ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ຂຶ້ນເປັນບໍລິສັດ ມູນຄ່າສູງທີ່ສຸດໃນໂລກແລ້ວ ຫຼັງຈາກຫຸ້ນ Exxon Mobil ຕົກ

ຂ່າວໄອທີ

ລາຍງານຫລ້າສຸດໃນວັນທີ 10ສິງຫາ ທີ່ຜ່ານມາຕາມເວລາຂອງອາເມລິກາ, ບໍລິສັດ Apple ໄດ້ຂຶ້ນເປັນບໍລິສັດທີ່ມີມູນຄ່າສູງທີ່ສຸດໃນໂລກ ຫລັງຈາກທີ່ຕະຫລາດຫຸ້ນປິດລົງ ທີ່ລາຄາ $363.69 ຕໍ່ຫຸ້ນ, ເຊິ່ງເປັນຍອດທີ່ຕົກລົງມາ 2.8% ແລະ ມີມູນຄ່າທັງຫມົດ $337ພັນລ້ານ. ເຊິ່ງໃນຂະນະດຽວກັນ, ບໍລິສັດທີ່ມີມູນຄ່າສູງທີ່ສຸດໃນໂລກມາແຕ່ປີ 2005 ຢ່າງ Exxon Mobil ກໍ່ມີລາຄາຫຸ້ນທີ່ຕົກລົງມາແບບຫນ້າຕົກໃຈ ເຊິ່ງຕົກລົງມາ 4.4% ຈຶ່ງເຮັດໃຫ້ມີ ລາຄາເຫລຶ່ອພຽງ $68.03 ຕໍ່ຫຸ້ນ ແລະມູນຄ່າລວມຂອງບໍລິສັດຢູ່ທີ່ $331ພັນລ້ານ.

ຢ່າງໃດກໍ່ຕາມ, ນີ້ເປັນເທຶ່ອທຳອິດທີ່ Apple ໄດ້ຂຶ້ນມາເປັນບໍລິສັດທີ່ມູນຄ່າສູງທີ່ສຸດໃນໂລກ, ຫລັງຈາກທີ່ຂຶ້ນມາເປັນທີສອງ ຕັ້ງແຕ່ກາງປີທີ່ຜ່ານມາ ຫລັງຈາກທີ່ແຊງ Microsoft ໄດ້. ແຕ່ກໍ່ມີຫລາຍຄົນບອກວ່າ, ການຂຶ້ນເປັນທີຫນຶ່ງໄດ້ໃນເທຶ່ອນີ້, ເປັນຍ້ອນຫຸ້ນຂອງ Exxon Mobil ຕົກລົງມາຫລາຍ ເທົ່ານັ້ນ. ເຊິ່ງໃນປະຈຸບັນ Exxon Mobil ກໍ່ກັບມາເປັນບໍລິສັດອັນດັບຫນຶ່ງ ທີ່ມີມູນຄ່າລວມຂອງບໍລິສັດຢູ່ທີ່ $350ພັນລ້ານ ເຊິ່ງ Apple ກໍ່ກັບລົງມາເປັນທີສອງຕາມເຄີຍ ດ້ວຍມູນຄ່າລວມຢູ່ທີ່ $349.5ພັນລ້ານ (ຕາມການປິດຕະຫລາດຫຸ້ນວັນທີ 12ສິງຫາ).

ຂ່າວນີ້ອາດຈະບໍ່ຄ່ອຍກ່ຽວກັບເລື່ອງລາວໄອທີເທົ່າໃດ, ແຕ່ມັນກໍ່ເປັນສິ່ງຫນຶ່ງທີ່ເຮັດໃຫ້ຄົນໃນວົງການສົນໃຈບໍຫນ້ອຍ, ເພາະ Apple ໃນ 15ປີກ່ອນນັ້ນ, ເປັນບໍລິສັດທີ່ເກືອບລົ້ມລະລາຍ.

ທີ່ມາ – BBC NEWS

ລອງອ່ານກ່ຽວກັບ  Amazon ຫລຸດລາຄາ Kindle 2 ລົງເກືອບ 50%

Souliyo

Co-Founder and CTO of BIZGITAL and LOCA

Comments
    1. ຄວາມຈິງແລ້ວເຄື່ອງ Apple ມັນກໍ່ບໍ່ໄດ້ແພງໃດ. ລອງທຽບກັບຂອງ SONY ແລ້ວ​ SONY ແພງກວ່າຫລາຍ.

Leave a Reply to ທີ ພູມີຜົນ Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.