ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ອັບເກຼດ MacBook Air ໃຫມ່, ໃຊ້ Cpu Core i ພ້ອມ ຄີບອດແບບໃຫມ່

ຂ່າວໄອທີ

ນອກຈາກຈະເປີດໂຕ Mac OS X Lion ລະບົບປະຕິບັດການລຸ້ນລ່າສຸດໄປແລ້ວ, Apple ຍັງໄດ້ເປີດໂຕ MacBook ລຸ້ນໃຫມ່ ຫລື ລຸ້ນທີ່ອັບເກດຈາກລຸ້ນກ່ອນຫນ້ານີ້ແລ້ວ, ເຊິ່ງ MacBook Air ລຸ້ນລ່າສຸດນີ້ຈະໃຊ້ CPU ເປັນ Core i ທັງຫມົດ ເຊິ່ງມີ Core i5 ແລະ i7 (ຕ້ອງສັ່ງພິເສດ). ນອກນັ້ນກໍ່ມີຄີບອດແບບໃຫມ່ ເຊິ່ງຈະມີໄຟຊ່ອງຂຶ້ນມາ ໃນແປ້ນພິມແຕ່ລະໂຕ ເຊິ່ງ Apple ເອີ້ນຄີບອດນີ້ວ່າ Backlit keyboard, ຫນ່ວຍຄວາມຈຳ ຫລື ຮາດດິສກໍ່ຈະໃຊ້ Flash ທີ່ໃຫ້ຄວາມໄວໃນການອ່ານຂຽນຂໍ້ມູນໄວກວ່າ ຮາດດິສລຸ້ນທີ່ເປັນຈານທົ່ວໄປ ເຊິ່ງມີໃຫ້ເລືອກຕັ້ງແຕ່ 64GB ເຖິງ 256GB ແລະ ມີ Trackpad ທີ່ຮອງຮັບ Multi-touch ແຕ່ພະເອກຂອງ ຫລື ໂຕເດັ່ນໆຂອງ MacBook Air ລຸ້ນໃຫມ່ ກໍ່ຄືຈະຫນີບໍ່ພົ້ນ Thunderbolt ພອດ ທີ່ໃຊ້ໂອນຂໍ້ມູນເຂົ້າອອກຄວາມໄວສູງ ເຖິງ 10Gbps. ແຕ່ໃນສ່ວນຂອງຫນ້າຕານັ້ນ ກໍ່ຍັງຄົງສະພາບເກົ່າໄວ້ ແຕ່ເປັນພຽງການອັບເກດປະສິດທິພາບພາຍໃນຫລາຍກວ່າ.

ສຳລັບ MacBook Air ລຸ້ນໃຫມ່ນີ້ຈະມີລະບົບປະຕິບັດການ Mac OS X Lion ທີ່ເປີດໂຕພ້ອມໆກັນນີ້ຕິດຕັ້ງມາໃຫ້ເລີຍແບບຟຼີໆ, ແລະລາຄາຂອງມັນກໍ່ເລີ່ມຕົ້ນທີ່ $999 ເຖິງ $1,599 ຕາມສະເປັນທີ່ສຸງຂຶ້ນ. ສຳລັບລາຍລະອຽດເພີ່ມເຕີມຂອງ MacBook Air ສາມາດເຂົ້າໄປເບິ່ງໄດ້ທີ່ http://www.apple.com/macbookair/

ຢ່າງໃດກໍ່ຕາມ, ໃນປະຈຸບັນ Apple ໄດ້ຖອນ MacBook ສີຂາວອອກຈາກຮ້ານຄ້າຂອງຕົນເອງເປັນທີ່ຮຽບຮ້ອຍແລ້ວ ເຊິ່ງຄາດການວ່າ Apple ຈະເຊົາຂາຍ MacBook ລຸ້ນສີຂາວຢ່າງຖາວອນ. ຫາກມີການອັບເດດແນວໃດຈາກຈະຮີບມາແຈ້ງໃຫ້ຮັບຮູ້ກັນທັນທີ.

ທີ່ມາ – Apple

 

 

 

ລອງອ່ານກ່ຽວກັບ  ຕົ້ນແບບ Tablet ລາຄາ 35 ຫລຽນຯ ຈາກອິນເດຍ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.