ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Nokia ເປີດໂຕ Symbian Belle​ ພ້ອມກັບໂທລະສັບມືຖືອີກ 3ລຸ້ນ ມາພ້ອມ Belle

ຂ່າວໄອທີ, ໂທລະສັບ

ຫລ້າສຸດ ຫລັງຈາກຄົບກຳນົດທີ່ທາງໂນເກຍເປີດນັບຖອຍຫລັງແລ້ວ, ກໍ່ເປັນໄປຕາມກະແສຂ່າວລືທີ່ວ່າ Nokia ຈະເປີດໂຕ Symbian Belle, ແລະ ຄວາມຈິງກໍ່ກະຈ່າງ Nokia ໄດ້ເປີດໂຕ Symbian Belle, ພ້ອມກັບໂທລະສັບມືຖືອີກ 3ລູ້ນທີ່ຈະມາກັບ Symbian Belle ອີກດ້ວຍ, ເຊິ່ງໄດ້ແກ່ Nokia 600, Nokia 700 ແລະ Nokia 701.

ການປ່ຽນແປງຕ່າງໆໃນ Symbian Belle ກໍ່ຖືວ່າຫນ້າສົນໃຈ, ເຊິ່ງກໍ່ມີຟີເຈີໃຫມ່ໆເພີ່ມຂຶ້ນມາຈາກ Symbian Anne ເຊິ່ງທີ່ສະຫລຸບໄດ້ດັ່ງນີ້:

  • ມີຫນ້າ Home Screen ພ້ອມກັບຮອງຮັບການໃຊ້ງານ Widget ເຖິງ 6ຫນ້າ
  • Widget ຮອງຮັບຄວາມສາມາດ Live Widget ທີ່ຈະອັບເດດສະຖານະຕ່າງໆໃນ Social Media
  • ຮອງຮັບເທັກໂນໂລຢີ NFC (ສຳລັບ Nokia 600, 700 ແລະ 701 ລວມເຖິງລຸ້ນຕ່າງໆທີ່ຈະອອກມາໃນອານາຄົດ), ເຊິ່ງສາມາດແຊຂໍ້ມູນຕ່າງໆ ແບບເຄື່ອງຕໍ່ເຄື່ອງໄດ້.
  • ມີ Notification Center (ຄ້າຍໆຄືກັບ Android)
  • ປັບປຸງຫນ້າຕາ ຈາກ Symbian Anna ໃຫ້ເປັນຕາໃຊ້ຂຶ້ນ.
ສັງເກດໄດ້ວ່າໃນ Symbian Belle ນີ້ຈະເນັ້ນເລື່ອງຂອງ User Interface ຫລາຍຂຶ້ນ, ເຊິ່ງຜູ້ຂຽນເອງ ກໍ່ເຫັນດີວ່າມັນເປັນຕາໃຊ້ຂຶ້ນຫລາຍ ເມຶ່ອທຽບກັບສະໄຫມກ່ອນໆ ທີ່ຍັງບໍ່ເປັນ Anna. ຢ່າງໃດກໍ່ຕາມ Symbian Belle ຈະຍັງສາມາດອັບເດດໃນ Nokia N8, E6, E7, C6-01, C7 ແລະ X7 ອີກດ້ວຍ. ເຊິ່ງສາມາດອັບເດດຜ່ານໂຕໂທລະສັບເລີຍ ຫລື ຈະຜ່ານຄອມພິວເຕີກໍ່ໄດ້ເຊັ່ນກັນ, ແຕ່ຍັງບໍ່ທັນມາເທຶ່ອເດີ່.

ໃນສ່ວນຂອງ Nokia 600, 700 ແລະ 701 ກໍ່ຈະເປັນມືຖືທີ່ອອກມາເພຶ່ອເຮັດໃຫ້ສາມາດໃຊ້ງານ Symbian Belle ໄດ້ເຕັມປະສິດທິພາບຂຶ້ນ, ເປັນຕົ້ນແມ່ນ ເທັກໂນໂລຢີ NFC ທີ່ສາມາດແຊຂໍ້ມູນໂດຍການແຕະເຄື່ອງເຂົ້າດ້ວຍກັນ, ລວມເຖິງອຸປະກອນເສີມອື່ນໆທີ່ຮອງຮັບ NFC ອີກດ້ວຍ. ທັງສາມລຸ້ນຈະບໍ່ມີຫຍັງແຕກຕ່າງກັນຫລາຍທາງດ້ານການໃຊ້ງານ, ເຊິ່ງຈະມີພຽງການອອກແບບ ແລະ ຮູບຮ່າງຫນ້າຕາຂອງມັນເທົ່ານັ້ນທີ່ຕ່າງກັນ, ເຊິ່ງສາມາດເຂົ້າໄປເບິງລາຍລະອຽດໄດ້ທີ່ http://europe.nokia.com/symbian-belle ສ່ວນກຳນົດວາງຂາຍຂອງ Nokia ສາມລຸ້ນນີ້ແມ່ນຈະມາໃນໄຕມາດນີ້. ຫາກທຽບແລ້ວ Symbian Belle ອອກຕາມຫລັງ Symbain Anna ພຽງບໍ່ເທົ່າໃດເດືອນ.
ທີ່ມາ – Nokia
ລອງອ່ານກ່ຽວກັບ  2014 "ແທັບ​ເລັດ" ຄອງ​ໂລກ​ຄອມພິວເຕີ ແທ້ຫລືບໍ່?

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ຕອນນີ້ຂ້ອຍກໍ່ໃຊ້ Symbian Anna ຢູ່ໃນໂທລະສັບ Nokia N8
    ແຕ່ຖ້າທາງໂນເກຍເປີດໃຫ້ອັບເດດ Symbian belle ມື້ໃດຂ້ອຍກໍ່ຈະເປັນ
    ຄົນໜື່ງທີຈະລອງໃຊ້ Symbian Belle. . .
    ແຕ່ໜ້າເສຍດາຍທີ່ບໍ່ສາມາດອ່ານພາສາລາວໄດ້
    ໂນເກຍຫນ້າຈະພັດທະນາໃຫ້ສາມາດອ່ານພາສາລາວໄດ້ນຳ

  2. ອື່ມມມມ…. ແຕ່ຂ້ອຍກະເຮັດຕາມວິທີທີ່ຢູ່ໃນເວັບນີ້ແລ້ວແຕ່ຮູ້ສືກວ່າບໍ່ໄດ້ຜົນ
    ຫລືອາດເປັນເພາະວ່າຂ້ອຍ update ມາເປັນ Symbian anna ຫລືເຮັດບໍ່ຖືກວິທີ ??​

Leave a Reply to phai_kp Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.