ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Pulse ຊ່ອງທາງໃຫມ່ໃນການຕິດຕາມ SOULIYO.COM ທັ້ງ iOS ແລະ Android

Android Apps, FREE WARE, How To..., iOS Apps

ບົດຄວາມນີ້ຈະເປັນການແນະນຳ App ທີ່ຊື້ Pulse ແລະ ວິທີການຕິດຕາມ ແລະ ອ່ານຂ່າວສານຈາກເວັບ SOULIYO.COM ທັງແບບ ອອນໄລນ໌ ແລະ ອອຟ໌ໄລນ໌, ບໍ່ວ່າທ່ານຈະໃຊ້ iPhone, iPad, iPod touch ລວມເຖິງອຸປະກອນຕ່າງໆທີ່ໃຊ້ລະບົບປະຕິບັດການ Android ທ່ານກໍ່ຈະສາມາດເຂົ້າເຖິງຂ່າວສານໂລກໄອທີ ຈາກເວັບ SOULIYO.COM ໄດ້ຢ່າງງ່າຍດາຍ.

ກ່ອນອື່ນກໍ່ຕ້ອງແນະນຳ Pulse ກ່ອນ, Pulse ເປັນແອັບຮວບຮວມໆຂ່າວຈາກສຳນັກຂ່າວຕ່າງໆທົ່ວໂລກ ໂດຍເຮົາສາມາດເລືອກໄດ້ວ່າຕ້ອງການຕິດຕາມຂ່າວປະເພດໃດ, ຈາກໄສ, ກໍ່ໄດ້. ສະນັ້ນ ທາງເວັບກໍ່ເລີຍຖືໂອກາດ ແນະນຳວິທີການຕິດຕາມຂ່າວສານ ຈາກ SOULIYO.COM ຜ່ານ​ແອັບຯໂຕນີ້ ໃຫ້ຜູ້ທີ່ເຂົ້າມາຕິດຕາມຂ່າວສານໃນເວັບແຫ່ງນີ້ ມີຊ່ອງທາງການຕິດຕາມ, ໄດ້ຫລາຍແບບ ແລະ ສະດວກສະບາຍອີກທັ້ງຍັງຟຼີອີກດ້ວຍ.

ກ່ອນອື່ນໃຫ້ທ່ານເຂົ້າໄປດາວໂຫລດ Pulse. ສຳລັບ Android ໃຫ້ເຂົ້າໄປ Android Market ແລ້ວພິມຄຳວ່າ Pulse ຫລັງຈາກນັ້ນກໍ່ໃຫ້ດາວໂຫລດ, ສຳລັບ iOS ແມ່ນໃຫ້ເຂົ້າໄປທີ່ AppStore ແລ້ວກໍ່ພິມ Pulse ເພຶ່ອຄົ້ນຫາ ແລ້ວກໍ່ກົດດາວໂຫລດມາຕິດຕັ້ງ.

ຫລັງຈາກຕິດຕັ້ງແລ້ວໆ. ກໍ່ໃຫ້ເປີດແອັບຯຂຶິນມາ ເພຶ່ອກຽມການຕັ້ງຄ່າ​, ໃນຂັ້ນຕອນທີ່ແນະນຳນີ້ ແມ່ນເຮັດໃຫນ Android ແຕ່ບໍ່ຕ້ອງເປັນຫ່ວງ ເພາະ Pulse ໃນ iOS ແລະ Android ຈະໃຊ້ງານຄືກັນທຸກປະການ. ເມຶ່ອເປີດຂຶ້ນມາແລ້ວກໍ່ໃຫ້ແທັບໄປທີ່ກາງຫນ້າຈໍ ແລ້ວ App ມັນຈະສຸມ ແລະ ເລືອກສຳນັກຂ່າວທີ່ຫນ້າສົນໃຈໃຫ້ (ຂ່າວຈາກຕ່າງປະເທດ).

ຕໍ່ມາເປັນວິທີການລຶບສຳນັກຂ່າວທີ່ທາງແອັບຯ ຈັດມາໃຫ້ເຮົາ ແລ້ວເພີ່ມ SOULIYO.COM ເຂົ້າໄປ, ເພຶ່ອຕິດຕາມຂ່າວຈາກ SOULIYO.COM. ກ່ອນອື່ນແມ່ນກົດໄປທີ່ປຸ່ມ ແຂ້ວເຟືອງ ທີ່ຢູ່ທາງເທິງສຸດ ຂອງເບື້ອງຊ້າຍມື. ແລ້ວມັນກໍ່ຈະພາໄປຍັງຫນ້າການຕັ້ງຄ່າສຳນັກຂ່າວ ທີ່ຕ້ອງການຕິດຕາມ. ໃນນີ້ເຮົາບໍ່ຕ້ອງການສຳນັກຂ່າວທີ່ທາງແອັບຯຈັດມາໃຫ້ ເຮົາກໍ່ລຶບໆ ອອກຈົນຫມົດ ໂດຍການແທັບໄປທີ່ປຸ່ມ (X) ໃນແຕ່ລະປ້າຍສຳນັກຂ່າວ. ຫລັງຈາກນັ້ນເມຶ່ອລຶບອອກຫມົດແລ້ວ ກໍ່ຈະເຫັນດັ່ງຮູບລຸ່ມນີ້.

