ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ເປີດໃຫ້ນັກພັດທະນາໂປຼແກຼມໃນ OS X ທົດລອງ Find My Mac ແລ້ວ

ຂ່າວໄອທີ

ຫລ້າສຸດມີລາຍງານອອກມາວ່າ Apple ໄດ້ເລີ່ມເປີດໃຫ້ນັກພັດທະນາໂປຼແກຼມໃນ OS X ໄດ້ທົດລອງ Find My Mac ເປັນທີ່ຮຽບຮ້ອຍແລ້ວ, ເຊິ່ງຕາມລາຍງານຈາກ MacRumors ບອກວ່າ Find My Mac ນັ້ນ, ບໍ່ແຕກຕ່າງຫຍັງກັບ Find My iPhone, ເຊິ່ງຜູ້ໃຊ້ສາມາດຄົ້ນຫາທີ່ຢູ່ຂອງເຄື່ອງ Mac ຂອງໂຕເອງທີ່ເສຍໄປໄດ້ຈາກທຸກ ເວັບບຼາວເຊີ, ລວມເຖິງໃນອຸປະກອນ iOS. ນອກນັ້ນຜູ້ໃຊ້ຍັງສາມາດສັ່ງການໃຫ້ເຄື່ອງ Mac ດັ່ງກ່າວສົ່ງສຽງອອກມາ, ສັ່ງລັອກເຄື່ອງ ຫລື ລ້າງຂໍ້ມູນ ໄດ້ອີກດ້ວຍ.

ຢ່າງໃດກໍ່ຕາມ, ໃນລາຍງານບອກວ່າ Find My Mac ຈະອອກມາໃຫ້ຜູ້ໃຊ້ Mac OS X Lion ໄດ້ໃຊ້ຟຼີ, ເຊິ່ງຈະເປັນບໍລິການທີ່ແນບມາກັບ ບໍລິການ iCloud ເຊິ່ງຜູ້ໃຊ້ທີ່ຕ້ອງການໃຊ້ບໍລິການ Find My Mac ກໍ່ຈະຕ້ອງສະຫມັກບໍລິການ iCloud ກ່ອນ ເຊິ່ງບໍລິການ iCloud ກໍ່ມີຟຼີແພັກເກັດເຊັ່ນກັນ. ສຳລັບ Find My Mac ຈະໄດ້ສຽງຕອບຮັບ ຫລື ຕອບໂຈດຄືກັບ Find My iPhone ຫລືບໍ່ນັ້ນ ກໍ່ຕ້ອງຖ້າເບິງກັນ. ແຕ່ມັນກໍ່ຫນ້າຈະເປັນການດີ ທີ່ມີຄວາມສາມາດນີ້ໃນ MacBook ເພຶ່ອເວລາທີ່ເຄື່ອງເສຍ ກໍ່ພໍຈະມີຫວັງ.

ທີ່ມາ – TUAW

ລອງອ່ານກ່ຽວກັບ  MacBook Air ນ້ອຍລົງ iPod Touch ເກັ່ງຂຶ້ນ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.