ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ມາຮູ້ຈັກ Fiverr: ເຮັດຫຍັງກໍ່ໄດ້ດ້ວຍເງິນ $5, ຊື້ຫຍັງກໍ່ໄດ້ດ້ວຍເງິນ $5

ລາຍງານພິເສດ

ຫລັງຈາກທີ່ຜູ້ຂຽນເອງໄດ້ເລີ່ມທົດລອງຂາຍບໍ່ລິການຕ່າງໆ (ບໍ່ແມ່ນທາງເພດ) ຫລື ຂາຍສິ່ງເລັກໆຫນ້ອຍໆທີ່ຕົນເອງເຮັດໄດ້ ແລະ ຫາມາໄດ້ ດ້ວຍມູນຄ່າພຽງ $5 ໃນເວັບໄຊຕ໌ Fiverr.com ແລ້ວເຫັ້ນເຖິງຄວາມຫນ້າສົນໃຈ ແລະ ການທີ່ມີຄວາມຄິດທີ່ແຕກຕ່າງຂອງຜູ້ສ້າງຈຶ່ງຢາກມາບອກເຫລົ່າ ແລະ ແນະນຳໃຫ້ຮູ້ກັບ Fiverr

Fiverr ເປັນເວັບໄຊຕ໌ຊື້ຂາຍໃຫມ່ລ່າສຸດ ທີ່ມີແນວຄິດທີ່ວ່າ, ເຮັດຫຍັງກໍ່ໄດ້ດ້ວຍມູນຄ່າ $5, ຊື້ຫຍັງກໍ່ໄດ້ດ້ວຍມູນຄ່າ $5, ແລະ ອື່ນໆດ້ວຍເງິນ $5. ໃນບໍລິການຂອງ Fiverr ນີ້ຈະແບງອອກເປັນສອງພາກສ່ວນຄື ການຊື້ ແລະ ການຂາຍ. ເຊິ່ງຜູ້ໃຊ້ທຸກຄົນທີ່ສະຫມັກ Fiverr ສາມາດປະກາດຂາຍ, ຫລື ເຮັດຫຍັງກໍ່ໄດ້ເພຶ່ອຂາຍດ້ວຍມູນຄ່າ $5. ຫລື ສາມາດຫາຊື້ບໍລິການ, ຫລື ໄປຊອກຈ້າງຄົນທີ່ປະກາດຮັບເຮັດສິ່ງໃດຫນຶ່ງທີ່ເຮົາຕ້ອງການໄດ້ ດ້ວຍລາຄາພຽງ $5.

ຫລັງຈາກທີ່ອ່ານກ່ຽວກັບການ ຊື້-ຂາຍ ແລ້ວ, ຫລາຍທ່ານກໍ່ອາດຈະຄິດວ່າມັນອາດຈະເປັນເງິນຈຳນວນບໍ່ຫລາຍ ຫລື ສົງໃສແລ້ວວ່າທາງເວັບຈະມີລາຍໄດ້ມາຈາກໃສ, ຄຳຕອບກໍ່ຄື, ທາງເວັບຈະຫັກເງິນຈາກການຂາຍທຸກໆຢ່າງ $1 ຕໍ່ຫນຶ່ງການສັ່ງຊື້, ນັ້ນຫມາຍຄວາມວ່າ ຜູ້ຂາຍຈະໄດ້ຮັບເງິນຈຳນວນ $4 ຈາກການຂາຍສິນຄ້າແຕ່ລະໂຕ. ເງິນ $4 ຫລື $5 ບໍ່ແມ່ນຈຳນວນມະຫາສານ, ແລະ ນິເຮັດໃຫ້ເປັນຈຸດສົນໃຈຂອງຜູ້ຊື້ທີ່ກຳລັງຊອກຫາຈ້າງ ຫລື ຫາຫຍັງທີ່ຕົນເອງຕ້ອງການດ້ວຍລາຄາທີ່ບໍ່ເກີນ $5. ໃນຂະນະດຽວກັນ, ຜູ້ຂາຍທີ່ຕ້ອງການຂາຍບໍລິການຕ່າງໆເຊັ່ນ: ຮັບອອກແບບງານເລັກໆຫນ້ອຍໆ ທີ່ບໍ່ໃຊ້ເວລາດົນ ແລະ ງ່າຍໆ, ຮັບຈ້າງອອກແບບໂລໂກ້, ຮັບຈ້າງໂປຼໂມດ, ແລະ ອື່ນໆທີ່ຕົນເອງເຮັດໄດ້ງ່າຍ ແລະຄຸ້ມກັບຈຳນວນເງິນ ຈະຫັນມາຂາຍບໍລິການຂອງຕົນເອງໃນເວັບໄຊຕ໌ແຫ່ງນີ້ ແລະ ລອງຄິດເບິງວ່າຫາກຜູ້ຂາຍ ຂາຍໄດ້ຈຳນວນ 10 ເຖິງ 100 ຫລື ຫລາຍກວ່າຈະໄດ້ເງິນເທົ່າໃດ, ກໍ່ລອງຄູນ $4. ແລ້ວທາງເວັບໄຊຕ໌ກໍ່ຈະມີລາຍໄດ້ມາຈາກການສັ່ງຊື້ທຸກໆເທຶ່ອ ເທຶ່ອລະ $1 ແລ້ວຫາກເປັນ 1000 ເທຶ່ອ, ທາງເວັບຈະມີລາຍໄດ້ $1,000 ຫລື ຫລາຍກວ່າກໍ່ ຄູນກັນຂຶ້ນໄປ.