ຫລັງຈາກລຶບອອກຫມົດແລ້ວ ເຮົາກໍ່ມາຈັດການເພີ່ມສຳນັກຂ່າວ SOULIYO.COM ເຂົ້າໄປໃນ Pulse ກັນເລີຍ, ໂດຍແທັບໄປທີ່ ປຸ້ມສີຟ້າ ທີ່ມີເຄື່ອງຫມາຍບວກ (ຢູ່ທາງກາງ) ແລ້ວແລ້ວ ກໍ່ຈະມີຫນ້າລາຍຊື່ສຳນັກຂ່າວຂຶ້ນມາໃຫ້ເລືອກ, ໃຫ້ທ່ານແທັບໄປທີ Search ແລ້ວພິມຄຳວ່າ Souliyo ລົງໄປໃນກ່ອງຄົ້ນຫາ ແລ້ວກໍ່ກົດທີ່ປຸ່ມຄົ້ນຫາ, ແລ້ວກໍ່ຈະໄດ້ເປັນລາຍຊື່ລົງມາ. ໃຫ້ເລືອກເອົາທີ່ໂຕທຳອິດ ຫລື ໂຕທີ່ຂຽນວ່າ SOULIYO.COM | Lao IT Channel…. ແລ້ວມີ Url ທາງດ້ານລຸ່ມເປັນ http://www.souliyo.com/feed. ໂດຍການເລືອກກໍ່ພຽງແຕ່ກົດທີ່ປຸ່ມເຄືອງຫມາຍບວກ (+) ທີ່ຢູ່ທາງດ້ານຂ້າງ. ເມຶ່ອຖືກເພີ່ມເຂົ້າໄປແລ້ວ ມັນກໍ່ຈະເປັນສີເທົາ. ເທົ່ານີ້ກໍ່ສຳເລັດການເພີ່ມ SOULIYO.COM ເຂົ້າໄປແລ້ວ.

ເມຶ່ອສຳເລັດການເພີ່ມ SOULIYO.COM ເຂົ້າໄປໃນ Pulse ແລ້ວ, ໂຕແອັບຯກໍ່ຈະເຮັດການດາວໂຫລດຂໍ້ມູນການອັບເດດຈາກເວັບໄປໄວ້ໃນໂຕແອັບຯທັນທີ (ຕ້ອງຕໍ່ອິນເຕີເນັດ), ແລ້ວຫລັງຈາກນັ້ນ ບໍ່ວ່າທ່ານຈະມີອິນເຕີເນັດ ຫລື ບໍ່ ທ່ານກໍ່ຈະຍັງອ່ານຂ່າວສານຈາກເວັບ SOULIYO.COM ໄດ້ຢ່າງສະບາຍ ທຸກບ່ອນທຸກເວລາ. ມັນກໍ່ຈະມີການອັບເດດດ້ວຍໂຕຂອງມັນເອງທຸກເທຶ່ອ ຫລື ບໍ່ທ່ານກໍ່ສາມາດ Refresh ເພຶ່ອອັບເດດຂ່າວໄດ້(ຕ້ອງຕໍ່ອິນເຕີເນັດ), ແລະ ຍັງບໍ່ຫມົດເທົ່ານັ້ນ ທ່ານຍັງສາມາດເພີ່ມສຳນັກຂ່າວອື່ນໆເຂົ້າໄປໄດ້ອີກດ້ວຍ ໂດຍປະຕິບັດຕາມວິທີ ແລະ ຂັ້ນຕອນດຽວກັນ.

ດາວໂຫລດ Pulse ສຳລັບ Android: https://market.android.com/details?id=com.alphonso.pulse

ດາວໂຫລດ Pulse ສຳລັບ iOS: http://itunes.apple.com/us/app/pulse-news-for-iphone/id377594176?mt=8

ລອງອ່ານກ່ຽວກັບ  ຜົນການທົດສອບ Android 2.2 ນຳຫ່າງ iOS 4

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply to Tuisouthlao Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.