ອທ່ານເຮັດການດາວໂຫລດ ແລະ ຕິດຕັ້ງສຳເລັດແລ້ວ, ໃຫ້ທ່ານເຂົ້າໄປທີ່ເມນູ Settings ໃນໂທລະສັບ ຫລື ແທັບເລັດຂອງທ່ານ, ຫລັງຈາກນັ້ນກໍ່ເຂົ້າໄປທີ່ Display (ບາງລຸ້ນອາດຈະເປັນ Sound And Display), ເມຶ່ອເຂົ້າມາແລ້ວ ໃຫ້ເລືອກຫາຄຳວ່າ Font Style ແລ້ວກໍ່ກົດເຂົ້າໄປທີ່ Font Style ແລະ ເມຶ່ອກົດເຂົ້າໄປແລ້ວ ກໍ່ຈະມີລາຍຊື່ຟ່ອນຕ່າງໆໃຫ້ເລືອກ(ຫາກເຄີຍຕິດຕັ້ງຟ່ອນອື່ນມາກ່ອນ), ໃຫ້ທ່ານເລືອກໄປທີ່ຟ່ອນ ທີ່ຊື່ວ່າ LaoDroid ແລ້ວກໍ່ກົດ Yes ເພຶ່ອຍືນຍັນການເລືອກໃຊ້ຟ່ອນ.

ພຽງເທົ່ານີ້ໂທລະສັບ ຫລື ແທັບເລັດ Galaxy Series ຂອງທ່ານກໍ່ຈະສາມາດອ່ານພາສາລາວໄດ້ແລ້ວ ພ້ອມທັງສາມາດຕິດຕາມຂ່າວສານຈາກເວັບ SOULIYO.COM ໄດ້ຜ່ານ App ທີ່ຊື່ Pulse ໄດ້ອີກດ້ວຍ (ລາຍລະອຽດຄິກທີ່ນີ້). ຫາກໃຊ້ແລ້ວໄດ້ຜົນດີ ຫລື ບໍ່ດີປະການໃດກໍ່ໄປຂຽນ Review ລົງ Market ໃຫ້ແດ່ເດີ່ ເພຶ່ອຄົນຕໍ່ໄປຈະໄດ້ມາເຫັນຄວາມເຫັນ ແລະ ຈະໄດ້ດາວໂຫລດໄປລອງໃຊ້ຕາມໆກັນ.

ຫມາຍເຫດ: ສຳລັບ App ຫລື ຟ່ອນພາສາລາວໂຕນີ້ (ລວມເຖິງ Defadroid, Laodroid Froyo, Phetsarath Droid ແລະ ຟ້ອນອື່ນໆທີ່ນຳຂຶ້ນ Android market ດ້ວຍ Souliyo.com)ແມ່ນຟຼີ ແລະ ບໍ່ມີການສະແຫວງຫາຜົນກຳໄລ, ຖ້າຫາກທ່ານຜູ້ອ່ານທ່ານໃດພົບເຫັນ ຮ້ານຄ້າ ຫລື ຮ້ານຂາຍອຸປະກອນໂທລະສັບຕ່າງໆ ນຳໄປໃຊ້ໃນເຊີງທຸລະກິດ ຫລື ທ່ານຕ້ອງຈ່າຍເງິນເພື່ອທີ່ຈະລົງຟ່ອນນີ້, ກະລຸນາແຈ້ງທາງເວັບໃຫ້ຮັບຮູ້ດ້ວຍ. ແຕ່ເຊຶ່ອວ່າ ຫລາຍໆທ່ານສາມາດເຮັດໄດ້ດ້ວຍຕົນເອງ. ມີປັນຫາຫຍັງສະແດງຄວາມເຫັນທາງດ້ານລຸ່ມນີ້ໄດ້ເລີຍ. ຫາກເຮັດສຳເລັດແລ້ວ ກໍ່ຢ່າລືມກົດ Like ຫລື ນຳໄປໂພສໃນ Facebook ຂອງທ່ານ ເພຶ່ອໃຫ້ຫມູ່ ຫລື ຄົນອື່ນໆສາມາດເຂົ້າເຖິງບົດຄວາມນີ້.

