ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Nokia ປ່ອຍອັບເດດ Symbian Anna ແລ້ວ, Symbian Belle ອາດຈະນຳມາ

ຂ່າວໄອທີ, ໂທລະສັບ

ຫລ້າສຸດ ໄດ້ຮັບລາຍງານວ່າ Nokia ໄດ້ປ່ອຍຊຸດອັບເດດ Symbian Anna ໃຫ້ຜູ້ໃຊ້ໄດ້ສາມາດອັບເດດກັນໄປທີ່ຮຽບຮ້ອຍແລ້ວ, ຫລັງຈາກທີ່ໄດ້ປະກາດໄປ ເມຶ່ອຫລາຍເດືອນທີ່ຜ່ານມາ (ຂ່າວເກົ່າ). ສຳລັບລຸ້ນທີ່ໄດ້ຮັບການອັບເດດເປັນ Symbian Anna ກໍ່ໄດ້ແກ່ Nokia N8, E7, C7 ແລະ C6-01 ແລະສຳລັບຜູໃຊ້ Nokia ລຸ້ນດັ່ງທີ່ໄດ້ກ່າວມານັ້ນ ກໍ່ສາມາດເຊັກ ແລະ ອັບເດດກັນໄດ້ເລີຍ, ສ່ວນລຸ້ນທີ່ອອກມາໃຫມ່ຢ່າງ Nokia E6 ແລະ Nokia X7 ກໍ່ຈະມາກັບ Symbian Anna ໃຫ້ເລີຍ.

ຢ່າງໃດກໍ່ຕາມ, ກໍ່ຍັງມີຂ່າວອອກມາຕາມຫລັງອີກວ່າ Nokia ອາດຈະປະກາດເປີດໂຕ Symbian Belle ກໍ່ເປັນໄດ້, ເນື້ອງຈາກປະຈຸບັນ Nokia ໄດ້ເປີດນັບຖອຍຫລັງໃນຫນ້າ Page ຂອງຕົນເອງຢ່າງເປັນທາງການ, ເຊິ່ງປະຈຸບັນນີ້ຍັງເຫລຶອພຽງ 10ຊົ່ວໂມງເທົ່ານັ້ນ. ຫາກເປັນແນວໃດຫລັງຈາກ 10ຊົ່ວໂມງທີ່ທາງ Nokia ໄດ້ຕັ້ງໄວ້ ທາງເວັບກໍ່ຈະຮີບນຳມາອັບເດດໃຫ້ຮູ້ກັນທັນທີ.

ທີ່ມາ – Nokia Page

ລອງອ່ານກ່ຽວກັບ  ໂນ​ເກຍ​ຈະ​ປິດ​ສາກ​ແພັດ​ຟອລ໌​ມ​ເກມ​ຊື່​ດັ່ງ "N-Gage" ປີ​ໜ້າ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.