ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Samsung ເປີດໂຕ MicroSD Card 32GB ທີ່ມີຄວາມໄວ Class 10

ຂ່າວໄອທີ

ສຳລັບ MicroSD Card ຂະຫນາດ 32GB ຫລາຍຄົນກໍ່ອາດຈະເຄີຍເຫັນ ຫລືໃຊ້ກັນມາແລ້ວ ແຕ່ກາດພວກນັ້ນອາດຈະມີຄວາມໄວຂອງການຖ່າຍໂອນຂໍ້ມູນ ຫລື ການອ່ານຂຽນຂໍ້ມູນທີ່ຕຳ ເຊິ່ງຈະເຮັດໃຫ້ໃຊ້ເວລາດົນໃນການຖຸ່າຍໂອນຂໍ້ມູນ,​ ແລະ ບໍ່ຮອງຮັບການຖ່າຍວິດີໂອ ຫລື ຫລິ້ນວິດີໂອຄວາມລະອຽດສູງໄດ້ເປັນຕົ້ນວິດີໂອຄວາມລະອຽດ 1080p.

ລ່າສຸດ Samsung ກໍ່ໄດ້ເປີດໂຕ MicroSD Card ລຸ້ນລ່າສຸດ ທີ່ມີຄວາມຈຸ 32GB ທີ່ມີຄວາມໄວ Class 10 ໂດຍຈະສາມາດອ່ານຂໍ້ມູນໄດ້ໄວເຖິງ 24Mbps ແລະ ຂຽນຂໍ້ມູນໄດ້ໄວເຖິງ 12Mbps. ສຳລັບ MicroSD Card 3GB Class 10 ຂອງ Samsung ນີ້ ເປັນກາດທີ່ມີຄວາມໄວສູງສຸດໃນຫມວດຂອງ SD Card. ນອກນັ້ນທາງ Samsung ຍັງຈະສືບຕໍ່ພັດທະນາ MicroSD Card Class 10 ຂະຫນາດຄວາມຈຸທີ່ 64GB ອີກດ້ວຍ ເຊິ່ງຄາດວ່າຫນ້າຈະອອກມາໃຫ້ເຫັນກັນ ໃນຕົ້ນປີຫນ້ານີ້.

ທີ່ມາ – Engadget

ລອງອ່ານກ່ຽວກັບ  ໂປ​ເຈັກ​ເຕີລ໌​ຈິ໋ວ​ແຕ່ ແຈ໋ວ​ຈາກ Samsung

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.