ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ເລີ່ມໃຫ້ບໍລິການ iTunes Match ລຸ້ນທົດສອບກັບນັກພັດທະນາແລ້ວ

ຂ່າວໄອທີ

ລາຍງານຫລ້າສຸດ Apple ໄດ້ເລີ່ມໃຫ້ບໍລິການ iTunes Match, ບໍລິການໃຫມ່ທີ່ຢູ່ໃນຫມວດຂອງ iCloud ທີ່ໄດ້ປະກາດໄປໃນງານ WWDC 2011 ທີ່ມາຜ່ານມານີ້, ໂດຍລຸ້ນທົດສອບນີ້ ຈະຍັງມີໃຫ້ບໍລິການສະເພາະນັກພັດທະນາເທົ່ານັ້ນ. ເຊິງບໍລິການ iTunes Match ນີ້ຈະເປັນບໍລິການທີ່ຈະນຳເພງໃນ iTunes ຂອງທ່ານ ທີ່ໄດ້ເພີ່ມເຂົ້າໄປຍັງ iTunes ຈາກແຜ່ນ CD ທີ່ທ່ານຊື້ມາ ໄປສົມທຽບກັບເພງໃນຄັງຂອງ Apple ແລະຫາກຕົງກັນ ທ່ານກໍ່ຈະສາມາດດາວໂຫລດອັລບັ້ມ ຫລື ເພງນັ້ນໆໄດ້ຟຼີໂດຍບໍ່ຕ້ອງຊື້ອີກເທຶ່ອຫນຶ່ງ ຫລືເວົ້າງ່າຍໆກໍ່ຄື ເປັນສາມາດເປັນເຈົ້າຂອງໄດ້ໂດຍບໍ່ຕ້ອງຈ່າຍອີກເທຶ່ອຫນຶ່ງ. ນອກນັ້ນ ຫາກເພງທີ່ທ່ານນຳເຂົ້າໄປໃນ iTunes Match ມີລະດັບສຽງທີ່ບໍ່ໄດ້ຄຸນນະພາບ ທາງ iTunes Match ກໍ່ຈະເຮັດການປ່ຽນຄຸນນະພາບສຽງໃຫ້ທ່ານອີກດ້ວຍ. ຢ່າງໃດກໍ່ຕາມ ບໍລິການນີ້ ບໍ່ແມ່ນບໍລິການຟຼີແຕ່ຢ່າງໃດ, ເຊິ່ງຜູ້ໃຊ້ຈະຕ້ອງຈ່າຍລາຍປີ ຢູ່ປີລະ $24.99.

ທີ່ມາ – Engadget 

 

ລອງອ່ານກ່ຽວກັບ  ແສ!!! ຊີ​ພີ​ຍູ Intel ທີ່​ຈະ​ອອກ​ຊ່ວງ​ປາຍ​ປີ​ນີ້

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.