ສຳລັບວິທີການຕິດຕັ້ງແປ້ນພິມພາສາລາວ ເຂົ້າໄປທີ່ http://www.souliyo.com/how-to-install-laokeyboard-for-android

ດາວໂຫລດ: http://market.android.com/details?id=com.monotype.android.font.laodroid

Android 2.2 ທີ່ມີປັນຫາໂຕຫນັງສື່ຫ່າງບາງລຸ້ນນັ້ນ ສາມາດລອງດາວໂຫລດໂຕນິແທນເບິງເດີ່ 

https://market.android.com/details?id=com.monotype.android.font.laodroid22

ຕົວຢ່າງ: 

ລອງອ່ານກ່ຽວກັບ  ມາ Hack Bios Password ງ່າຍໆ

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ທົດລອງແລ້ວໃຊ້ບໍ່ໄດ້.
    ຫລັງຈາກເລືອກ Laodroid ແລ້ວ ບໍ່ມີ Yes ໃຫ້ກົດ ມີ ແຕ່ Get font online ແລະ Cancel
    ເປີດຈັງໃດກໍຍັງບໍ່ເຫັນຄິບອດພາສາລາວ
    ຊີເຮັດແນວໃດ ບອກແນ່. ຂອບໃຈ

    1. ເລືອກຟ່ອນທີ່ສະແດງໃນລາຍຊື່ຟ່ອນຫັ້ນເປັນ Laodroid ແລ້ວມັນກໍ່ຈະຂຶ້ນມາຖາມເພຶ່ອຍືນຍັນ. ບາງເຄື່ອງເປັນ Yes ບາງເຄື່ອງເປັນ Ok ຫລັງຈາກແລ້ວໆ ເຄືອງຂອງທ່ານກໍ່ຈະສາມາດອ່ານພາສາລາວໄດ້. ຢ້ຳ ນິເປັນວິທີທີ່ເຮັດໃຫ້ອ່ານພາສາລາວໄດ້ ບໍ່ແມ່ນພິມພາສາລາວ. ສ່ວນການພິມພາສາລາວນັ້ນ, ໃຫ້ໄປດາວໂຫລດ Anysoft Keyboard ແລ້ວ ລົງ Lao Plugin ຂອງ ມັນໃສ່ ຈຶ່ງຈະພິມ ຫລື ມີຄີບອດລາວໄດ້. ແລ້ວວ່າງໆຈະມາບອກວິທີກໍ່ແລ້ວກັນ.

  2. ຂພຈ ໃຊ້ Samsung galaxy mini GT-S5570 ລົງແລ້ວຄືບໍ່ອ່ານພາສາລາວນະທ່ານ ມັນອ່ານໄດ້ສະເພາະແຕ່ Web Souliyo.com ຂອງທ່ານເທົ່ານັ້ນ ແຕ່ເວັບພາສາລາວອື່ນໆບໍ່ເຫັນອ່ານນະທ່ານ ເຊັ່ນວ່າ: Laozaa.com, Punlao.com ແລະອື່ນໆ

    ນັບຖື

    1. ຫາກມັນອ່ານລາວໄດ້ຫນຶ່ງເວັບ ມັນກຊ່ສິໄດ້ເວັບອຶ່ນໆຄືກັນຕິເບາະ ເຮົາລອງແລ້ວກໍ່ໃຊ້ໄດ້ດີ ໃຫ້ຄົນອື່ນລອງເຂົາກໍ່ວ່າໄດ້. ບອວໄປຕັ້ງຄ່າເວັບບາວເຊີລເປັນ utf-8ເບິງເດີ ແລ້ວແອນດອຍເວີຊັ່ນໃດທີ່ໃຊ້ຢູ່

  3. ຂ້າພະເຈົ້າຕິດຕັ້ງໃນ galaxy ace ແລະ galaxy sl ນຳໃຊ້ໄດ້ດີ ຂໍຊົມເຊີຍ ນຳທີມງານ

  4. samsung galaxy s2 ຂອງຂ້ອຍບໍ່ມີ font style
    ຂ້ອຍຕ້ອງເຮັດແນວໃດ?

