ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google + ເພີ່ມເກມໃຫ້ຫລິ້ນ, ພ້ອມກັບ App ໃນ iOS ຮອງຮັບ iPod ແລະ iPad ແລ້ວ

social media, ຂ່າວດ່ວນ, ຂ່າວໄອທີ

ເບິງຄື Google ຈະທຸ່ມເທແຮງກາຍແຮງໃຈ ແລະ ພັດທະນາມາແຂ່ງກັບ Facebook ແທ້ໆ, ເພາະຜູ້ຂຽນເອງກໍ່ເລີຍຄິດວ່າ Google + ມັນເລີ່ມຈະຫັນມາເປັນ Facebook ສະບັບຮຽນແບບກັນແລ້ວ, ເພາະຫລ້າສຸດ Google + ໄດ້ເພີ່ມບໍລິການຫລິ້ນເກມອອນໄລນ໌ ເຂົ້າໄປເປັນຫນຶ່ງຟີເຈີແລ້ວ. ເຊິ່ງປະຈຸບັນຜູ້ໃຊ້ Google + ກໍ່ຈະມີປຸ່ມ ຫລືຫມວດ ເກມເພີ່ມຂຶ້ນມາ.

ເກມໃນ Google + ປະຈຸບັນຍັງບໍ່ມີຫລາຍເມຶ່ອທຽບກັບ Facebook, ເຊິ່ງຜູ້ໃຊ້ໃນ Google + ທີ່ເຂົ້າຫລິ້ນເກມໃນ Google + Game ກໍ່ຈະສາມາດແຊ ຫລື ແບ່ງປັນຄະແນນ ຫລື ສະຖິຕິ ລວມເຖິງການເກັບກຳສະຖິຕິຕ່າງໆໄວ້ໄດ້. ເຊິ່ງລວມໆແລ້ວ ກໍ່ຄືກັບເກມໃນ Facebook ທົ່ວໆໄປ. ແຕ່ທີ່ຫນ້າສົນໃຈຄື: ຫນຶ່ງໃນເກມທີ່ເຂົາມາໃນຊຸດທຳອິດນັ້ນ ມີ Angry Birds ເກມຍອດຮິດ(ທີ່ຜູ້ຂຽນເລີ່ມເບຶ່ອ), ມາໃຫ້ຫລິ້ນນຳອິກດ້ວຍ. ເຊິ່ງສຳລັບຜູ້ໃຊ້ທີ່ຕ້ອງການທົດລອງຫລິ້ນເກມໃນ Google + ກໍ່ສາມາດຄິກໄປທີ່ ເກມ ໃນ Google + ໄດ້ເລີຍ.

ເຊິ່ງນອກຈາກເກມແລ້ວ, Google ກໍ່ໄດ້ອັບເດດ App Google + ສຳລັບ iOS ແລ້ວ, ເຊິ່ງໄດ້ເພີ່ມການຮອງຮັບ iPad ແລະ iPod touch ແລ້ວ, ເຊິ່ງໄດ້ຍິນມາວ່າ Google + ໃນ iPad ຫນ້າຕາຄ້າຍໆກັບ Web App ຫລາຍກວ່າ Native App. ເຊິ່ງຫາກໃຜໃຊ້ iPad ແລ້ວໃຊ້ Google+ App ກໍ່ມາເວົ້າສູ່ຟັງແດ່ເດີ່. ແຕ່ຫາກຍັງບໍ່ມີ Google + ແລ້ວຢາກເຂົ້າຮ່ວມກໍ່ສາມາດຖິ້ມເມວໄວ້ທາງລຸ່ມໄດ້ເລີຍ ແລ້ວຈະສົ່ງການເຊີນໃຫ້ເຂົ້າໃຊ້ຟຼີໆ.

ທີ່ມາ – Google Blog 

ລອງອ່ານກ່ຽວກັບ  Amazon ຫລຸດລາຄາ Kindle 2 ລົງເກືອບ 50%

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.