ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ໄປແລ້ວຫນຶ່ງ OS: HP ປະກາດຢຸດພັດທະນາອຸປະກອນ WebOS ຢ່າງຖາວອນ

ຂ່າວດ່ວນ, ຂ່າວໄອທີ

WebOS ຮູ້ຈັກບໍ່? ລະບົບປະຕິບັດການໃຫມ່ໃນວົງການ ຈາກ HP ຫລັງຈາກທີ່ໄດ້ເຂົ້າຊື້ Palm ແລ້ວນຳມາພັດທະນາເປັນ OS ຂອງຕົນເອງ ທີ່ມີຊື່ວ່າ WebOS ໃນບໍ່ດົນມານີ້. ຫລ້າສຸດເນື່ອງຈາກ ບໍ່ໄດ້ຮັບຄວາມນິຍົມ ຫລື ກະແສຕອບຮັບທີ່ດີ(ສຸດແສນທີ່ຈະບໍ່ດີ), ເລີຍຕ້ອງເຮັດໃຫ້ HP ຍອມຈຳນົນວ່າ ສູ້ iOS ແລະ Android ບໍ່ໄດ້, ຈຶ່ງຂໍລາມືຈາກວົງການ, ໂດຍການປະກາດຢຸດການພັດທະນາ WebOS ທັງໃນສ່ວນຂອງແທັບເລັດ ແລະ ສະມາດໂຟນ, ໄປຮຽບຮ້ອຍແລ້ວ.

ຢ່າງໃດກໍ່ຕາມ, ຜົນກະທົບຂອງການຢຸດການພັດທະນາ ບວກກັບຄວາມບໍ່ໄດ້ຮັບຄວາມນິຍົມຂອງແທັບເລັດນ້ອງໃຫມ່ຢ່າງ HP TouchPad ແລ້ວ, ຈຶ່ງເຮັດໃຫ້ມີການລຸດລາຄາລົງມາເລື້ອຍໆ, ຈົນປະຈຸບັນ HP ກໍ່ໄດ້ມີການລຸດລາຄາລົງມາເຫລຶອ $99 ຫລຽນເທົ່ານັ້ນ ສຳລັບລຸ້ນ 16GB ແລະ ມີເວລາຈຳກັດໃນບາງຫ້າງແລ້ວ.

ທີ່ມາ – HP

ລອງອ່ານກ່ຽວກັບ  iPod Shuffle ລຸ້ນໃຫມ່ຄວາມຈຸ 2GB ຫຼາກຫຼາຍສີສັນ

Souliyo

Co-Founder and CTO of BIZGITAL and LOCA

Comments
  1. OS ດີໆຕ້ອງຢູ່ໄດ້ດ້ວຍແອັບຫລາຍໆ ປະສົມປະສານກັບການເຮັດວຽກທີ່ແສນຈະສະຫລາດ ແລະກະຕ້ອງເປີດກ້ວາງໃຫ້ນັກພັດທະນາ ແລະຜູ້ຊົມໃຊ້ສາມມາດມີສ່ວນຮ່ວມ

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.