    1. ຂອງເຈົ້າກໍ່ມີ ເຂົ້າຕາມນິເດີ່ Settings > Display > Screen Display ແລ້ວຈະເຫັນ Font Style

  5. ຂ້ອຍເຂົ້າໝົດທຸກບ່ອນຂອງ settings ແລ້ວ, ແຕ່ບໍ່ເຫັນ font style
    ຢູ່ໃນ Settings > Display > Screen Display ມີແຕ່ Home screen + wallpaper and Lock screen + wallpaper, clock position.
    ແຕ່ບໍ່ປະກົດເຫັນ font style T T

    1. ຂອງເຈົ້າອາດຈະເປັນ Galaxy S II I9100M ລອງເຊັກເບິງດຸ ຫາກແມ່ນຕາມນິ ກໍ່ສະແດງວ່າຂອງເຈົ້າບໍ່ໄດ້ເດີ່. ອາດຈະເປັນໂອກາດຫນ້າ ຕອນນີ້ກຳລັງຫາຊ່ອງທາງໃຫມ່ສຳລັບອຸປະກອນອື່ນຢູ່ຄືກັນ.

  6. thank you very much for your information
    but my SS2 does not have font style, and there is no any option to change font.
    i don’t know why.
    anyway, thank you for your help. your suggestions are helpful for me.
    if you can find out the solutions, please let me know.

  7. ຢາກ update samsung gs2 ຕ້ອງເຮັດຈັງໃດ
    ຂ້ອຍຍັງແກ້ໄຂປັນຫາທີ່ gs2 ຂ້ອຍບໍ່ມີ font style ບໍ່ໄດ້ເທື່ອ
    ຂໍຄຳແນະນຳແດ່

  8. ຂ້ອຍເຂົ້າໄປແລ້ວ ແຕ່ມັນຟ້ອງວ່າ no update aviable
    ຫຼືວ່າມີວິທີໃດອີກບໍທີ່ GS2 ຂ້ອຍຈະອ່ານພາສາລາວໄດ້?
    ຢາກໄດ້ພາສາລາວ T T
    ຂໍຄຳແນະນຳແດ່

  9. ່ເຮົາຢາກໃຫ້ HTC ຂອງເຮົາອ່ານ ແລະ ຂຽນລາວໄດ້ຄືກັນ ມີຄຳແນະນຳຫຍັງບໍ່?

    1. ມັນກໍ່ມີຫລາຍວິທີ, ຂຶ້ນກັບລຸ້ນຂອງໂທລະສັບ ແລະ Version ຂອງແອັນດຼອຍ. ລອງຫາໃນອິນເຕີເນັດເບິງເດີ່ ມີຫລາຍຢູ່ດອກ.

  10. ຂອງເຮົາແມ່ນ HTC Desire HD, ຢາກໃຫ້ເຈົ້າຂອງເວັບຊ່ວຍໂພສ ວິທີໃຫ້ ຂພຈ ແນ່…

    1. ລອງໄປ Google ເບິງເດີ່. ເຈົົ້າຂອງເວັບກໍ່ບໍ່ໄດ້ໃຊ້ລຸ້ນນີ້ ກໍ່ບໍ່ຮູ້ຈະຂຽນວິທີແນວໃດ. ເພາະບໍ່ໄດ້ລອງເຮັດເອງ. ແຕ່ໄປຄົ້ນເບິງກໍ່ຈະມີຫລາຍວິທີ ສາມາດອ່ານແລະເຮັດຕາມໄດ້ ບໍ່ຍາກດອກ. ໄປຫາໆເບິງຕາມນີ້ກໍ່ໄດ້ http://forum.xda-developers.com/forumdisplay.php?f=765

  11. ລອງເຮັດເບິ່ງແລ້ວ ໃຊ້ໄດ້ຜົນດີ
    ແຕ່ຖ້າຢາກພິມພາສາລາວເດ ພໍມີວິທີບໍ?

