ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Facebook ປັບປຸງລະບົບຄວາມເປັນສ່ວນໂຕ ເພຶ່ອຕໍ່ກອນກັບ Google +

social media, ຂ່າວໄອທີ

ຫລ້າສຸດ Facebook ໄດ້ປະກາດປັບປຸງລະບົບຄວາມເປັນສ່ວນໂຕໃຫມ່ ເຊິ່ງອອກມາເພຶ່ອຕໍ່ກອນ Google + ເປັນຕົ້ນແມ່ນລະບົບ Circle ທີ່ເປັນຂໍ້ໄດ້ປຽບຂອງ Google + ເອງ. ການປ່ຽນແປງຕ່າງໆສາມາດສະຫລຸບເປັນກູ່ມໄດ້ດັ່ງນີ້:ການເລືອກທີ່ຈະສະແດງໂພສ, ການ Tag, ການສະແດງຂໍ້ມູນບາງສ່ວນໃນ Profile. ເຊິ່ງແຕ່ລະອັນມີລາຍລະອຽດດັ່ງນີ້.

ການເລືອກທີ່ຈະສະແດງໂພສ:

ຕໍ່ໄປນີ້ຜູ້ໃຊ້ຈະສາມາດເລືອກວ່າ ຕ້ອງການສະແດງໂພສ ຫລື ການອັບເດດນີ້ໃຫ້ກັບໃຜແດ່, ເຊິ່ງສາມາດເລືອກໄດ້ດັ່ງນີ້ Public(ກ່ອນຫນ້ານີ້ເປັນ Everyone), Friend ສະເພາະຫມູ່ໃນລາຍຊື່, ແລະ Custom ສຳລັບເລືອກເປັນບຸກຄົນ. ນອກຈາກໂພສຕ່າງໆແລ້ວ, ຜູ້ໃຊ້ຍັງເລືອກການສະແດງໃນກຸ່ມຄົນທີ່ຕ້ອງການໄດ້ກັບການໂພສຮູບ, ວິດີໂອ ຫລື ແມ້ແຕ່ ສະຖານທີ່ຕ່າງໆທີ່ເຊັກອິນ ໄດ້ອີກດ້ວຍ.

ລະບົບການ Tag:

ລະບົບນີ້ຜູ້ຂຽນເອງຖືວ່າມັກຫລາຍ, ເພາະຕໍ່ໄປນີ້ເວລາທີ່ມີຫມູ່ ຫລື ບຸກຄົນໃດຫນຶ່ງ Tag ເຮົາໃນ Facebook, ມັນຈະມີການແຈ້ງເຕືອນມາຫາເຮົາກ່ອນທຸກໆເທຶ່ອ, ເພຶ່ອໃຫ້ເຮົາກວດສອບວ່າ ຕ້ອງການຈະອະນຸມັດການ Tag ນີ້ຫລືບໍ່ ຫາກຕ້ອງການ ກໍ່ຄິກທີ່ປຸ່ມເຄື່ອງຫມາຍຖືກ ຫລື ຫາກບໍ່ອະນຸມັດກໍ່ກົດທີ່ເຄື່ອງຫມາຍ (x). ເຊິ່ງຂໍ້ດີຂອງມັນກໍ່ຄື ເວລາພວກ Spam ເຂົ້າມາແທັກເຮົາເຂົ້າໄປໃນຮູບໂຄສະນາຂອງເຂົ້າເຈົ້າ ເຮົາກໍ່ຈະສາມາດປະຕິເສດ ລວມໄປເຖິງ ສາມາດບຼ໊ອກຄົນທີ່ແທັກເຮົາໄດ້ອີກດ້ວຍ. (ແຕ່ໃນອີກທາງ ຫາກມີຄົນເຫັນທ່ານກຳລັງຢູ່ກັບກິກ ແລ້ວແທັກໄປຫາ ທ່ານກໍ່ຈະສາມາດຮູ້ ແລະ ປະຕິເສດໄດ້ກ່ອນ 😀 )

ການເລືອກຈັດການ ການສະແດງຂໍ້ມູນໂປຼໄຟລ໌:

ໃນຫນ້າສະແດງຂໍ້ມູນສ່ວນໂຕ ຫລື ຂໍ້ມູນໂປຼໄຟລ໌ຂອງເຮົາ, ຕໍ່ຈາກນີ້ໄປເຮົາຈະສາມາດເລືອກໄດ້ໃນແຕ່ລະຢ່າງເລີຍວ່າ: ຕ້ອງການສະແດງບ້ານເກີດຂອງເຮົາໃຫ້ໃຜເຫັນແດ່, ຕ້ອງການສະແດງວັນເກີດໃຫ້ໃຜເຫັນແດ່, ລວມໄປເຖິງທຸກໆຢ່າງ ແລະ ສາມາດເລືອກໄດ້ສີ່ຕົວເລືອກຄື: Public(ຄົນທົ່ວໄປສາມາເຫັນ), Friends ສະເພາະຫມູ່, Only Me ມີແຕ່ໂຕເອງທີ່ສາມາເຫັນ ແລະ Custom ທີ່ໃຫ້ເຮົາເປັນເລືອກເປັນບຸກຄົນກໍ່ໄດ້.

ຢ່າງໃດກໍ່ຕາມ, ການອັບເດດເທຶ່ອນີ້ຍັງອາດຈະບໍ່ທົ່ວເຖິງທຸກຄົນ, ເຊິ່ງອາດຈະຕ້ອງຖ້າໄປອີກໄລຍະຫນຶ່ງ, ແຕ່ສິ່ງສຸດທ້າຍທີ່ຜູ້ກ່ຽວມີຄວາມເຫັນກໍ່ຄື ອັດ Google + ເຂົ້າໄປເຕັມ​ໆ, ແຕ່ຢາງໃດກໍ່ດີ Facebook ກໍ່ຍັງບໍ່ມີການເລືອກແຊເປັນກຸ່ມ ຢ່າງເຊັ່ນ ສະເພາະຫມູ່ກຸ່ມໃດຫນຶ່ງ ບໍ່ແມ່ນຫມູ່ທັງຫມົດ.

ລາຍລະອຽດເພີ່ມເຕີມ http://www.facebook.com/about/sharing/

ທີ່ມາ – Facebook Blog

ລອງອ່ານກ່ຽວກັບ  Google ກຳລັງອັບເດດ Android Market ໂສມໃຫມ່ ໃນໂທສັບມືຖື Android

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.