ເລື່ອງລາວຂອງ TECH, STARTUP, ແລະ DIGITAL

WordPress ລະບົບເວັບສຳລັບຮູບ ອອກເວີຊັ່ນ 3.2 ລຸ້ນສົມບູນແລ້ວ

ຂ່າວໄອທີ

ຫລັງຈາກທີ່ໄດ້ອອກເວີຊັ່ນທົດສອບມາໄດ້ໄລຍະຫນຶ່ງແລ້ວ ສຳລັບລະບົບເວັບສຳເລັດຮູບ WordPress 3.2 ແລະ ລ່າສຸດລະບົບເວັບສຳເລັດຮູບ WordPress ກໍ່ໄດ້ອອກເວີຊັ່ນ 3.2 ລຸ້ນສົມບູນແລ້ວ ໂດຍລຸ້ນນີມີຊື່ວ່າ Gershwin,  ເຊິ່ງໃນເວີຊັ່ນ 3.2 ນີ້ກໍ່ຈະມີການປ່ຽນແປງໄປຫລາຍພໍສົມຄວນ ຢ່າງເຊັ່ນ: ການອອກແບບຫນ້າຄວບຄຸມລະບົບໃຫມ່ ລວມໄປເຖິງການຂຽນໂພສຕ່າງໆ, ອອກ Theme ໃຫມ່ຊື່ Twenty Eleven ເຊິງຈະເປັນ Theme ທີ່ມາກັບ WordPress 3.2 ແລະ ຍັງເປັນ Theme ທີ່ໃຊ້ HTML 5 ອີກດ້ວຍ. ຢ່າງໃດກໍ່ຕາມ ໃນ WordPress 3.2 ນີ້ຈະບໍ່ຮອງຮັບ Browser ຢ່າງ IE 6, PHP 4 ແລະ MySQL 4 ອີກຕໍ່ໄປ, ໂດຍທາງ WordPress ໃຫ້ເຫດຜົນວ່າ ການອັບເກຼດໄປເປັນເທັກໂນໂລຢີໃຫມ່ ຈະເຮັດໃຫ້ເຮົາສາມາດຮັບເອົາປະສົບການໃຫມ່ໆໄດ້ຫລາຍຍິ່ງຂຶ້ນ.

ສຳລັບໃຜທີ່ເປັນບຼ໊ອກເກີ ຫລື ຄົນເຮັດເວັບທີ່ໃຊ້ WordPress ກໍ່ສາມາດອັບເກດໄປເປັນ 3.2 ໄດ້ ເພຶ່ອຄວາມປອດໄພທີ່ເພີ່ມຂຶ້ນ ແລະ ປະສົບການໃຊ້ງານທີ່ໃຫມ່ຂຶ້ນ. ເຊິ່ງສາມາດອັບເກດໄດ້ຈາກ ໂຮດຂອງຕົນເອງໄດ້ແບບອັດຕະໂນມັດ ຫລື ຈະດາວໂຫລດມາຕິດຕັ້ງ ຫລື ອັບເກຼດເອງກໍ່ສາມາດເຮັດໄດ້ ໂດຍເຂົ້າໄປດາວໂຫລດໄດ້ທີ່ WordPress.org

ທີ່ມາ -​ WordPress

ລອງອ່ານກ່ຽວກັບ  [COMPUTEX] Nvidia ເປີດ​ໂລກ​ພີ​ຊີ​ສາມ​ມິ​ຕິ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.