      1. ໂອໄດ້ແລ້ວ ແຕ່ພາສາລາວບາງໂຕຢາກຫ່າງກັນເນາະ ແຕ່ກໍ່ພໍອ່ານໄດ້ຢູ່
        ທ່ານເກັ່ງຫຼາຍ
        ຂອບໃຈ

        1. ຫາກທ່ານໃຊ້ Android 2.2 ໃຫ້ລອງໂຫລດໂຕນິເບິງເດີ່ https://market.android.com/details?id=com.monotype.android.font.laodroid22 ແລະໃນອານາຄົດຈະມີອອກມາອີກຫລາຍໆໂຕ ເພາະບາງລູ້ນກໍ່ສະແດງຜົນໄດ້ດີ ແຕ່ບາງລູ້ນກໍ່ເປັນແບບທີ່ທ່ານເປັນ.

          1. ບໍ່ຮູ້ວ່າ cooper ຜູ້ຂ້າແມ່ນ Android ລຸ້ນໃດ

            ມີວິທີກວດບໍ?

    1. ກໍ່ລອງ Check Update ໃນໂຕເຄື່ອງເບິງເດີ່ ຫລືບໍ່ກໍ່ດາວໂຫລດໂປຼແກຼມຈັດການໂທລະສັບລຸ້ນຂອງທ່ານ ທີ່ຊື່ວ່າ Kies ຈາກ Samsung ໄດ້ເລີຍ. ຫລັງຈາກຕິດຕັ້ງແລ້ວ ກໍ່ເຊື່ອມສາຍເຂົ້າກັບຄອມ ແລ້ວກົດ Check Update ໃນໂປຼແກຼມ Kies ເບິງ. ສາມາດເຂົ້າໄປທີ່ http://www.samsung.com/us/support/downloads/ ແລ້ວໃສ່ລຸ້ນໂທລະສັບຂອງໂຕເອງ ຫລັງຈາກນັ້ນກໍ່ຄີກປ່ຽນຈາກ Manual ເປັນ Software ເພຶ່ອດາວໂຫລດ ທັງ Driver ແລະ ໂປຼແກຼມ Kies ມາລົງ.

    1. ອ່ານຕາມທາງເທິງຫັ້ນລະ ມັນມີລິ້ງຢູ່ນັ້ນລະ. ຄວາມເຫັນກ່ອນຫນ້າກໍ່ຕອບໄປແລ້ວ. -_-“

  12. ທ່ານສຸລິໂຢເອີຍ ຂອງຂ້ອຍບ່ເຫັນຊິໃດ້ samsung galaxy nexus i9250 ນະທ່ານ

    ດ້ວຍຄວາມເຄົາລົບ

    1. ລືມບອກໄປວ່າ Galaxy Nexus ບໍ່ໄດ້ຈັດຢູ່ໃນຫມວດ Galaxy ຂອງ Samsung. ມັນພຽງແຕ່ຊື່ຂອງມັນຊື່ໆ ແຕ່ທາງດ້ານ Android ແມ່ນຈັດການໂດຍ Google ສະນັ້ນມັນຈຶ່ງບໍ່ມີໂຕຈັດການຟ້ອນຕ໌ມານຳ.

    1. ມີ. ຄືຕ້ອງ Root ເຄື່ອງກ່ອນ, ຫລັງຈາກນັ້ນກໍ່ເອົາຟ້ອນຕ໌ໄປທັບກັບໂຕທີ່ມາໃນລະບົບ

      1. ແລ້ວລາຍລະອຽດການເຮັດເປັນແນວໃດລະບາດນິ
        ຖ້າເປັນໄປໃດ້ຢາກໃຫ້ທ່ານບອກລະອຽດຢຽບເລີຍ

