ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Facebook ປ່ອຍ App ແລະ ບໍລິການ Facebook Messenger ສຳລັບ iPhone ແລະ Android

Android Apps, iOS Apps, ຂ່າວໄອທີ

ຫລ້າສຸດ Facebook ເປີດບໍລິການໃຫມ່ຊື່ວ່າ Facebook Messenger ເຊິງເປັນບໍລິການຄ້າຍໆກັບ BBM, iMessage ໃນ iOS 5 ຫລື ບໍລິການຂໍ້ຄວາມຟຼີຢ່າງ WhatsApp, TextPlus ແລະ ໂຕອື່ນໆລວມໄປເຖິງບໍລິການ SMS(ໂດຍທາງອ້ອມ).

ຄວາມສາມາດຂອງ Facebook Messenger ນີ້ກໍ່ບໍ່ຕ່າງຫຍັງກັບບໍລິການ ຂໍ້ຄວາມຟຼີທົ່ວໄປ, ແຕ່ທີ່ເຮັດໃຫ້ ມັນເປັນປະເດັນກໍ່ຄື, ປະຈຸບັນຜູ້ໃຊ້ Facebook ມີຈຳນວນຫລາຍ, ເຊິງພຽງພໍທີ່ຈະຄອບຄອງຕະຫລາດນີ້ໄດ້ໃນເວລາອັນສັ້ນ, ເຊິ່ງຜູ້ໃຊ້ SmartPhone ກໍ່ຈະໄດ້ໃຊ້ Facebook Messenger ໄປແບບບໍ່ໄດ້ຕັ່ງໃຈ. ຟີເຈີຫລັກໆທີ່ມີໃນ Facebook Messenger ກໍ່ຈະມີ: ການສົ່ງຂໍ້ຄວາມແບບກຸ່ມ,  ມີຄວາມໄວແບບທີ່ວ່າ ສົ່ງປຸບເຫັນປັບເລີຍ, ລວມເຖິງການປັກຫມຸດແຜນທີ່ ແລ້ວສົ່ງໄປໃຫ້ຫມູ່ຫລາຍໆຄົນພ້ອມກັນ, ເຊິ່ງຄວາມສາມາດນີ້ອາດຈະເປັນປັດຈັດໃຈຫລັກຂອງການຫັ້ນມາໃຊ້ງານ Facebook Messenger ຂອງຜູ້ໃຊ້. ເພາະ ເຮົາຈະສາມາດສົ່ງ ແຜນທີ່ຫນັດຫມາຍໃຫ້ຫມູ່ຫລາຍໆຄົນໄດ້ງ່າຍຂຶ້ນຫລາຍເທົ່າ. ນອກຈາກນີ້, Facebook ກໍ່ຍັງບໍ່ຖິ້ມໂທລະສັບທີ່ບໍ່ແມ່ນ SmartPhone ເຊິ່ງຜູ້ໃຊ້ທີ່ບໍ່ແມ່ນ SmartPhone ກໍ່ຈະໄດ້ຮັບ SMS ຈາກເຄຶ່ອຂ່າຍໂທລະສັບແທນ, ເຊິ່ງຕອນນີ້ບ້ານເຮົາກໍ່ມີ Tigo ທີ່ຮອງຮັບຢູ່. ແລະບໍ່ພຽງແຕ່ ຮັບຂໍ້ຄວາມໄດ້ຢ່າງດຽວເທົ່ານັ້ນສຳລັບຜູ້ບໍ່ໄດ້ໃຊ້ ສະມາດໂຟນ, ເພາະຈະຍັງສາມາດສົ່ງໂຕ້ຕອບກັບຫມູ່ເພື່ອນໄດ້ໂດຍຜ່ານຄຳສັ່ງຈາກ SMS.

ຢ່າງໃດກໍ່ຕາມ App Facebook Messenger ຕອນນີ້ອອກມາໃຫ້ດາວໂຫລດ ສຳລັບ Android ແລະ iOS ແລ້ວ, ເຊິ່ງຜູ້ໃຊ້ສະມາດໂຟນລຸ້ນໃດກໍ່ໄປດາວໂຫລດໄດ້ ຕາມລຸ້ນຂອງທ່ານໄດ້ເລີຍ ຕາມລິ້ງທາງລຸ່ມນີ້.

ລາຍລະອຽດເພີ່ມເຕີມ: https://www.facebook.com/mobile/messenger

Facebook Messenger iOS: http://itunes.apple.com/us/app/facebook-messenger/

Facebook Messenger Android: https://market.android.com/details?id=com.facebook.orca

 

ລອງອ່ານກ່ຽວກັບ  Google ອອກ Google TV Remote ສຳລັບ iPhone ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply to ທີ ພູມີຜົນ Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.