ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Jailbreak iPad 2 ມາແລ້ວ ເຮັດໄດ້ງ່າຍກວ່າທີ່ຄິດ ດ້ວຍ JailbreakMe

ຂ່າວດ່ວນ, ຂ່າວໄອທີ

ລ່າສຸດເຄື່ອງມື JailbreakMe 3.0 ກໍ່ອອກມາໃຫ້ຜູ້ໃຊ້ iPad 2 ທີ່ຖ້າການ Jailbreak ເຖິງເຄິ່ງປີ ໃຫ້ສາມາດ Jailbreak iPad 2 ຂອງໂຕເອງໄດ້ແລ້ວ, ໂດຍວິທີການກໍ່ງ່າຍໆ ພຽງແຕ່ເຂົ້າໄປທີ່ເວັບໄຊຕ໌ http://www.jailbreakme.com ຈາກ Browser ຂອງ iPad 2 ຂອງທ່ານ ແລ້ວກໍ່ກົດດາວໂຫລດ ເທົ່ານັ້ນກໍ່ຈະສາມາດ ຕິດຕັ້ງ Cydia App ລົງໄປໃນ iPad 2 ຂອງທ່ານໄດ້ແລ້ວ. ສຳລັບວິທີນີ້ ຜູ້ຂຽນເອງກໍ່ຍັງບໍ່ໄດ້ລອງ ແຕ່ເບິງຕາມການສະແດງຄວາມຄິດເຫັນຈາກ ແຫລ່ງທີ່ມາຂອງຂ່າວແລ້ວ ແມ່ນສາມາດເຮັດໄດ້ ງ່າຍດາຍ ແລະ ໄດ້ຜົນ 100%

ສຳລັບໃຜທີ່ມີ iPad 2 ຢູ່ ແລ້ວຢາກ Jailbreak ກໍ່ລອງໄປເຮັດເບິ່ງ ຫາກ ໄດ້ ຫລື ບໍ່ໄດ້ແນວໃດກໍ່ລອງມາບອກກ່າວກັນ. ແຕ່ຢ່າລືມ iOS ຕ້ອງເປັນ 4.3.3 ເທົ່ານັ້ນ ເຊິ່ງ ຫາກໃຜລ່ວງໄປລອງຂອງໃຫມ່ຢ່າງ iOS 5 ແລ້ວ ກໍ່ອົດທົນກັນຕໍ່ໄປ. 🙂

ທີ່ມາ – Engadget ແລະ Jailbreakme

ລອງອ່ານກ່ຽວກັບ  RIM ໂຕ້ ຈອບສ໌ ແລະ ບອກ BlackBerry ບໍ່ຕ້ອງໃສ່ຊອງ ກໍໂທໄດ້ດີ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.