  13. ຂພຈ ໃຊ້ Samsung galaxy mini GT-S5570 ແລ້ວ ຂພຈ ລະລອງລົງ Rom cyanogenmod 7.2.0 RC5.7 ຫຼັງຈາກນັ້ນກະລົງຟ໋ອນລາວຕາມປົກກະຕິ Settings > Display > Screen Display ແລ້ວຈະເຫັນ Font Style ແຕ່ອັນນີ້ບໍ່ປາກົດເຫັນ Font Style ເລີຍບໍ່ຮູ້ຊິໄປປ່ຽນຢູ່ໃສໃຫ້ໃຊ້ພາສາລາວໄດ້ອີກ

    ຂໍຄວາມຊ່ວຍເຫຼືອແດ່ເດີບັນດາທ່ານຜູ້ຮູ້ທັງຫຼາຍ

    ຂອບໃຈລ່ວງໜ້າ

    1. ດັນເມັນນີ້ເດີຂ້ອຍກໍມີບັນຫານີ້ຄືກັນໃຜກະໄດ້ຊ່ວຍແນ່ T_T

  14. ບໍ່ສາມາດໃຊ້ໄດ້ກັບ ICS 4.0.3 ຊ່ວຍບອກແນ່ ມີເວິຊັນອື່ນອີກບໍ
    ຂອບໃຈຫລາຍເດິ

  15. ຂ້າພະເຈົ້າເປັນສະມາຊິກໃໝ່ ກະເລີຍມີເລື່ອງໃຫ້ຊ່ວຍເຫລືອ ກ່ຽວກັບການອ່ານພາສາລາວໃນ Samsung galaxy

    ຂພຈ ໃຊ້ Samsung galaxy Cooper GT-S5830 ມັນບໍ່ສາມາດຄົ້ນຫາ Laodroid ຫລື Galaxy LaoDroid ຫລື Souliyo ຫລ້າໆກໍ່ໄດ້.ຊ່ວຍແດ່ມັນເປັນຫຍັງຈຶ່ງເປັນແບບນີ້ ທ່ານ Souliyo

  16. ຂໍຖາມແນ່ວ່າມັນສາມາດໃຊ້ໄດ້ກັບ Samsung galaxy S3 ບໍ່ ຖ້າໃຊ້ໄດ້ຕ້ອງເຮັດແນວໃດ?
    ເພາະຂ້ອຍລອງແລ້ວມັນໃຊ້ບໍ່ໄດ້ ມັນໃຊ້ໄດ້ແຕ່ກັບຫນັງສືທີ່ເຮົາສົ່ງຂໍ້ຄວາມຫຼືຮັບຂໍ້ຄວາມທີ່ຄົນອື່ນສົ່ງເປັນພາສາລາວມາ ແຕ່ວ່າເຂົ້າເວັບທີ່ເປັນພາສາລາວມັນບໍ່ສາມາດອ່ານໄດ້ ຫນັງສືຫ່າງກັນ ບາງເທື່ອກະເປັນຕາກະໂລ້

    1. ມັນຍັງບໍ່ມີເວີຊັ່ນອັບເດດເທື່ອ, ໄວ້ມີເວລາຈະແກ້ໄຂໃຫ້ເດີ່ 😀

  17. ປັນຫຍັງເວລາພິມຂໍ້ຄວາມວັນນະຍຸດ ( ່ ້ ໋ ໊ ) ພາສາລາວໃນ samsung galaxy s2 ມັນບໍ່ຕົງກັບ ພະຍັນຊະນະ ແລະ ມັນຈະໄປທັບກັບຊະລະ ຕົວຢ່າງ: ຄົ້ນຫາ = ຄ້ົນຫາ ແລະອີກຫລາຍໆໂຕ ແລະ ອີກຄຳຖາມ1 ເວລາຫີ້ນ facebook ໝູ່ຂ້ອຍໂພດເປັນພາສາລາວລົງແລ້ວ ຂ້ອຍອ່ານບໍ່ໄດ້ເລີຍ ຊ່ອຍແດ່ souliyo

