ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ປະກາດຈະເຂົ້າຊື້ Motorola ເພຶ່ອຄອບຄອງສິດທິບັດ ແລະປົກປ້ອງ Android

ຂ່າວດ່ວນ, ຂ່າວໄອທີ

ຂ່າວໃຫຍ່ຕົ້ນອາທິດ ແລະ ອາດຈະເປັນຂ່າວໃຫຍ່ປະຈຳອາທິດເລີຍກໍ່ວ່າໄດ້, ເພາະຫລ້າສຸດ Google ປະກາດຈະເຂົ້າຊື້ Motorola Mobility ຢ່າງເປັນທາງການແລ້ວ ໂດຍ CEO Larry Page, ໃນການຊື້ຂາຍຂາດວ່າຈະຢູ່ທີ່ $12.5ພັນລ້ານ ຫາກອີງໃສ່ຫຸ້ນຂອງ Motorola ທີ່ປິດໂຕລົງໃນວັນສຸກຢູ່ທີ່ $40.00ຕໍ່ຫຸ້ນ, ແລະ ມີມູນຄ່າລວມທັງຫມົດ $12.5ພັນລ້ານ. ຈຸດປະສົງຫລັກໃນການເຂົ້າຊື້ Motorola ໃນເທຶ່ອນີ້ຂອງ Google ກໍ່ເພາະຕ້ອງການຄອບຄອງສິທິບັດຕ່າງໆທີ່ Motorola ເປັນເຈົ້າຂອງຢູ່ ເຊິ່ງມີຈຳນວນ 17,000 ກວ່າສິດທິບັດ ທີ່ເປັນຂອງອຸປະກອນພົກພາໂດຍສະເພາະ. ແລະການທີ່ Google ເຂົ້າມາຄອບຄອງສິທິບັດໃນເທຶ່ອນີ້ ກໍ່ມີຈຸດປະສົງຫລັກຄື ເອົາໄວ້ຫລຸດຜ່ອນການຟ້ອງຮ້ອງເລື່ອງສິທິບັດ ແລະ ປ້ອງກັນການຟ້ອງຮ້ອງ Android ລວມໄປເຖິງຜູ້ຜະລິດລາຍອື່ນໆນຳດ້ວຍ.

ຢ່າງໃດກໍ່ຕາມ ການຊື້ຂາຍເທຶ່ອນີ້, ຈະສຳເລັດສົມບູນໃນທ້າຍປີນີ້ ເຖິງຕົ້ນປີຫນ້າ. ແລະມີທ່າວ່າ ການຊື້ຂາຍເທຶ່ອນີ້, ທາງຜູ້ຜະລິດລາຍອື່ນໆກໍ່ເຫັນດ້ວຍ ແລະ ບໍ່ເປັນກັງວົນ ຫລັງຈາກທີ່ Google ຍັງປະກາດຈຸດຢືນຈະຍັງໃຫ້ Android ເປັນລະບົບປະຕິບັດການເປີດ, ແລະ ຈະຍັງສະຫນັບສະຫນຸນຮ່ວມມືກັບ ຜູ້ຜະລິດລາຍອື່ນໆຕໍ່ໄປຄືກັບແຕ່ກອນ. ແຕ່ມາຮອດນີ້ແລ້ວ, ເຮົາກໍ່ອາດຈະຮູ້ແລ້ວເນາະ ວ່າໃຜທີ່ຈະເປັນຄົນຜະລິດ Nexus Phone ຄົນຕໍ່ໄປ ແລະ ຕະຫລອດໄປ.  ການເຂົ້າຊື້ Motorola ໃນເທຶ່ອນີ້ ເຮັດໃຫ້ວົງການ IT ເລີມມີການພັ້ນປ່ຽນ ແລະ ດຸເດືອດຂຶ້ນທຸກໄປອີກ, ເພາະຫລັງໆນີ້ ບໍລິສັດໃຫຍ່ໆທີ່ຢູ່ມາດົນນານ ກໍ່ມັກຈະໄປຮວມໂຕກັບບໍລິສັດໃດຫນຶ່ງ ຫລື ບໍ່ກໍ່ຖືກຊື້ໄປເປັນທີ່ຮຽບຮ້ອຍແລ້ວ.

ທີ່ມາ – Google

ລອງອ່ານກ່ຽວກັບ  Google ອອກ ແອັບຯ Gmail ສຳລັບ iOS ແລ້ວ (ຮອງຮັບ iPad ດ້ວຍ)

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ປ່ຽນຊື່ອີກແນ່ກະດີ Motorola ບາດມາຮອດບ້ານເຮົາຄົນຊະວ່າເອີ້ນ ໝົດໂຕລ້້າໆ ວ່າຊັ້ນໄດ້ຍິນຄຳນີ້ແລ້ວເລີຍບໍ່ຢາກໃຊ້ຊ້ຳ ຫລາຍຄົນກໍ່ຄົງຈະໄດ້ໃຊ້ Motorola ຫລຸ້ນ V3 ທີ່ຮິດກັນທັງບ້ານທັງເມືອງພໍໆກັບ iphone ໃນຕອນນີ້ ແຕ່ບັນຫາກະຄືວ່າແບັດໝົດໄວ

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.