ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Steve Jobs ລົງຈາກຕຳແຫນ່ງ CEO ຂອງ Apple ຢ່າງເປັນທາງການແລ້ວ

ຂ່າວດ່ວນ, ຂ່າວໄອທີ

ລາຍງານຂ່າວຫລ້າສຸດ Steve Jobs ແຫ່ງ Apple ໄດ້ລາລົງຈາກຕຳແຫນ່ງ CEO ຂອງ Apple ຢ່າງເປັນທາງການໄປທີ່ຮຽບຮ້ອຍແລ້ວ ໃນຕອນສວຍວັນພຸດ ທີ 24 ສິງຫາ 2011 ຕາມເວລາຂອງລັດ California, ພ້ອມກັນນັ້ນທາງບໍລິສັດ ກໍ່ຍັງໄດ້ເລືອກ Tim Cook ທີ່ເປັນ COO (Chief Operating Officer) ຂຶ້ນຮັບຕຳແຫນ່ງເປັນ CEO ຂອງ Apple ຄົນຕໍ່ໄປ ແທນ Steve Jobs, ໂດຍມີເຫດຜົນວ່າ Tim Cook ເປັນຄົນທີ່ເຫມາະສົມທີ່ສຸດ ທີ່ຈະຮັບແລະດຳເນີນການຕໍ່ຈາກ Steve Jobs, ເນື່ອງຈາກ Tim Cook ຈະເປັນຄົນທີ່ເກັບກຳວຽກງານ ຫລື ຮັບຕຳແຫນ່ງແທນ Steve Jobs ຕະຫລອດເວລາທີ່ໄດ້ລາພັກ ຍ້ອນບັນຫາສຸຂະພາບ.

ຢ່າງໃດກໍ່ຕາມ, Steve Jobs ກໍ່ຍັງບໍ່ທັນໄດ້ລາມື ຫລື ອອກຈາກ Apple ໄປໃນທັນທີ, ແຕ່ຍັງຈະດຳລົງຕຳແຫນ່ງເປັນ ປະທານກຳມະການຂອງ Apple (Chairman of the Board) ເພຶ່ອເປັນຄົນຈຸດປະກາຍຄວາມຄິດ ໃນການອອກແບບຜະລິດຕະພັນຂອງ Apple ຕໍ່ໄປ.

ຜູ້ຂຽນເອງກໍ່ມີຄຳຖາມວ່າ, ແລ້ວງານເປີດໂຕ iPhone, iPod ທີ່ຈະຈັດຂຶ້ນໃນເດືອນຫນ້ານີ້ Steve Jobs ຈະເປັນຄົນມານຳສະເຫນີຫລື ບໍ່. ຕ້ອງຖ້າເບິງກັນຕໍ່ໄປ.

ທີ່ມາ – Apple ແລະ 2

ລອງອ່ານກ່ຽວກັບ  Android 2.3 Gingerbread ຖືກພອດລົງ iPhone 3G

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ຄືສິແມ່ນພັກກິນບຳນານລະເນາະ
    ຄາວນີ້ແລະ ios ຕ້ອງໄດ້ລະວັງຄູ່ແຂ່ງນ້ອງໃໝ່ຢ່າງ Android ອີກຢ່າງຮູ້ສຶກວ່າ Google ຈະຖືໄພ້ໃບທີ່ເໜືອກ່ວາເມື່ອໄດ້ຄອບຄອງໂມໂຕໂລລ່າ ເຫັນມີຂ່າວວ່າຜູ້ຖືຫຸ້ນຫລາຍລາຍກະຖອນຕົວອອກຈາກ apple ວ່າຊັ້ນເດເມື່ອຮູ້ວ່າ Steve Jobs ວາງມື

Leave a Reply to Souliyo Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.