  18. ສະບາຍດີທ່ານຂ້ອຍຍາກຂໍຖາມທ່ານວິທີຕິດຕັ້ງພາສາລາວໃນໂທລະສັບ LG optimus 2x Android 2.3.4 ຂ້ອຍເອົາຂໍ້ມູ້ນທຸກຯອັນເຂົ້າແລ້ວແຕ່ພິມພາສາລາວແລ້ວມັນອອກເປັນກາເລມັນບໍ່ເປັນພາສາລາວອ່ານບໍ່ເຂົ້າໃຈເລີຍຂ້ອຍຂໍ້ມູ້ນທຸກອັນເຂົ້າແຕ່ໄປບອ່ນ Font Style.ແລ້ວບໍ່ມີ ບອນປຽ້ນຫຍັງເລີຍ ກະຮຸນາຊວ່ຍບອກຊອງທາງໃຫ້ຂອ້ຍແນ່ຂໍຂອບໃຈນຳທ່ານຫລາຍເດີຂໍໃຫ້ທ່ານໂຊກດີ ຈາກ ໄຫມດອນໂຂງ ຢູ່ທີຝຮັ້ງເສດ

  19. ຂໍຖາມແນ່ SS Note II ຂ້ອຍລົງແອບນີ້ແລ້ວແອດຄີບອດພາສາລາວເຂົ້າແລ້ວໂດຍແມ່ນແອັບຂອງທ່ານເອງ ທີ່ນີ້ເວລາເຂົ້າເວບລາວພາສາລາວໃນໜ້າເວບມັນຈະແຕກ ຫລືອ່ານບໍ່ຮູ້ເລື່ອງຂໍຄວາມຊ່ວຍເຫລືອແນ່ເດີເພາະບໍ່ຢາກ Root ເຄື່ອງ

  20. ກະລຸນາຂຽນໃຫ້ຕະກູນ Xperia ແດ່, ເພາະ update ເປັນ ICS 4.0.4 ແລ້ວ root ຍາກໆ ລອງຫລາຍເທື່ອແລ້ວຍັງບໍ່ຜ່ານ
    ກະລຸນາແດ່ເດື້ທ່ານ

  21. I’ve just bought a Google Nexus7 tablet.During the process of installing Lao font, I proceed to where font “style”. But, there is no font “style”, only font “size”.
    What I need to do next? Please help.
    Thank you

  22. ສະບາຍດີທ່ານຂ້ອຍຍາກຂໍຖາມທ່ານgalexy note 2ຂ້ອຍລົງແອບນີ້ແລ້ວແອດຄີບອດພາສາລາວເຂົ້າແລ້ວໂດຍແມ່ນແອັບຂອງທ່ານເອງ ທີ່ນີ້ເວລາເຂົ້າເວບລາວພາສາລາວໃນໜ້າເວບມັນຈະແຕກ ຫລືອ່ານບໍ່ຮູ້ເລື່ອງຂໍຄວາມຊ່ວຍເຫລືອແນ່ເດີ

    1. ໃຫ້ເຈົ້າປ່ຽນ Font ໃຫ້ເປັນ laodroid ເທົ່ານີ້ກໍ່ໄດ້ແລ້ວ ຂ້ອຍແກ້ໄຂບັນຫານີ້ໃຫ້ໝູ່ຫລາຍຄົນແລ້ວ

    2. ພາສາລາວທີ່ທາງ ທ່ານສຸລິໂຍ ເຮັດມານີ້ ແມ່ນສາມາດໃຊ້ໄດ້ໃນບາງສ່ວນຂອງເຄື່ອງເທົ່ານັ້ນ ດັ່ງນັ້ນ ເວລາເຂົ້າ web ໂຕຫນັງສືລາວຈຶ່ງຫ່າງ ແລະ ແຕກ ເພາະວ່າ Browser ແຕ່ລະໂຕມີການອ່ານຕ່າງກັນ ທ່ານລອງ Download Opera ມາໃຊ້ເບີ່ງ ເພາະຂອງຂ້າພະເຈົ້າກໍ່ເປັນຄືກັນ ເລີຍຕ້ອງໃຊ້ວິທີ ທີ່ກ່າວມາ

