ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Nokia ນັບຖອຍຫລັງ ກຽມວາງຂາຍ Nokia N9 ໃນອີກ 48ມື້ທາງຫນ້ານີ້

ຂ່າວໄອທີ, ໂທລະສັບ

ຫລ້າສຸດ Nokia ໄດ້ໂພສນັບຖອຍຫລັງ ວັນທີ່ຈະເລີ່ມວາງຂາຍ Nokia N9 ຢ່າງເປັນທາງການແລ້ວ, ເຊິ່ງຈະວາງຂາຍໃນອີກ 48ມື້ທາງຫນ້ານີ້ ຫາກນັບຈາກມື້ຂຽນຂ່າວນີ້. ເຊິ່ງ Nokia N9 ນີ້, ຫລາຍຄົນກໍ່ໃຫ້ຄວາມສົນໃຈ ແລະ ຈັບຕາເບິງກັນ ວ່າມັນຈະອອກມາໄດ້ດີສ່ຳໃດ ແລ້ວຈະປະສົບຄວາມສຳເລັດສູງເທົ່າໃດ. ຢ່າງໃດກໍ່ຕາມ Nokia N9 ຈະໃຊ້ລະບົບປະຕິບັດການ Meego ລຸ້ນລ່າສຸດທີ່ໄດ້ຮັບການປັບປຸງໃຫ້ເຮັດວຽກຕ່າງໆໄດ້ດີ ພ້ອມກັບມີຄວາມສາມາດຕ່າງໆເພີ່ມເຂົ້າໃຫມ່ອີກດ້ວຍ.

ກໍ່ຕ້ອງເບິງກັນວ່າໃນກາງເດືອນຫນ້າ ຫລື ກາງເດືອນກັນຍານີ້ ຫາກມັນອອກມາແລ້ວ ຈະໄດ້ຮັບຄວາມນິຍົມ ຫລື ຈະໄດ້ຮັບຂະແນນລີວິວສູງສ່ຳໃດ. ໃຜທີ່ເປັນແຟນໆ ຫລື ສາວົກໂນເກຍ ທີ່ກຳລັງຈະເລືອກຊື້ Nokia ເຄື່ອງໃຫມ່ ຜູ້ຂຽນກໍ່ຢາກແນະນຳວ່າໃຫ້ຖ້າ Nokia N9 ເຄື່ອງນີ້ເບິງເນາະ.

ທີ່ມາ​ – Nokia 

ລອງອ່ານກ່ຽວກັບ  Nokia ເຜີຍ Nokia N9 ເພຶ່ອປະກາດສັກດາ ກູ້ຊື່ສຽງຂອງ SmartPhone

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ໃຫ້ເພີ່ນຫລິ້ນຕົວຢູ່ຫັ້ນແລະ ເຈັບແລ້ວບໍ່ຈຳ ລໍຖ້າ i5 ອອກມາກ່ອນຕິລະເພີ່ນຍັງສິວາງຂາຍເຮັດສ່ຳກັບວ່າຂອງໂຕເອງທບເອົາແທ້ເອົາວ່າ nokia ເອີຍ nokia

Leave a Reply to Hummer H2 Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.