Posts Comments

ທ່ານກຳລັງຢູ່: ຫນ້າຫລັກ » social media, ຂ່າວດ່ວນ, ຂ່າວໄອທີ » Google + ເພີ່ມເກມໃຫ້ຫລິ້ນ, ພ້ອມກັບ App ໃນ iOS ຮອງຮັບ iPod ແລະ iPad ແລ້ວ

ເບິງຄື Google ຈະທຸ່ມເທແຮງກາຍແຮງໃຈ ແລະ ພັດທະນາມາແຂ່ງກັບ Facebook ແທ້ໆ, ເພາະຜູ້ຂຽນເອງກໍ່ເລີຍຄິດວ່າ Google + ມັນເລີ່ມຈະຫັນມາເປັນ Facebook ສະບັບຮຽນແບບກັນແລ້ວ, ເພາະຫລ້າສຸດ Google + ໄດ້ເພີ່ມບໍລິການຫລິ້ນເກມອອນໄລນ໌ ເຂົ້າໄປເປັນຫນຶ່ງຟີເຈີແລ້ວ. ເຊິ່ງປະຈຸບັນຜູ້ໃຊ້ Google + ກໍ່ຈະມີປຸ່ມ ຫລືຫມວດ ເກມເພີ່ມຂຶ້ນມາ.

ເກມໃນ Google + ປະຈຸບັນຍັງບໍ່ມີຫລາຍເມຶ່ອທຽບກັບ Facebook, ເຊິ່ງຜູ້ໃຊ້ໃນ Google + ທີ່ເຂົ້າຫລິ້ນເກມໃນ Google + Game ກໍ່ຈະສາມາດແຊ ຫລື ແບ່ງປັນຄະແນນ ຫລື ສະຖິຕິ ລວມເຖິງການເກັບກຳສະຖິຕິຕ່າງໆໄວ້ໄດ້. ເຊິ່ງລວມໆແລ້ວ ກໍ່ຄືກັບເກມໃນ Facebook ທົ່ວໆໄປ. ແຕ່ທີ່ຫນ້າສົນໃຈຄື: ຫນຶ່ງໃນເກມທີ່ເຂົາມາໃນຊຸດທຳອິດນັ້ນ ມີ Angry Birds ເກມຍອດຮິດ(ທີ່ຜູ້ຂຽນເລີ່ມເບຶ່ອ), ມາໃຫ້ຫລິ້ນນຳອິກດ້ວຍ. ເຊິ່ງສຳລັບຜູ້ໃຊ້ທີ່ຕ້ອງການທົດລອງຫລິ້ນເກມໃນ Google + ກໍ່ສາມາດຄິກໄປທີ່ ເກມ ໃນ Google + ໄດ້ເລີຍ.

ເຊິ່ງນອກຈາກເກມແລ້ວ, Google ກໍ່ໄດ້ອັບເດດ App Google + ສຳລັບ iOS ແລ້ວ, ເຊິ່ງໄດ້ເພີ່ມການຮອງຮັບ iPad ແລະ iPod touch ແລ້ວ, ເຊິ່ງໄດ້ຍິນມາວ່າ Google + ໃນ iPad ຫນ້າຕາຄ້າຍໆກັບ Web App ຫລາຍກວ່າ Native App. ເຊິ່ງຫາກໃຜໃຊ້ iPad ແລ້ວໃຊ້ Google+ App ກໍ່ມາເວົ້າສູ່ຟັງແດ່ເດີ່. ແຕ່ຫາກຍັງບໍ່ມີ Google + ແລ້ວຢາກເຂົ້າຮ່ວມກໍ່ສາມາດຖິ້ມເມວໄວ້ທາງລຸ່ມໄດ້ເລີຍ ແລ້ວຈະສົ່ງການເຊີນໃຫ້ເຂົ້າໃຊ້ຟຼີໆ.

ທີ່ມາ – Google Blog 

ບົດຄວາມທີ່ກ່ຽວຂ້ອງເເລະຫນ້າສົນໃຈ

ບ່ອນສະເເດງຄວາມຄິດເຫັນ

ທ່ານຕ້ອງ ລັອກອິນ ຫລື ສະຫມັກສະມາຊິກ ກ່ອນ ຈຶ່ງຈະສາມາດຕອບ ຫລື ໂພສຄວາມເຫັນໄດ້.

ຂຶ້ນໄປເທິງສຸດ


Copyright © 2009-2012 Souliyo Co., Ltd. All Rights Reserved.
ຂ່າວໄອທີ  •  Free Ware  •  Gadget  •  ຂ່າວດ່ວນ  •  How to...  •  ລາຍງານພິເສດ  •  ຕິດຕໍ່ເຮົາ