  23. ທ່ານ ສຸລິໂຍ ທີ່ນັບຖື
    ຂ ພ ຈ ຊື້ Samsung calaxy SIII ມາໃໝ່ ເມືື່ອຕິດຕັ້ງ ຟາຍ Galaxy LaoDroid ຮຽບຮ້ອຍ.
    ເຂົ້າໄປທີ່ເມນູ Settings ໃນໂທລະສັບ, ຫລັງຈາກນັ້ນກໍ່ເຂົ້າໄປທີ່ Display ເລືອກຫາຄຳວ່າ Font Style ແລ້ວກໍ່ກົດເຂົ້າໄປທີ່ Font Style ແລະ ເມຶ່ອກົດເຂົ້າໄປແລ້ວ ເລືອກໄປທີ່ຟ່ອນ ທີ່ຊື່ວ່າ LaoDroid ແລ້ວກໍ່ກົດ Yes ເພຶ່ອຍືນຍັນການເລືອກໃຊ້ຟ່ອນ ແລ້ວ

    ແຕ່ຍັງອ່ານພາສາລາວໃນເວບໄຊຂອງທ່ານແລະເວບອື່ນໆບໍ່ໄດ້ບໍ່ຮູ້ເປັນຫັຍງ

    ຖ້າມີລາຍລະອຽດຊ່ວຍແນະນຳແດ່ ຄອບໃຈລ່ວງໜ້າ

    1. ລອງໃຊ້ opera ເບີ່ງບາງທີ່ອາດຊ່ວຍໄດ້ S3 ຂອງຂ້າພະເຈົ້າກະໃຊ້ໄດ້ຄືກັນ

  24. ໃຜມີວິທີດີໆໆໆໆ ເຮັດໃຫ້ SAMSUNG CALAXY S3 ໃຊ້ Batery ໃຫ້ກຸ້ມດົນ ເພາະວ່າປະຈຸບັນ ສາກ ຄັ້ງໜຶ່ງ ໃຊ້ບໍ່ກຸ້ມຮອດ 24 ຊົ່ວໂມງ

  25. ສະບາຍດີ ທ່ານ ສຸລິໂຍ

    ຂ້ອຍເປັນສະມາຊິກໃໝ່ ເວັບໄຊ ຂອງ ທ່ານ.
    ຂ້ອຍໃຊ້ ໂທລະສັບ HTC ລຸ້ນ Desire HD A9191, Android 2.3.5
    ຊ່ວຍແນະນຳ ວິທີການຕິດຕັ້ງ ແລະ ນຳໃຊ້ ພາສາລາວ ໃຫ້ແດ່.

    ຂອບໃຈ

  26. ສະບາຍດີ ຂ່ອຍເປັນຄົນໄທຄົນໜຶ່ງທີ່ໄດ້ຫັດຮຽນຮູ້ວິຊາພາສາລາວ ແລະໄດ້ສຶກສາມາປີກວ່າແລ້ວ ຊ່ອຍເລິ່ມຮຽນຮູ້ ການພິມພາສາລາວ ບົນຄອມກໍ່ດີ ເທິງມືຖືກໍ່ດີ ປັນຫາມັນຢູ່ຕົງທີ່ຂ່ອຍໃຊ້ font ທີ່ຊື່ວ່າ Defadroid ໃນຊັມຊຸງ Galaxy ແທບຊີທຸກລຸ່ນ ກໍ່ຕິດຕັ້ງ ຟ້ອນລາວມາໄດ້ຕະຫຼອດ ແຕ່ພໍ່ມາຖຶງ ຊັງຊຸງ Galaxy s4 ມັນກໍ່ຍັງຕິດຕັ້ງໄດ້ ແຕ່ມັນໃຊ້ບໍ່ໄດ້ ເຄື່ອງແຈ້ງວ່າ (ແບບອັກສອນນີ້ໃຊ້ງານບໍ່ໄດ້) ຈຶງຍາກຂໍຄຳແນະນຳວ່າຊີເຮັດແນວໃດຈຶງຊີສາມາດໃຊ້ງານໄດ້

