ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Android Market ເວີຊັ່ນໃຫມ່ ເພີ່ມປຸ່ມ +1, ພ້ອມກັບການປ້ອງກັນດ້ວຍ PIN

ຂ່າວໄອທີ, ໂທລະສັບ

ລາຍງານຫລ້າສຸດ ມີຜູ້ໃຊ້ຈຳນວນຫນຶ່ງ ໄດ້ຮັບການອັບເດດ Android market App ໃນອຸປະກອນ Android ຂອງຕົນ, ເຊິ່ງຮູ້ວ່າມັນເປັນເວີຊັ່ນຫລ້າສຸດ ທີ່ມາກັບການຝັງປຸ່ມ +1 ເຂົ້າໄປ, ແລະ ລະບົບປ້ອງກັນການຊື້ App ດ້ວຍ PIN. ເຊິ່ງເປັນທີ່ຫນ້າສົນໃຈກໍ່ຄືລະບົບ PIN ໃນການເຂົ້າໃຊ້ Android Market ຈາກອຸປະກອນ Android, ເພາະມັນສາມາດປ້ອງກັນ ຄົນທີ່ບໍ່ຮູ້ຈັກເຊັ່ນ ລູກ, ຫລານ, ຫລື ຄົນອື່ນໆ ເຂົ້າຊື້ແອັບຯໃນອຸປະກອນ Android ຂອງເຮົາໂດຍທີ່ເຮົາບໍ່ຮູ້ເລື່ອງໄດ້. ແຕ່ຢາງໃດກໍ່ຕາມ, ການອັບເດດ Android Market App ລຸ້ນໃຫມ່ນີ້ ຍັງບໍ່ມີການປະກາດອອກມາຢ່າງເປັນທາງການຈາກ Google ແຕ່ຫາກອອກມາໃຫ້ອັບເດດແບບ Manual ມື້ໃດກໍ່ຈະເອົາມາແຈກກັນໃຫ້ໄປອັບເດດກ່ອນທີ່ຈະໄດ້ຮັບແບບ OTA.

ວິດີໂອ ຕົວຢ່າງ:

ທີ່ມາ – Android Central

ລອງອ່ານກ່ຽວກັບ  ເອເຊີລ໌ໂຊແອນດລອຍດ໌ແທັບເລັດ ຄາດວາງຂາຍທ້າຍປີນີ້

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.