ເລື່ອງລາວຂອງ TECH, STARTUP, ແລະ DIGITAL

FriendCaster ແອັບຯ ຫລິ້ນ Facebook ສຳລັບຄົນທີ່ເບຶ່ອ Facebook App

Android Apps, FREE WARE, iOS Apps

ອາທິດນີ້ມາແນະນຳແອັບຯ ສຳລັບ Android ແລະ iOS ສຳລັບຫລິ້ນ Facebook, ເຊິງຜູ້ຂຽນເອງເຊຶ່ອວ່າ ຫລາຍໆຄົນທີ່ໃຊ້ສະມາດໂຟນ, ຫລື ແທັບເລັດ ກໍ່ອາດຈະເບຶ່ອ ແອັບຯ Facebook ທີ່ບາງເທຶ່ອໂຫລດຊ້າ, ບາງເທຶ່ອກໍ່ບໍ່ອັບເດດ ລວມໄປເຖິງ ຍັງບໍ່ມີເວີຊັ່ນສຳລັບແທັບເລັດອອກມາ. ສະນັ້ນມື້ນີ້ຜູ້ຂຽນເອງ ກໍ່ເລີຍຈະມາແນະນຳແອັບຯ ທີ່ຊື່ວ່າ FriendCaster ທີ່ຜູ້ຂຽນເອງເຊຶ່ອວ່າ ຫລາຍຄົນຍັງບໍ່ຮູ້ຈັກ.

FriendCaster ເປັນແອັບຯ ສຳລັບຫລິ້ນ Facebook ໂດຍສະເພາະ, ເຊິງມີສຳລັບອຸປະກອນແອນດຼອຍທຸກລຸ້ນທີ່ໃຊ້ Android 1.6 ຂຶ້ນໄປ, ນອກນັ້ນຍັງມີລຸ້ນສຳລັບແທັບເລັດ Honeycomb ໂດຍສະເພາະອີກດ້ວຍ. ນອກຈາກ Android ແລ້ວ ກໍ່ຍັງມີເວີຊັ່ນຂອງ iPad ສະເພາະອີກດ້ວຍ. ຄວາມສາມາດຕ່າງໆຂອງ FriendCaster ກໍ່ບໍ່ຕ່າງຫຍັງກັບ Facebook App ຫລາຍ, ພຽວແຕ່ມີຫນ້າຕາ ທີ່ທັນສະໄຫມກວ່າ, ແລະ ໄວກວ່າ Facebook App ຫລາຍ(ຫລັງຈາກທີ່ໄດ້ທົດລອງໃຊ້ທັງສອງ App ມາແລ້ວ). ສິ່ງຫນຶ່ງທີ່ FriendCaster ມີແລ້ວ Facebook App ບໍ່ມີກໍ່ຄື ການໃສ່ Tag ຫມູ່ໃນ Post ຫລື ການອັບເດດ ສະຖານະຂອງຕົນເອງ ລວມໄປເຖິງການ Tag ໃນຮູບໄດ້ອີກດ້ວຍ. ນອກນັ້ນແລ້ວ, ຍັງມີການຈັດການລະບົບ Page ຫລື Group ຕ່າງໆ ແບບທີ່ Facebook App ມີອີກດ້ວຍ. ຈຸດເດັ່ນຕໍ່ມາຂອງ FriendCaster ກໍ່ຄືລະບົບ Notification ຫລື ລະບົບແຈ້ງເຕືອນນັ້ນເອງ, ເຊິ່ງໃນ Facebook ຈະແຈ້ງເຕືອນພຽງແຕ່ Message ຫລື ການ Chat ເທົ່ານັ້ນ, ແຕ່ FriendCaster ສາມາດແຈ້ງເຕືອນການຮັບ Comment ຫລື ການແຈ້ງເຕືອນທຸກຢ່າງທີ່ມີການແຈ້ງເຕືອນໃນເວັບ. ເຊິງ Facebook App ຈະຕ້ອງເປີດ App ຂຶ້ນມາຈຶ່ງຈະເຫັນການແຈ້ງເຕືອນພວກນີ້ ແລະ ກໍ່ໂຫລດຊ້າພໍສົມຄວນ. ນອກນັ້ນແລ້ວ ໃນເລື່ອງຂອງການຈັດການ Feed ຫລື ຫນ້າອັບເດດກໍຍັງເຫນຶ່ອກວ່າ Facebook ເນື່ອງຈາກ FriendCaster ສາມາດເລືອກທີ່ຈະເບິງພຽງການອັບເດດຂອງຫມູ່ທີ່ຢູ່ໃນກຸ່ມທີ່ໄດ້ຈັດໄວ້, ຕົວຢ່າງເຊັ່ນ: ຕ້ອງການເບິງການອັບເດດຂອງຄອບຄົວເທົ່ານັ້ນ, ຫລື ຫມູ່ສະຫນິດເທົ່ານັ້ນ ກໍ່ເຮັດໄດ້.