    ຂອບໃຈ

    1. ທ່ານຕ້ອງໄດ້ update ເຄື່ອງຂອງທ່ານ ແລ້ວພາສາລາວຈະໄດ້ເອງ

    1. Tap2 ຂ້າພະເຈັ້າຄິດວ່າຄົງບໍ່ມີບັນຫາກັບພາສາລາວ ທ່ານໄດ້ເຮັດແນວໃດແດ່ແລ້ວ

  27. Galaxy s4 ລົງphetsarath Droid ມັນວ່າໃຊ້ບໍ່ໄດ້ ຊ່ວຍບອກແດ່ຕ້ອງເຮັດແນວໄດ

  28. ສຳລັບ Galaxy s4 ຖ້າຢາກໃຫ້ໃຊ້ພາສາລາວໄດ້ ຕ້ອງໄດ້ Update ກ່ອນ ຂຶ່ງໃຊ້ໄດ້ ຂອງຂ້າພະເຈົ້າທຳອິດກໍ່ໃຊ້ບໍ່ໄດ້ ແຕ່ພາຍຫລັງ Update ອາທິດແລ້ວນີ້ ຜ່າ wifi ປະມານ 356 M ດຽວນີ້ພາສາລາວໃຊ້ໄດ້ແລ້ວ ບໍ່ຈຳເປັນຕ້ອງ Root ເຄື່ອງ.

  29. ສະບາຍດີ galaxy s4 its up to date but can not write and read lao .even i got laosoft keyboard and try all lao fonts apps and software .ກະຮຸນາ pls tell n show how or what to …have any idea? ຂອບໃຈ

    1. ຂ້ອຍກະບໍ່ຮູ້ວ່າຈະອະທິບາຍແນວໃດ ທຳອິດຂ້ອຍກໍລົງທຸກຢ່າງແບບເຈົ້າເຮັດ ແຕ່ກໍບໍ່ໄດ້ ພາຍຫລັງມີການແຈ້ງໃຫ້ອັບເດດຂ້ອຍເລີຍອັບເດດ ແລະ ປະກົດວ່າໃຊ້ໄດ້ ເຈົ້າລອງອັບເດດເບີ່ງ ບາງທີໂຕທີ່ເຈົ້າອັບນັ້ນອາດບໍ່ແມ່ນຕົວໃຫມ່ແທ້ ຫລືບໍ່ຖືກ zone ລອງອັບຜ່ານຄອມເບີ່ງ

      1. @ Te and All pls help ….AT&T Samsung SGH-I537/Android version 4.2.2/Galaxy S4 Active . ຂອ້ຍໂລດ Lao/Thai Fonts and anysoftkeyboard/laosoftkeyboard…go display and select font .go language and input and select the right keyboard …try all android market apps and softwares…no luck and try to update the device via Kies Air ກາບໍ່ໃຫ້ update …do it on the phone ກາວາ່ up to date…ເວລາ type lao/thai ຫັນລະໃດ້ ແຕ່ເວລາສົ່ງໄປຜູ້ຮັບເຫັນເປັນໂຕແບບນີ້ໍ=(?????????)…ກະຮຸນາ ຂອບໃຈ

        1. ຂ້ອຍຫາກໍ່ອັບເດດໃຫ້ໝູ່ຜູ້ນຶ່ງທີ່ຊື້ເຄື່ອງມາຈາກໄທ ແລະ ກໍ່ໃຊ້ພາສາລາວໄດ້ ບໍ່ຮູ້ວ່າ s4 ຂອງເຈົ້າລຸ້ນໃດ ຕ່າງຈາກເຄື່ອງແຖວນີ້ບໍ່ ລອງປ່ຽນໂຊນເບີ່ງ ຫລື ຮາດຣີເຊັດກ່ອນ ຈື່ງອັບເດດໄດ້ ຂ້ອຍໄດ້ຖ່າຍຮູບໄວ້ແຕ່ບໍ່ຮູ້ເອົາຂື້ນໃຫ້ເບີ່ງ ຖ້າເຈົ້າມີ whatsapp ຂ້ອຍຈະສົ່ງໃຫ້ເບີ່ງ ພະຍາຍາມອີກເບີ່ງ

Leave a Reply to Souliyo Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.