ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ແອນດຼອຍຂ້ອຍເສຍ, Android Lost ຊ່ວຍຂ້ອຍຊອກຫານ້ອງດຼອຍຂ້ອຍແດ່

Android Apps, FREE WARE

ໃຜຈະຮູ້ວ່າອານາຄົນຈະເກີດຫຍັງຂຶ້ນກັບໂທລະສັບຂອງເຮົາ, ບາງທີເຮົາໄປກິນເຂົ້າແລ້ວລືມໂທລະສັບ, ບາງທີກໍ່ຖືກຄົນບໍ່ດີລັກໄປ ແລະກໍ່ລະນີອື່ນໆ. ແຕ່ມັນຈະດີຫລາຍສ່ຳໃດ, ຫາກທ່ານສາມາດຕິດຕາມ ແລະ ສັ່ງການໂທລະສັບຂອງທ່ານໄດ້ ເຖິງວ່າມັນຈະບໍ່ໄດ້ຢູ່ໃນມືທ່ານແລ້ວກໍ່ຕາມ. ສະນັ້ນບົດຄວາມນີ້ເລີຍຈະມາແນະນຳ ແອັບຯ ຟຼີ ທີ່ມີປະສິດທິພາບສູງ, ທີ່ອາດຈະສາມາດນຳໂທລະສັບທ່ານໃຫ້ກັບຄືນມາໄດ້.

ແອັບຯ ທີ່ຈະມາແນະນຳນີ້ມີຊື່ວ່າ Android Lost. ເຊິ່ງ Android Lost  ເປັນແອັບຯທີ່ສາມາດຕິດຕາມ ແລະ ຄວບຄຸມອຸປະກອນແອນດຼອຍຂອງຜູ້ໃຊ້ ໂດຍຄວບຄຸມໂດຍຜູ້ໃຊ້ເອງ ຜ່ານທາງຫນ້າເວັບ ໃນກໍລະນີເສຍ ຫລື ກໍລະນີອື່ນໆແລ້ວແຕ່ຈະປະຍຸກໃຊ້. ເຊິ່ງຄວາມສາມາດຂອງ Android Lost  ນີ້ກໍ່ມີຫລາຍຢ່າງ, ແຕ່ທາງເວັບຈະຂໍສະຫລຸບຄວາມສາມາດທີ່ສຳຄັນ ແລະ ຫນ້າສົນໃຈໄດ້ດັ່ງນີ້:

  • ສາມາດສັ່ງໃຫ້ມັນສົ່ງສຽງດັງອອກມາ.
  • ສາມາດອ່ານ ແລະ ສົ່ງ SMS ຈາກອຸປະກອນແອນດຼອຍໄດ້ໂດຍຜ່ານການຄວບຄຸມໃນເວັບ.
  • ສາມາດສັ່ງໃຫ້ສະແດງຄຳເວົ້າ ການແຈ້ງເຕືອນໄດ້ຕາມໃຈ.
  • ສາມາດລັອກຕົວເຄື່ອງ ພ້ອມເຂົ້າລະຫັດ PIN ເພຶ່ອບໍ່ໃຫ້ຄົນທີ່ເອົາໄປ ເຂົ້າໃຊ້ງານໄດ້.
  • ສາມາດລຶບ ຂໍ້ມູນຈາກ SD Card ລວມເຖິງສັງລ້າງຂໍ້ມູນໃນເຄື່ອງທັງຫມົດກໍ່ໄດ້ ເມຶ່ອຮູ້ວ່າຈະບໍ່ໄດ້ເຄື່ອງນັ້ນກັບຄືນມາ ແລະ ຄົນທີ່ໄດ້ໄປກໍ່ຈະບໍ່ໄດ້ຂໍ້ມູນສຳຄັນຂອງເຮົາ.
  • ສັ່ງໃຫ້ເປີດ-ປິດ GPS ແລະ WIFI ໄດ້.
  • ຮອງຮັບການສັ່ງງານຜ່ານ SMS ໄດ້ເຊັ່ນ: ສັ່ງໃຫ້ເຄື່ອງສົ່ງສຽງດັງອອກມາ, ສັ່ງລ້າງຂໍ້ມູນໃນເຄື່ອງ, ສັ່ງໃຫ້ລັອກເຄື່ອງ, ແລະ ອື່ນໆ.
  • ສັ່ງໃຫ້ກ້ອງຖ່າຍຮູບເອົາສະຖານທີ່ ຫລື ຫນ້າຄົນເອົາໄປໄດ້ ຈາກກ້ອງຫນ້າ ແລະ ກ້ອງຫລັງ (ຮອງຮັບບາງລຸ້ນ).
  • ຮອງຮັບການຈັບພິກັດ ຫລື ສົ່ງອີເມວພ້ອມລະບຸຕຳແຫນ່ງຂອງເຄື່ອງ.
ນອກຈາກສິ່ງທີ່ໄດ້ລະບຸມາທາງຂ້າງເທິງນີ້ແລ້ວ, ກໍ່ຍັງມີຄວາມສາມາດຕ່າງໆນາໆ ອີກຫລາຍຢ່າງ ທີ່ອາດຈະຊ່ວຍໃຫ້ຜູ້ໃຊ້ແອນດຼອຍ ສາມາດຈັດການກັບອຸປະກອນຂອງຕົນໄດ້ທັນທ່ວງເວລາ, ເຊິ່ງບາງຄົນກໍ່ອາດຈະສັ່ງລ້າງຂໍ້ມູນໃນເຄື່ອງ ແລະ ອື່ນໆແລ້ວແຕ່ການຕັດສິນໃຈຂອງໃຜລາວ. ແຕ່ຢ່າງໃດກໍ່ຕາມ, ມັນອາດຈະບໍ່ໄດ້ຜົນ ຫລື ຊ່ວຍນຳໂທລະສັບຂອງທ່ານກັບມາໄດ້ 100% ແຕ່ມັນກໍ່ອາດຈະເຮັດໃຫ້ທ່ານພໍມີຫວັງ ຫລື ເຮັດໃຫ້ທ່ານບໍ່ເສຍຂໍ້ມູນລັບທີ່ມີໃນໂທລະສັບຂອງທ່ານໄດ້.
ລອງອ່ານກ່ຽວກັບ  [Google I/O] Google ປະກາດສະຖິຕິຂອງ Android ແລະ Android 3.1

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ດີເລີຍຄັນເປັນແນວນີ້ນະເອົາໃວ້ມາຕິດຕາມບຸກຄົນທີ່ສໍາຄັນຂອງເຮົາກ່ອນອິອິອິ

Leave a Reply to Souliyo Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.