ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ແນະນຳວິທີການກັບໄປໃຊ້ Facebook Chat ຫນ້າຕາເກົ່າ ສຳລັບ Chrome

How To...

ອອກມາໄດ້ໄລຍະຫນຶ່ງແລ້ວ ສຳລັບ Facebook Chat ຫນ້າຕາໃຫມ່ ເຊິ່ງ Facebook ເອີ້ນວ່າ Facebook Chat Sidebar ຫລືຫຍັງຈັກຢ່າງ, ແຕ່ນັ້ນບໍ່ແມ່ນປະເດັນສຳຄັນ. ເຊິ່ງປະເດັນສຳຄັນກໍ່ຄືຫລາຍຄົນບໍ່ມັກ ແລະ ກໍ່ລຳຄານມັນຈົນຢາກກັບໄປໃຊ້ແບບເກົາທີ່ເຄີຍໃຊ້ມາ. ສະນັ້ນບົດຄວາມນີ້ເລີຍຈະມາແນະນຳວິທີການ ປິດ Facebook Chat ແບບໃຫມ່ ແລ້ວກັບໄປໃຊ້ແບບເກົ່າແທນ, ເຊິ່ງຈະໃຊ້ໄດ້ສຳລັບຜູ້ໃຊ້ Google Chrome ເທົ່ານັ້ນ.

ວິທີການກໍ່ງ່າຍໆ ພຽງແຕ່ໃຫ້ທ່ານເຂົ້າໄປດາວໂຫລດສ່ວນເສີມທີ່ຊື່ວ່າ Hate Facebook Chat Sidebar ຈາກ Chrome Web Store ໂດຍເຂົ້າໄປທີ່ລິ້ງທາງດ້ານລຸ່ມສຸດຂອງບົດຄວາມ ແລ້ວກໍ່ຄິກ Install ເທົ່ານີ້ທ່ານກໍ່ຈະສາມາດກັບມາໃຊ້ Facebook Chat ຫນ້າຕາເກົ່າທີ່ມັກ ແລະ ຄຸ້ນເຄີຍກັນໄດ້ແລ້ວ.

ດາວໂຫລດ: https://chrome.google.com/webstore/detail/biocjenalgaibfjkielbfdkcjafjodon

ລອງອ່ານກ່ຽວກັບ  ຕິດຕັ້ງພາສາລາວໃຫ້ໂທລະສັບ ແລະ ແທັບເລັດ Galaxy ງ່າຍໆບໍ່ຕ້ອງ Root

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.