ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ໂຄງການນຳ Android ລົງ TouchPad ໃກ້ຈະສຳເລັດແລ້ວ ໂດຍ Cyanogen Mod

ຂ່າວດ່ວນ, ຂ່າວໄອທີ, ແທັບເລັດ

ລາຍງານຫລ້າສຸດ ທາງທີງານ Cyanogen Mod ໄດ້ອອກມາໂພສວິດີໂອເຖິງຄວາມຄືບຫນ້າໃນການນຳເອົາ CM7 ພອດລົງ HP TouchPad, ເຊິ່ງທາງທີມງານບອກວ່າ ຕອນນີ້ CM7 ຍັງຢູ່ໃນຂັ້ນ Alpha ຢູ່. ຢ່າງໃດກໍ່ຕາມ ໃນການເລີ່ມຕົ້ນນີ້ ການເຮັດວຽກຂອງ CM7 ໃນ TouchPad ຍັງບໍ່້ສາມາດເຮັດວຽກຫຍັງໄດ້ຫລາຍ ນອກຈາກ ການ Boot ແລະ ກໍ່ປົດລັອກຫນ້າຈໍ ໂດຍໃຊ້ ADB ແລະ Touch screen ຍັງບໍ່ສາມາດໃຊ້ງານໄດ້. ແລະ ຄາດການວ່າ ລຸ້ນທີ່ທົດສອບ ທີ່ຈະປ່ອຍໃຫ້ຜູ້ໃຊ້ທົ່ວໄປໄດ້ນຳໄປທົດລອງ ອາດຈະອອກມາໄວໆນີ້. ສຳລັບວິດີໂອຕົວຢ່າງສາມາດເບິງໄດ້ທີ່ທ້າຍຂ່າວ.

ທີ່ມາ – RootzWiKi 

ລອງອ່ານກ່ຽວກັບ  ເຄື່ອງມື Jailbreak iOS 4.2.6 ສຳລັບ iPhone 4 CDMA ອອກມາແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.