ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Larry Page ຍືນຍັນແລ້ວວ່າ: Google + ມີຜູ້ໃຊ້ເກີນ 10ລ້ານຄົນ ແລ້ວ!

social media, ຂ່າວໄອທີ

ລ່າສຸດ Larry Page ຫນຶ່ງໃນຜູ້ກຳເນີດ Google ແລະ ເປັນ CEO ຄົນປະຈຸບັນ, ໄດ້ອອກມາປະກາດກ່ຽວກັບລາຍໄດ້ປະຈຳໄຕມາດ ແຕ່ນັ້ນອາດຈະບໍ່ແມ່ນປະເດັນທີ່ຄົນສົນໃຈຫລາຍໃນຂະນະນີ້ ເພາະຄົນກຳລັງເລັງໄປໃສ່ ບໍລິການໃຫມ່ຢ່າງ Google + ວ່າປະຈຸບັນມີສະທິຕິ ຫລື ຫຍັງຫນ້າຕື່ນຕາຕື່ນໃຈຫລືບໍ່. ເຊິ່ງແນ່ນອນ Larry Page ກໍ່ໄດ້ບອກມາວ່າ ປະຈຸບັນ ຜູ້ໃຊ້ ຫລື ຜູ້ທີ່ເຂົ້າຮ່ວມທົດລອງ Google + ນັ້ນມີຍອດທັງຫມົດເກີນ 10ລ້ານຜູ້ໃຊ້ແລ້ວ ເຊິງໃຊ້ເວລາພຽງສອງອາທິດເທົ່ານັ້ນ. ພ້ອມກັນນັ້ນ Larry Page ຍັງບອກວ່າ ຍອດຂອງການແຊ ແລະ ຮັບຂໍ້ມູນຂ່າວສານໃນ Google + ທັງຫມົດສູງເຖິງ 1ພັນລ້ານເທຶ່ອ ແລະ ຄວາມສາມາດທີ່ເປັນທີ່ນິຍົມໃນ Google + ກໍ່ຄື Circles.

ນອກນັ້ນແລ້ວ ສຳລັບບໍລິການ +1 ທີ່ອອກມາໃຫ້ຜູ້ນັກພັດທະນາເວັບນຳໄປຕິດໃນເວັບໄຊຕ໌ຂອງໂຕເອງ ບໍ່ດົນມານີ້ ແລະ ໃນປະຈຸບັນ ກໍ່ມີຍອດການກົດ +1 ຫລາຍເຖິງ 2.3ພັນລ້ານ ເທຶ່ອຕໍ່ມື້.

ຢ່າງໃດກໍ່ຕາມ ຍອດຜູ້ໃຊ້ Google + ຖືວ່າເພີ່ມຂຶ້ນໄວຫລາຍ ທັ້ງໆທີ່ຍັງບໍ່ທັນໄດ້ເປີດໃຫ້ໃຊ້ໂດຍທົ່ວໄປ ເຊິ່ງຈະມີຄົນທີ່ໄດ້ເຮົາເຊີນເຂົ້າໃນການຮ່ວມທົດສອບເທົ່ານັ້ນ ທີ່ຈະສາມາດໃຊ້ງານໄດ້. ແຕ່ສຳລັບທ່ານຜູ້ອ່ານທ່ານໃດສົນໃຈຢາກລອງ ກໍ່ຝາກເມວມາທາງລຸ່ມນີ້ເລີຍ ແລ້ວຈະສົ່ງການເຊີນເຂົ້າມາທົດສອບ Google + ໄປໃຫ້.

ສຳລັບໃຜທີ່ຍັງບໍ່ຮູ້ຈັກ Google + ກໍ່ສາມາດເຂົ້າໄປອ່ານລາຍລະອຽດໄດ້ທີ່ນີ້ເລີຍ: http://www.souliyo.com/2011/07/google-announces-google-plus

ທີ່ມາ – Larry Page’s Wall

ລອງອ່ານກ່ຽວກັບ  Kindle ຂາຍ E-Book ໄດ້ຫລາຍເເຊງຫນ້າ ຫນັງສືປົກເເຂງ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.