ສະຫລຸບງ່າຍໆແລ້ວ,​ FriendCaster ເປັນທາງເລືອກຫນຶ່ງທີ່ດີກວ່າ Facebook ເພາະ FriendCaster ມີທຸກຢ່າງທີ່ Facebook App ມີ, ແລະ ກໍ່ມີຫລາຍກວ່າ Facebook App ໃນບາງສ່ວນດ້ວຍສ້ຳ.

ສຳລັບ FriendCaster ນີ້ຈະຮອງຮັບອຸປະກອນໂທລະສັບມືຖືກຂອງ Android ທຸກຊະນິດ, ລວມໄປເຖິງແທັບເລັດ Honeycomb ອີກດ້ວຍ. ໃນສ່ວນຂອງ iOS FriendCaster ຈະຮອງຮັບພຽງແຕ່ iPad ເທົ່ານັ້ນ. ເຊິ່ງອອກເພຶ່ອກິນຊ່ອງໂວ່ທີ່ Facebook App ຍັງບໍ່ມີໃນ iPad. ແລະຜູ້ໃຊ້ທ່ານໃດ ທີ່ສົນໃຈ FriendCaster ກໍ່ສາມາດເຂົ້າໄປດາວໂຫລດໄດ້ຈາກລິ້ງທາງລຸ່ມນີ້, ຫລືຈະໄປຄົ້ນຫາໃນ Martket ຫລື AppStore ກໍ່ໄດ້ ພຽງແຕ່ພິມຄຳວ່າ FriendCaster ສອງຄຳຕິດກັນ ກໍ່ຈະສາມາດເຫັນ ແລະ ດາວໂຫລດໄດ້ແລ້ວ. ແຕ່ FriendCaster ເວີຊັ່ນຟຼີນັ້ນຈະມີໂຄສະນານ້ອຍໆຕິມານຳ, ເຊິ່ງຫາກນັ້ນເຮັດໃຫ້ທ່ານລຳຄານ ກໍ່ສາມາດອັບເກດ ຫລື ດາວໂຫລດເວີຊັ່ນເສຍເງິນໄດ້.

FriendCaster ສຳລັບ Android Phone: https://market.android.com/details?id=uk.co.senab.blueNotifyFree

FriendCaster ສຳລັບ ແທັບເລັດ Honeycomb: https://market.android.com/details?id=com.handmark.friendstream

FriendCaster ສຳລັບ iPad/iPad 2: http://itunes.apple.com/us/app/friendcaster-for-facebook/id425408398?mt=8

ລາຍລະອຽດເພີ່ມເຕີມ: ຕ້ອງທົດລອງໃຊ້ ແລະ Handmark.com

ລອງອ່ານກ່ຽວກັບ  Motorola Flipout ແອນດລອຍດ໌​ໂຟນ ​ດີ​ໄຊນ໌​ສຸດເກ໋

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.