Posts Comments

ທ່ານກຳລັງຢູ່: ຫນ້າຫລັກ » Android Apps, social media, ຂ່າວໄອທີ » Twitter For Android ເວີຊັ່ນໃຫມ່ມາແລ້ວ ພ້ອມຮອງຮັບການໃຊ້ງານຫຼາຍບັນຊີ

ລ່າສຸດ Twitter ໄດ້ອອກມາອັບເດດແອັບຯ ສຳລັບຜູ້ໃຊ້ອຸປະກອນ Android ເປັນເວີຊັ່ນ 2.1.0 ເຊິ່ງໃນເວີຊັ່ນໃຫມ່ນີ້ ກໍ່ຈະມີຈຸດເດັ່ນອັນຫນຶ່ງ ທີ່ເຊຶ່ອວ່າຫລາຍຄົນທີ່ໃຊ້ App ທະວິດເຕີອາດຈະຕ້ອງການຫລາຍ ເພາະໃນເວີຊັ່ນນີ້ຈະຮອງຮັບການໃຊ້ງານ Twitter ແບບຫລາຍໆບັນຊີພ້ອມໆກັນ ໂດຍຜູ້ໃຊ້ສາມາດທີ່ຈະສັບປ່ຽນບັນຊີໄດ້ຢ່າງງ່າຍດາຍ.

ນອກນັ້ນແລ້ວໃນ Twitter For Android 2.1.0 ນີ້ຍັງຈະ Push notification, ອັບເດດ widget ໃຫມ່ ແລະ ປັບປູງຂໍ້ບົກພ້ອງຕ່າງໆໃນເວີຊັ່ນກ່ອນຫນ້ານີ້. ສຳລັບທ່ານໃດທີ່ໃຊ້ໂທລະສັບມືຖື ລະບົບປະຕິບັດການ Android ຢູ່ ກໍ່ສາມາອັບເດດ ຫລື ດາວໂຫລດຈາກ Android Market ໄດ້ເລີຍທັນທີ ແຕ່ຕ້ອງເປັນ Android 2.1 ຂຶ້ນໄປເທົ່ານັ້ນ.

ທີ່ມາ – Twitter

ບົດຄວາມທີ່ກ່ຽວຂ້ອງເເລະຫນ້າສົນໃຈ

ບ່ອນສະເເດງຄວາມຄິດເຫັນ

ທ່ານຕ້ອງ ລັອກອິນ ຫລື ສະຫມັກສະມາຊິກ ກ່ອນ ຈຶ່ງຈະສາມາດຕອບ ຫລື ໂພສຄວາມເຫັນໄດ້.

ຂຶ້ນໄປເທິງສຸດ


Copyright © 2009-2012 Souliyo Co., Ltd. All Rights Reserved.
ຂ່າວໄອທີ  •  Free Ware  •  Gadget  •  ຂ່າວດ່ວນ  •  How to...  •  ລາຍງານພິເສດ  •  ຕິດຕໍ່ເຮົາ