ເລື່ອງລາວຂອງ TECH, STARTUP, ແລະ DIGITAL

HTC ປະກາດ ປົດລັອກ Bootloader ໃຫ້ກັບຜູ້ໃຊ້ ຢ່າງເປັນທາງການແລ້ວ

ຂ່າວດ່ວນ

ທ່ານເປັນຄົນຫນຶ່ງທີ່ໃຊ້ HTC ແລະຕ້ອງການຢາກລົງ Rom ແຕ່ງຫລືບໍ່? ຫາກແມ່ນ ນິກໍ່ເປັນອີກໂອກາດຫນຶ່ງທີ່ຈະໃຫ້ທ່ານສາມາດຕິດຕັ້ງ ROM ແຕ່ງໄດ້ງ່າຍຂຶ້ນອີກຫນຶ່ງທາງ. ເພາະລ່າສຸດ HTC ປະກາດປົດລັອກ Bootloader ໃຫ້ກັບຜູ້ໃຊ້ HTC Android ຢ່າງເປັນທາງການແລ້ວ. ແລະ ຜູ້ໃຊ້ ຫລື ນັກພັດທະນາ ສາມາດເຂົ້າໄປປະຕິບັດຕາມຂັ້ນຕອນການປົດລັອກ ໄດ້ງາຍໆ(ບໍ່ງ່າຍປານໃດ) ໃນເວັບໄຊຕ໌ຂອງ HTC ໄດ້ແລ້ວໃນປະຈຸບັນ, ເຊິ່ງຜູ້ໃຊ້ຈະຕ້ອງປະຕິບັດຕາມຂັ້ນຕອນຢ່າງລະອຽດ ແລ້ວສົ່ງກໍ່ສົ່ງ Identify Code ໄປຍັງ HTC ແລ້ວກໍ່ຈະໄດ້ Unlock Code ມາເພຶ່ອປົດລັອກ Bootloader ເຄື່ອງຂອງໂຕເອງ.

ຢ່າງໃດກໍ່ຕາມ HTC EVO 3D ທີ່ວາງຂາຍໂດຍ Sprint ແລະ HTC Sensation 4G ທີ່ວາງຂາຍໂດຍ T-Mobile USA ຈະຍັງບໍ່ໄດ້ຮັບການປົດລັອກ Bootloader ໃຫ້ແຕ່ຢ່າງໃດ.

ທີ່ມາ – HTC

ລອງອ່ານກ່ຽວກັບ  Pulse ຊ່ອງທາງໃຫມ່ໃນການຕິດຕາມ SOULIYO.COM ທັ້ງ iOS ແລະ Android

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.