ຍົກຕົວຢ່າງຂັ້ນຕອນການຊື້ຂາຍ:

ທ້າວ ກ ປະກາດວ່າ: ຈະຮັບໂປຼໂຫມດເວັບ ຫລື ສິນຄ້າທີ່ຜູ້ຊື້ຕ້ອງການ ໃນຫນ້າ Facebook Fan Page ດ້ວຍມູນຄ່າ $5.

ທ້າວ ຂ ມາພົບເຫັນແລະຕ້ອງການ: ກໍ່ຈະສັ່ງຊື້ບໍລິການຂອງ ທ້າວ ກ ແລ້ວຫລັງຈາກນັ້ນກໍ່ຈະຈ່າຍເງິນໃຫ້ກັບບໍລິການຂອງທ້າວ ກ.

ເມຶ່ອທ້າວ ກ ໄດ້ຮັບການສັ່ງຊື້: ກໍ່ຈະນຳເອົາສິນຄ້າທີ່ທ້າວ ຂ ໄປປະກາດລົງຫນ້າ Facebook Fan Page ຂອງຕົນເອງ ແລ້ວກໍ່ແຈ້ງໃຫ້ທ້າວ ຂ ໄດ້ຮັບຮູ້.

ທ້າວ ຂ ໄດ້ຮັບ ຫລື ພໍໃຈໃນບໍລິການ: ກໍ່ຈະກົດໃຫ້ວ່າມັກຫລືບໍ່, ພ້ອມກັບໃຫ້ Feedback ເພຶ່ອສິ້ນສຸດການຊື້ຂາຍ ກັບທ້າວ ກ.

ຫລັງຈາກສິ້ນສຸດການຊື້ຂາຍແລ້ວ ທ້າວ ກ ຈະໄດ້ຮັບເງິນຈຳນວນ $4 ໃນບັນຊີ Fiverr ຂອງຕົນເອງ ແລ້ວ ກໍ່ຖ້າຈົນຮອດມື້ເບີກເງິນ, ກໍ່ຈະສາມາດເບີກເຂົ້າບັນຊີ Paypal ຂອງລາວໄດ້ທັນທີ.

ຫລັງຈາກທີ່ໄດ້ອ່ານມາຂ້າງເທິງນີ້ ຫລາຍທ່ານກໍ່ອາດຈະເລີ່ມເຂົ້າໃຈແລ້ວວ່າ ມັນເປັນທຸລະກິດລັກສະນະໃດ. ແຕ່ເຖິງຢ່າງໃດກໍ່ຕາມ ບໍລິການ ທີ່ຜູ້ໃຊ້ປະກາດຂາຍໃນ Fiverr ນັ້ນ ກໍ່ຈະມີທັງດີ, ທັ້ງບໍ່ດີ, ລວມເຖິງຕະຫລົກກໍ່ມີ: ເຊັ່ນ: ຂ້ອຍຈະປູກຕົ້ນໄມ້ໃສ່ຫລັງບ້ານຂ້ອຍ ຫາກເຈົ້າຊື້ບໍລິການນີ້ດ້ວຍເງິນ $5. ແຕ່ຢ່າລືມວ່າ ບໍລິການນີ້ ທຸກຄົນສາມາດຊື້ຂາຍໄດ້ ລວມເຖິງທ່ານຜູ້ອ່ານອີກດ້ວຍ, ຂໍພຽງແຕ່ມີ Paypal.

ເວັບໄຊຕ໌ໃນຂ່າວ: Fiverr.com

ລອງອ່ານກ່ຽວກັບ  ເຕືອນຫນູ່ມໆທີ່ວາງແລບທອັບໄວ້ເທິງຫນ້າຕັກ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.